14:40 | 18/03/2024

ອົງການ Terre des Hommes (ເຢຍລະມັນ) ອຸປະຖຳກວ່າ 1,8 ຕື້ດົ່ງໃຫ້ເດັກນ້ອຍຢູ່ ແທງຮວ໋າ.

ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ
ທະຫານຊາຍແດນແຂວງ ແທງຮວ໋າ: ຊ່ວຍເຫຼືອວັດຖຸໃຫ້ກອງບັນຊາການທະຫານແຂວງ ຫົວພັນ (ລາວ) ທະຫານຊາຍແດນແຂວງ ແທງຮວ໋າ: ຊ່ວຍເຫຼືອວັດຖຸໃຫ້ກອງບັນຊາການທະຫານແຂວງ ຫົວພັນ (ລາວ)

ບັນດາ​ທ້ອງ​ຖິ່ນ​ທີ່​ໄດ້​ຊົມໃຊ້​ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ລວມມີ: ບັນດາ​ຕາແສງ: ດົງທໍ້, ດົງເວະ, ດົງເຂີນ, ກວາງຮຶ່ງ, ກວາງຝູ (ນະຄອນ​ ແທງ​ຮວ໋າ); ເທດສະບານ ເຫົ້າລົກ ແລະ ບັນດາຕາແສງ: ງືລົກ, ຈ້ຽວລົກ, ຮຶ່ງລົກ, ຝູລົກ, (​ເມືອງ ​ເຫົ້າ​ລົກ); ເທດສະບານ ບຸດເຊີນ ແລະ ບັນດາຕາແສງ: ຮວ່າງ​ຟອງ, ຮວ່າງ​ດຶກ, ຮວ່າງ​ຕ໋ຽນ, ຮວ່າງ​ທິ້ງ (​ເມືອງ​ ຮວ່າງ​ຮວ໋າ).

ອົງການ Terre des Hommes (ເຢຍລະມັນ) ອຸປະຖຳກວ່າ 1,8 ຕື້ດົ່ງໃຫ້ເດັກນ້ອຍຢູ່ ແທງຮວ໋າ.

ນັບແຕ່​ປີ 1989 ມາ​ຮອດ​ປະຈຸ​ບັນ, ອົງການ Terre des Hommes ​ໄດ້​ໜູນ​ຊ່ວຍ​ແຂວງ ແທງ​ຮວ໋າ ປະຕິບັດຫຼາຍໂຄງການ​ສັງຄົມ​ຄື ສາທາລະນະ​ສຸກ, ການ​ສຶກສາ, ​ໄຟຟ້າ, ​ໂຮງຮຽນ, ນ້ຳ​ສະອາດ, ປົກ​ປ້ອງ​ສິດທິ​ເດັກນ້ອຍ (ພາບ: TTV/thanhhoa.gov.vn)

​ໂຄງການຕິດພັນກັບເປົ້າໝາຍປະກອບສ່ວນ​ເຂົ້ົາໃນການ​ປົກ​ປ້ອງ​ເດັກນ້ອຍຈາກການໃຊ້​ຄວາມຮຸນແຮງທາງຮ່າງກາຍ ໂດຍຜ່ານການປະມວນການ​ສຶກສາ​ພໍ່​ແມ່​ ບໍ່ໃຫ້ໃຊ້​ຄວາມຮຸນແຮງ ແລະ ນຳໃຊ້ວິທີການໃສ່ລະບຽບເຂົ້າ​ໃນ​ກົນ​ໄກ​ປົກ​ປ້ອງ​ເດັກ​ນ້ອຍຢູ່​ແຂວງ ແທງຮວ໋າ ຢ່າງຕັ້ງໜ້າ.

ໂດຍກໍຜ່ານ​ໂຄງການ​ເພື່ອ: ຍົກສູງຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງທາງຮ່າງກາຍ ແລະ ວິທີການໃສ່ລະບຽບຢ່າງຕັ້ງໜ້າ; ຍົກສູງກຳລັງຄວາມສາມາດກ່ຽວກັບວິທີ​ການໃສ່ລະບຽບຢ່າງຕັ້ງໜ້າ ໃຫ້ແກ່ພະນັກງານຖ້ອງຖິ່ນ, ບັນດາອົງການຈັດຕັ້ງພົນລະເຮືອນສັງຄົມ ທີ່ເຄື່ອນໄຫວໃນຂົງເຂດປົກປ້ອງເດັກນ້ອຍ; ບັນດາຂໍ້ລິເລີ່ມຂອງຊຸມຊົນກ່ຽວກັບການສຶກສາ ບໍ່ໃຊ້ຄວາມຮຸນແຮງ; ປະມວນ, ປະສົມປະສານການປ້ອງ​ກັນ, ​ຕ້ານການໃຊ້​ຄວາມຮຸນແຮງທາງຮ່າງກາຍເຂົ້າໃນກົນໄກການປົກປ້ອງເດັກນ້ອຍ.

ໂດຍຮູ້​ກັນ​ວ່າ ​ນັບແຕ່​ປີ 1989 ມາ​ຮອດ​ປະຈຸ​ບັນ, ອົງການ Terre des Hommes ​ໄດ້​ໜູນ​ຊ່ວຍ​ແຂວງ ແທງ​ຮວ໋າ ປະຕິບັດຫຼາຍໂຄງການ​ສັງຄົມ​ຄື ສາທາລະນະ​ສຸກ, ການ​ສຶກສາ, ​ໄຟຟ້າ, ​ໂຮງຮຽນ, ນ້ຳ​ສະອາດ, ປົກ​ປ້ອງ​ສິດ​ທິຂອງ​ເດັກນ້ອຍ...

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18538.html

In bài biết