ພັດທະນາວຽກງານການທູດປະຊາຊົນຢ່າງເລິກເຊິ່ງ
ວັນທີ 28 ມີນາ, ຢູ່ເມືອງ ໄຕໂຮ່, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ແລະ ຄະນະພັກແຂວງ ໄຕໂຮ່ ໄດ້ລົງນາມໃນລາຍການສົມທົບວຽກງານ ໄລຍະ 2024 – 2025.
ໂດຍເຂົ້າຮ່ວມພິທີລົງນາມມີ: ທ່ານປະທານສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ຫງວຽນງອກກີ, ທ່ານເລຂາຄະນະພັກເມືອງ ໄຕໂຮ່ ນາງ ເລທິທູຮັ່ງ, ພ້ອມກັບຜູ້ຕາງໜ້າການນຳເມືອງ ໄຕໂຮ່.
ກ່າວຄຳປາໄສທີ່ພິທີ, ທ່ານປະທານສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ຫງວຽນງອກກີ ເນັ້ນໜັກວ່າ ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ໄດ້ ແລະ ພວມຊຸກຍູ້ຢ່າງຕັ້ງໜ້າ, ນຳການເຄື່ອນໄຫວການທູດປະຊາຊົນໃຫ້ກາຍເປັນເຄືອຂ່າຍ, ພັດທະນາຢ່າງເລິກເຊິ່ງໄປເຖິງບັນດາເມືອງ, ຕາແສງ. ການທູດປະຊາຊົນມີທ່າໄດ້ປຽບຢ່າງໃຫຍ່ຫຼວງ, ນັ້ນແມ່ນຄວາມມີໄຫວພິບ, ຢືດຢຸ່ນ, ສາມາດເຂົ້າເຖິງຫຼາຍເປົ້າໝາຍ, ການສ້າງເຄືອຂ່າຍຢູ່ບັນດາເມືອງ, ຕາແສງ ເປັນການຂະຫຍາຍແຂນອອກຕໍ່ ເພື່ອຊ່ວຍໃຫ້ນະຄອນຫຼວງອອກໄປສູ່ໂລກ.
![]() |
ພາບລວມຂອງພິທີລົງນາມ (ພາບ: ນັກຂ່າວ) |
ໂດຍເນັ້ນໜັກເຖິງຄວາມໝາຍສຳຄັນຂອງເຫດການນີ້, ທ່ານປະທານສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ຫງວຽນງອກກີ ໃຫ້ຮູ້ວ່າ ການລົງນາມໃນລາຍການສົມທົບລະຫວ່າງສະຫະພັນນະຄອນ ຮ່າໂນ້ຍ ແລະ ຄະນະພັກແຂວງ ໄຕໂຮ່ ແມ່ນພື້ນຖານ ເພື່ອວຽກງານການທູດປະຊາຊົນຂອງນະຄອນຫຼວງພັດທະນາຢ່າງເລິກເຊິ່ງໃນຂົງເຂດສັນຕິພາບ, ຄວາມສາມັກຄີ, ມິດຕະພາບ; ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ສິລະປະ; ການສຶກສາ; ການອຸປະຖຳບໍ່ຂຶ້ນກັບລັດຖະບານ; ພັດທະນາຂໍ້ມູນຕ່າງປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່.
ເມືອງ ໄຕໂຮ່ ແມ່ນເມືອງທຳອິດທີ່ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ໄດ້ລົງນາມໃນລາຍການວຽກງານຢູ່ 30 ເມືອງ, ຕາແສງຂອງນະຄອນ. ນີ້ແມ່ນບາດກ້າວຢ່າງແຮງ, ສ້າງຄວາມສົນໃຈຈາກເພື່ອນມິດສາກົນ, ຜ່ານນັ້ນ ກໍ່ດຶງດູດການລົງທຶນ, ສົ່ງເສີມການຄ້າ, ໂຄສະນາພາບຂອງເມືອງ ໄຕໂຮ່ ເວົ້າສະເພາະ ແລະ ນະຄອນຫຼວງ ຮ່າໂນ້ຍ ເວົ້າລວມ”, ທ່ານ ຫງວຽນງອກກີ ໃຫ້ຮູ້.
ດ້ວຍບົດບາດເປັນປະທານສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ນະຄອນຮ່າໂນ້ຍ, ທ່ານເລຂາຄະນະພັກແຂວງ ໄຕໂຮ່ ນາງ ເລທິທູຮັ່ງ ເນັ້ນໜັກວ່າ ເພື່ອເປົ້າໝາຍເພີ່ມທະວີຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ, ຫຼາຍການເຄື່ອນໄຫວພົບພະແລກປ່ຽນກິລາ, ເສດຖະກິດທີ່ໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມແຂງໂດຍສະມາຄົມ. ບັນດາລາຍການມິດຕະພາບລະຫວ່າງສະໂມສອນ Tennis ສ.ເກົາຫຼີ ກັບບັນດາວິສາຫະກິດໄດ້ຈັດຕັ້ງເປັນປະຈຳ, ປະກອບສ່ວນຫັນຮູບການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບ, ສ້າງກາລະໂອກາດພົບພະແລກປ່ຽນລະຫວ່າງສະມາຄົມ ແລະ ປະຊາຄົມວິສາຫະກິດ ສ.ເກົາຫຼີ ຢູ່ ຮ່າໂນ້ຍ; ເປັນເຈົ້າການໃນການໂຄສະນາ, ລະດົມບັນດາວິສາຫະກິດທີ່ມີບັນດາຂະແໜງການທີ່ເໝາະສົມເຂົ້າຮ່ວມການເຊື່ອມຕໍ່ຮ່ວມມືກັບວິສາຫະກິດ ສ.ເກົາຫຼີ; ໄດ້ຈັດຕັ້ງຄະນະປະຕິບັດງານຢູ່ ສ.ເກົາຫຼີ (ສິງຫາ 2023) ຢ່າງປະສົບຜົນສຳເລັດ; ການພົບປະແລກປ່ຽນຮ່ວມມື 2 ຝ່າຍລະຫວ່າງ ເມືອງ ໄຕໂຮ່ (ຮ່າໂນ້ຍ) ກັບ ເມືອງ Jongno, Seoul (ສ.ເກົາຫຼີ), ເມືອງ 16 ນະຄອນ Budapest (ຮົງກາຣີ) ໄດ້ຮັບການຮັກສາ ແລະ ພັດທະນາຢ່າງເຂັ້ມແຂງ.
ທ່ານເລຂາຄະນະພັກແຂວງ ໄຕໂຮ່ ນາງ ເລທິທູຮັ່ງ ປາດຖະໜາວ່າ ບົນພື້ນຖານລາຍການສົມທົບ ຈະເປີດກ້ວາງກາລະໂອກາດຮ່ວມມືລະຫວ່າງ 2 ອົງການ ບົນຈິດໃຈຕັ້ງໜ້າຊຸກຍູ້, ປະດິດສ້າງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວການທູດປະຊາຊົນນະຄອນຫຼວງ.
ທີ່ພິທີລົງນາມ, ສອງຝ່າຍໄດ້ແລກປ່ຽນ, ປຶກສາຫາລື ແລະ ຊີ້ແຈ້ງບັນດາເນື້ອໃນການຮ່ວມມືຢ່າງຕັ້ງໜ້າ ກໍຄືມອບໝາຍໃຫ້ຈຸດປະສານງານເພື່ອຜັນຂະຫຍາຍການຮ່ວມມືໃນໄລຍະຈະມາເຖິງຢ່າງວ່ອງໄວ ແລະ ມີປະສິດທິຜົນ.
ມິງດຶກ