ສະຖານທູດ, ສະຖານກົງສູນໃຫຍ່ ແມ່ນຂົວຕໍ່ຊຸກຍູ້ການຮ່ວມມືລະຫວ່າງແຂວງ ບິ່ງທ້ວນ ແລະ ບັນດາທ້ອງຖິ່ນຂອງລາວ
ຫວຽດນາມ - ກຣົວຊີ ຊຸກຍູ້ການຮ່ວມມືໃນຂົງເຂດແຮງງານ ແລະ ບຳລຸງສ້າງວິຊາຊີບ | |
ຮັກສາການພົວພັນມິດຕະພາບລະຫວ່າງແຂວງ ລາຍເຈົາ ກັບ ແຂວງ ຜົ້ງສາລີ, ອຸດົມໄຊ |
ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ ດວ່ານແອງຢູ່ງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ນາງ ຄຳເພົາ ເອີນທະວັນ ຈະມີອາຍຸການປະຕິບັດງານທີ່ປະສົບຜົນສຳເລັດ, ເລີກເຊີ່ງ, ພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ລາວ ຫຼາຍກ່ວາອີກ.
![]() |
ຜູ້ຕາງໜ້າການນຳຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານຂອງສະຖານທູດລາວ ປະຈຳ ຫວຽດນາມ ແລະ ສະຖານກົງສຸນໃຫຍ່ລາວ ປະຈຳນະຄອນ ໂຮ່ຈີມິນ - (ຮູບພາບ: Huu Tri/binhthuan.gov.vn). |
ທ່ານ ດວ່ານແອງຢູ່ງ ຢືນຢັນວ່າ ແຂວງ ບິ່ງທ້ວນ ໄດ້, ພວມ ແລະ ຈະປະກອບສ່ວນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ. ທ່ານ ກໍໄດ້ສະແດງຄວາມປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ນາງ ຄຳເພົາ ເອີນທະວັນ ຈະເປັນຂົວຕໍ່ໜູນຊ່ວຍ, ຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງແຂວງ ບິ່ງທ້ວນ ກັບບັນດາທ້ອງຖິ່ນຂອງ ລາວ ໃນອະນາຄົດ.
ທີ່ການພົບປະເຮດວຽກ, ທ່ານເອກອັກຄະລັດຖະທູດ ນາງ ຄຳເພົາ ເອີນທະວັນ ໄດ້ເນັ້ນໜັກເຖິງບັນດາໝາກຜົນສຳຄັນໃນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະ ປະຊາຊົນ ຫວຽດນາມ - ລາວ. ທ່ານເອກອັກຄະລັດຖະທູດ ນາງ ຄຳເພົາ ເອີນທະວັນ ກໍໄດ້ເຫັນດີເປັນເອກະພາບກັບຄຳສະເໜີຂອງແຂວງ ໃນການເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ເພື່ອປະກອບສ່ວນຊຸກຍູ້ການພັດທະນາດ້ານເສດຖະກິດ - ສັງຄົມລະຫວ່າງບັນດາຝ່າຍກ່ວາອີກ.
ທ່ານເອກອັກຄະລັດຖະທູດ ນາງ ຄຳເພົາ ເອີນທະວັນ ຢືນຢັນວ່າ ສ່ວນຕົວຂອງທ່ານພ້ອມກັບສະຖານທູດລາວ ປະຈຳ ຫວຽດນາມ, ສະຖານກົງສຸນໃຫຍ່ ລາວ ປະຈຳນະຄອນ ໂຮ່ຈີມິນ ຈະເປັນຂົວຕໍ່, ຊຸກຍູ້ໂຄງການຮ່ວມມືລະຫວ່າງ ບິ່ງທ້ວນ ກັບບັນດາທ້ອງຖິ່ນຂອງ ລາວ ຢ່າງເຂັ້ມແຂງ. ຈາກນັ້ນ ສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ຈະນັບມື້ນັບແໜ້ນແຟ້ນ, ຂຽວສົດງົດງາມຕະຫຼອດໄປ.
ມິງດຶກ