ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນປີໃໝ່ລາວ
ສະຖານທູດ, ສະຖານກົງສູນໃຫຍ່ ແມ່ນຂົວຕໍ່ຊຸກຍູ້ການຮ່ວມມືລະຫວ່າງແຂວງ ບິ່ງທ້ວນ ແລະ ບັນດາທ້ອງຖິ່ນຂອງລາວ | |
ເພີ່ມພື້ນທີ່ເພື່ອນັກຮຽນ ໄທ ຊອກຮູ້ວັດທະນະທຳ ຫວຽດນາມ |
ທ່ານອຸປະທູດຊົ່ວຄາວ ນາງ ບຸ່ຍທິເຫ້ວ ໄດ້ອວຍພອນທ່ານເອກອັກຄະລັດຖະທູດລາວ ປະຈຳ ໄທ ຄຳພັນ ອັ່ນລາວັນ ແລະ ພະນັກງານ, ພາລະກອນສະຖານທູດ ລາວ ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະເພນີ, ຢືນຢັນວ່າ ໂດຍການນຳພາອັນສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງພັກປະຊາຊົນປະຕິວັດ ລາວ, ປະຊາຊົນບັນດາເຜົ່າ ລາວ ໃນປະຈຸບັນ ມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ມີຄວາມຜາສຸກ, ມີການພັດທະນາເສດຖະກິດຢ່າງໝັ້ນຄົງ, ຍືນຍົງ.
![]() |
ທ່ານອຸປະທູດຊົ່ວຄາວ ນາງ ບຸ່ຍທິເຫ້ວ ອວຍພອນທ່ານເອກອັກຄະລັດຖະທູດລາວ ປະຈຳ ໄທ ຄຳພັນ ອັ່ນລາວັນ ແລະ ພະນັກງານ, ພາລະກອນສະຖານທູດ ລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ພາບ: TTXVN |
ທ່ານອຸປະທູດຊົ່ວຄາວ ນາງ ບຸ່ຍທິເຫ້ວ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນ, ໜູນຊ່ວຍ ເພື່ອນ ລາວ ປະຕິບັດສຳເລັດພາລະກິດສຳຄັນບົນຖານະເປັນປະທານ ອາຊຽນ ເທື່ອທີ 3 ໃນປີ 2024 ແລະ ເຊື່ອໝັ້ນວ່າ ລາວ ຈະຈັດຕັ້ງບັນດາການເຄື່ອນໄຫວໃນປີນີ້ຢ່າງປະສົບຜົນສຳເລັດ; ຂໍອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ.
ເນື່ອງໃນໂອກາດບຸນປີໃໝ່ລາວ, ທ່ານອຸປະທູດຊົ່ວຄາວ ນາງ ບຸ່ຍທິເຫ້ວ ໄດ້ມອບກະເຊົ້າຂອງຂວັນໃຫ້ແກ່ທ່ານ ເອກອັກຄະລັດຖະທູດລາວ ຄຳພັນ ອັ່ນລາວັນ ພ້ອມດ້ວຍພະນັກງານ-ລັດຖະກອນຂອງສະຖານທູດ ລາວ ປະຈໍາ ໄທ ທັງໝົດພ້ອມກັບປະຊາຊົນລາວ ບັນດາເຜົ່າ ຂໍໃຫ້ປີເປັນທີ່ມີຄວາມສຸກ, ສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ.
ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ໄທ ຄຳພັນ ອັ່ນລາວັນ ໄດ້ສະແດງຄວາມຂອບອົກຂອບໃຈບັນດາຄຳອວຍພອນອັນດີງາມຂອງທ່ານອຸປະທູດຊົ່ວຄາວ ນາງ ບຸ່ຍທິເຫ້ວ, ໃຫ້ຮູ້ວ່າ ການທີ່ບັນດາພະນັກງານ-ລັດຖະກອນຂອງສະຖານທູດ ລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ມີກາລະໂອກາດພົບປະ, ແລກປ່ຽນເປັນປະຈຳ ກໍ່ຈະເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນໃນຊີວິດ ກໍ່ຄືໃນການປະຕິບັດງານຢູ່ ໄທ.
ໃນບັນຍາກາດອັນສະໜິດສະໜົມ, ມ່ວນຊື່ນໃນການສະເຫຼີມສະຫຼອງບຸນປີໃໝ່ລາວ, ບັນດາພະນັກງານ-ລັດຖະກອນສະຖານທູດສອງປະເທດ ກໍໄດ້ຈັດຕັ້ງການພົບປະແລກປ່ຽນກິລາ ດ້ວຍບັນດາກິລາບານເຕະ, ຕີດອກປີກໄກ່ ແລະ ຕີບຸ່ນ. ບັນດາການເຄື່ອນໄຫວພົບປະ, ແລກປ່ຽນຢ້ຽມຢາມຖາມຂ່າວລະຫວ່າງສອງສະຖານທູດ ຫວຽດນາມ ແລະ ລາວ ປະຈຳ ໄທ ໃນໂອກາດງານບຸນ, ບຸນປີໃໝ່ປະເພນີ ຫຼື ບັນດາເຫດການທີ່ສຳຄັນຢູ່ບໍລິເວນ ໄທ ໄດ້ຢືນຢັນສາຍພົວພັນອັນບໍລິສຸດ, ສັດຊື່, ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ - ລາວ ນັບມື້ນັບພັດທະນາ, ແຕກດອກອອກຜົນ.
ມິງດຶກ