ທ່ານນາຍົກລັດຖະມົນຕີ ນິວຊີແລນ: ຫວຽດນາມ ພວມພັດທະນາກະໂດດຂັ້ນຄືດັ່ງມັງກອນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ | |
ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ |
ຕອນທ່ຽງວັນທີ 11 ມີນາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໄດ້ມີການປະຊຸມຂ່າວເພື່ອປະກາດໝາກຜົນຂອງການໂອ້ລົມເຈລະຈາກ່ອນໜ້ານີ້.
![]() |
Thủ tướng Phạm Minh Chính và Thủ tướng New Zealand Christopher Luxon tại họp báo ngày 11-3 - Ảnh: NHẬT BẮC ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ທີ່ການປະຊຸມຂ່າວ ໃນວັນທີ 11 ມີນາ. ພາບ: ເຫຍີດບັກ |
ຄຳສັບສຳຄັນສາມຄູ່ຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບການພົວພັນສອງຝ່າຍ
ໂດຍຢືນຢັນວ່າ ການພົບປະຄັ້ງນີ້ “ພິເສດທີ່ສຸດ” ແລະ “ສຳເລັດຜົນທີ່ສຸດ", ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ 2 ຝ່າຍ ໄດ້ປຶກສາຫາລືຮອບດ້ານກ່ຽວກັບບັນດາຂົງເຂດຮ່ວມມື, ພ້ອມກັນ ກັນນັ້ນ ກໍ່ວາງອອກການກຳນົດທິດທາງໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ໃຫ້ສືບຕໍ່ພັດທະນາຢ່າງເຂັ້ມແຂງ, ເລິກເຊິ່ງກ່ວາອີກໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ສັງເຂບດ້ວຍສາມຄູ່ຄໍາສັບສໍາຄັນນັ້ນແມ່ນ "ສະຖຽນລະພາບ ແລະ ປັບປຸງ", "ເພີ່ມທະວີ ແລະ ເປີດກ້ວາງ", "ເພີ່ມຄວາມໄວ ແລະ ບຸກທະລຸ".
ຕາມ ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລ້ວ, 2 ປະເທດຕ້ອງມີ “ສະຖຽນລະພາບ ແລະ ປັບປຸງ” ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ການຮ່ວມມືດ້ານການເມືອງ, ການທູດ, ສ້າງພື້ນຖານຢ່າງໝັ້ນແກ່ນກ່ວາໃຫ້ແກ່ການພົວພັນສອງຝ່າຍ.
“ຂ້າພະເຈົ້າໄດ້ເຊື້ອເຊີນ ແລະ ຫວັງວ່າ ຈະໄດ້ຕ້ອນຮັບທ່ານນາຍົກລັດຖະມົນ ນິວຊີແລນ Christopher Luxon ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນໄລຍະໄວໆນີ້" ທ່ານເວົ້າຕື່ມ.
ດ້ວຍຄຳສັບສຳຄັນຄູ່ທີ 2, ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ແລ້ວ, ນັ້ນແມ່ນ “ເພີ່ມທະວີ ແລະ ເປີດກ້ວາງ" ການຮ່ວມມືໃນທຸກໆເສົາຄ້ຳການຮ່ວມມືທີ່ສຳຄັນຂອງການພົວພັນສອງຝ່າຍ.
ໃນນັ້ນ ແມ່ນເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸເປົ້າໝາຍ 2 ຕື້ USD ໃນປີ 2024 ແລະ ເພີ່ມການລົງທຶນສອງສົ້ນຂຶ້ນສອງເທົ່າໂດຍໄວ ຜ່ານບັນດາມາດຕະການທີ່ເໝາະສົມ .
ທ່ານ ຢືນຢັນວ່າ ຫວຽດນາມ ຊົມເຊີຍການລົງທຶນຈາກ ນິວຊີແລນ ໃນບັນດາຂົງເຂດ, ພິເສດແມ່ນການສຶກສາ - ບຳລຸງສ້າງ, ກະສິກຳທີ່ຄຸນນະພາບສູງ, ພະລັງງານທົດແທນ.
2 ປະເທດ ກໍ່ມຸ່ງໄປເຖິງການເປີດກ້ວາງການຮ່ວມມືດ້ານປ້ອງກັນຊາດ - ຄວາມໝັ້ນຄົງ, ຕອບສະໜອງບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຢ່າງມີປະສິດທິຜົນ.
ໃນນັ້ນ ມີອາດຊະຍາກຳຂ້າມຊາດ, ການກໍ່ການຮ້າຍ, ໄພທຳມະຊາດ, ພະຍາດລະບາດ; ເພີ່ມທະວີການຮ່ວມມືໃນຂົງເຂດຮັກສາສັນຕິພາບ, ຄວາມໝັ້ນຄົງໃນການເດີນທະເລ, ການແລກປ່ຽນຂໍ້ມູນຂ່າວສານ...
ຫວຽດນາມ ແລະ ນິວຊີແລນ ກໍ່ເປີດກ້ວາງການຮ່ວມມືດ້ານກະສິກຳ, ລວມມີການຄົ້ນຄ້ວາ, ການຮ່ວມມື, ຕອບສະໜອງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາກະສິກຳເຕັກໂນໂລຢີສູງ, ຂະຫຍາຍແນວພັນຕົ້ນໄມ້,...
ກ່ຽວກັບການຮ່ວມມືດ້ານວັດທະນະທຳ, ການສຶກສາ - ບຳລຸງສ້າງ, ຊຸກຍູ້ການພົບພະແລກປ່ຽນປະຊາຊົນດ້ວຍຮູບການທີ່ເໝາະສົມ.
“ພວກຂ້າພະເຈົ້າປາດຖະໜາວ່າ ນິວຊີແລນ ຈະເພີ່ມທຶນການສຶກສາໃຫ້ບັນດານັກສຶກສາ ຫວຽດນາມ ແລະ ບັນດາມະຫາວິທະຍາໄລ ນິວຊີແລນ ເຊື່ອມໂຍງເຂົ້າກັບບັນດາມະຫາວິທະຍາໄລ ຫວຽດນາມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງຂອງ ຫວຽດນາມ.
ການເປີດເສັ້ນທາງການບິນໂດຍກົງຄືນໃໝ່ໂດຍໄວ ຈະແມ່ນກຳລັງພັກດັນທີ່ສຳຄັນ ເພື່ອເປີດກ້ວາງການຮ່ວມມືໃນບັນດາຂົງເຂດດັ່ງກ່າວ", ທ່ານນາຍົກລັດຖະມົນຕີຢືນຢັນ.
ທ່ານເນັ້ນໜັກພິເສດເຖິງ 3 ຂົງເຂດທີ່ຕ້ອງເພີ່ມຄວາມໄວ ແລະ ບຸກທະລຸໃນການພົວພັນ ຫວຽດນາມ - ນິວຊີແລນ.
ນັ້ນແມ່ນການເພີ່ມຄວາມໄວໃນການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ກາ່ນພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ການຖ່າຍທອດເຕັກໂນໂລຢີທີ່ເປັນມິດກັບສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດ, ພັດທະນາກະສິກຳ, ບັນດາອຸດສາຫະກຳເຕັກໂນໂລຢີໃໝ່ທີ່ພົ້ນເດັ່ນຂຶ້ນຄື ປັນຍາປະດິດ (AI), ຊິບເຄິ່ງຊັກນຳໄຟຟ້າ.
ຄວາມບຸກທະລຸໃນການຮ່ວມມືດ້ານເສດຖະກິດທາງທະເລ, ການປົກປັກຮັກສາສິ່ງແວດລ້ອມທາງທະເລ, ພິເສດ ແມ່ນກ່ຽວກັບການແປ່ງປັນປະສົບການ, ການສ້າງນະໂຍບາຍ, ການຖ່າຍທອດເຕັກໂນໂລຢີ.
ແລະ ສຸດທ້າຍແມ່ນ ການເພີ່ມຄວາມໄວໃນການຮ່ວມມືດ້ານແຮງງານ, ບຳລຸງສ້າງອາຊີບ, ສ້າງເງື່ອນໄຂໃຫ້ຄົນງານ ຫວຽດນາມ ໄປເຮັດວຽກຢູ່ ນິວຊີແລນ. ພ້ອມກັນນັ້ນ, ກໍ່ສ້າງຂົງເຂດນິຕິກຳ ແລະ ມີກົນໄກ, ນະໂຍບາຍທີ່ເໝາະສົມ ເພື່ອຊຸກຍູ້ ແລະ ຄຸ້ມຄອງຂົງເຂດນີ້ໃຫ້ເປັນຢ່າງດີ.
ນິວຊີແລນ ໃຫ້ຄຳໝັ້ນສັນຍາເພີ່ມທະວີການລົງທຶນເຂົ້າໃນກະສິກຳ ຫວຽດນາມ
![]() |
ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ທີ່ການປະຊຸມຂ່າວ - ພາບ: ເຫຍີດບັກ |
ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໄດ້ມີຄຳເຫັນຕໍ່ຄຳປາໄສດັ່ງກ່າວຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ໄດ້ສັງລວມຢ່າງຈະແຈ້ງ ແລະ ລະອຽດກ່ຽວກັບບັນດາເນື້ອໃນການໂອ້ລົມເຈລະຈາ. ທ່ານຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ, ແມ່ນໜຶ່ງໃນບັນດາປະເທດສ້າງກຳລັງໜູນພັດທະນາຢ່າງເຂັ້ມແຂງ.
“ຂໍສະແດງຄວາມຊົມເຊີຍລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນການເຄື່ອນໄຫວເສດຖະກິດ. ຫວຽດນາມ ກໍໄດ້ກາຍເປັນໂຕມັງກອນ ກັບການພັດທະນາທີ່ກະໂດດຂັ້ນ, ເຕີບໂຕສູງໃນແຕ່ລະປີ", ຜູ້ນຳ ນິວຊີແລນ ກ່າວ.
ກ່ຽວກັບນິວຊີແລນ, ທ່ານ Christopher Luxon ໃຫ້ຮູ້ວ່າ ການພົວພັນລະຫວ່າງສອງປະເທດ ໄດ້ພັດທະນາເປັນຢ່າງດີ. ໃນ 5 ປີທີ່ຜ່ານມາ, ວົງເງິນການຄ້າສອງສົ້ນ ໄດ້ເພີ່ມຂຶ້ນ 60%, ປະຊາຊົນ ແລະ ວິສາຫະກິດ ນິວຊີແລນ ໄດ້ຮັບຜົນປະໂຫຍດຫຼາຍຢ່າງ ຜ່ານການຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ.
2 ຝ່າຍວາງເປົ້າໝາຍຮອດທ້າຍປີ 2024, ວົງເງິນການຄ້າຈະບັນລຸ 2 ຕື້ USD, ກໍຄືການຮ່ວມມືກ່ຽວກັບບັນດາບັນຫາປອດພາສີ, ການຮ່ວມມືດ້ານກະສິກຳ, ການສຶກສາ ແລະ ພິເສດແມ່ນການທ່ອງທ່ຽວ.
ໂດຍເວົ້າເຖິງການທີ່ສອງປະເທດໃຫ້ຄຳໝັ້ນສັນຍາການປ່ອຍອາຍພິດລົງເປັນ 0 ໃນປີ 2050, ທ່ານນາຍົກລັດຖະມົນຕີ ນິວຊີແລນ ຢືນຢັນວ່າ 2 ປະເທດຍັງມີຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງ.
ປະເທດນີ້ ຈະສືບຕໍ່ລົງທຶນເຂົ້າຫວຽດນາມ ໃນຂົງເຂດກະສິກຳ, ການປົກປັກຮັກສາສິ່ງແວດລ້ອມໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ນິວຊີແລນ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຫວັງວ່າ ຈະໄປຢ້ຽມຢາມ ຫວຽດນາມ ໃນໄລຍະໄວໆນີ້ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ມິງດຶກ