08:00 | 06/07/2024

ຫວຽດນາມ-ລາວ ເພີ່ມທະວີວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ

ຫວຽດນາມ-ລາວ-ກໍາປູເຈຍ ຊຸກຍູ້ການພົວພັນຮ່ວມມື, ພົບປະແລກປ່ຽນລະຫວ່າງພຸດທະສາສະໜາ ຫວຽດນາມ-ລາວ-ກໍາປູເຈຍ ຊຸກຍູ້ການພົວພັນຮ່ວມມື, ພົບປະແລກປ່ຽນລະຫວ່າງພຸດທະສາສະໜາ
ລະດູບານໃໝ່ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບຢູ່ເຂດຊາຍແດນ ຫວຽດນາມ-ລາວ ລະດູບານໃໝ່ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບຢູ່ເຂດຊາຍແດນ ຫວຽດນາມ-ລາວ

ໃນໄລຍະຜ່ານມາ, ໂດຍປະຕິບັດຕາມສົນທິສັນຍາສາກົນ, ຄ້າຍທະຫານຊາຍແດນ, ດ່ານຊາຍແດນແທງທຸຍ, ທະຫານຊາຍແດນແຂວງເງະອານ ພ້ອມກັບບັນດາກົມກອງທີ່ກ່ຽວຂ້ອງຂອງປະເທດລາວ ໄດ້ສົມທົບກັນປະຕິບັດວຽກງານຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ປະກອບສ່ວນກໍ່ສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.

ທ່ານພັນເອກ ຫງວຽນຕ໊ຽນຢຸງ, ຫົວໜ້າຄ້າຍທະຫານຊາຍແດນດ່ານຊາຍແດນແທງທຸຍ ໃຫ້ຮູ້ວ່າ: ກົມກອງພວມປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບຊາຍແດນ, ຜືນແຜ່ນດິນ, ຄື: ອະນຸສັນຍາກ່ຽວກັບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງຫວຽດນາມ ແລະລາວ; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງລັດຖະບານຫວຽດນາມ ແລະລາວ (ເອກະສານນິຕິກຳກ່ຽວກັບຊາຍແດນຫວຽດນາມ - ລາວ 2 ສະບັບ)

ຄະນະບັນຊາການດ່ານຊາຍແດນແທງທຸຍ ສຸມໃສ່ຊີ້ນຳ, ນຳພາກົມກອງຍູ້ແຮງວຽກງານຮ່ຳຮຽນ, ສຶກສາ, ຊາບຊຶມເອກະສານນິຕິກຳ 2 ສະບັບກ່ຽວກັບຊາຍແດນຫວຽດນາມ - ລາວ ໃຫ້ພະນັກງານ, ນັກຮົບໃນກົມກອງ; ສົມທົບກັບພະແນກຍຸຕິທຳເມືອງແທງເຈືອງ ເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນໂຄສະນາເຜີຍແຜ່ກົດໝາຍໃຫ້ພະນັກງານ ແລະປະຊາຊົນຢູ່ບໍລິເວນ, ໂດຍສະເພາະແມ່ນໂຄສະນາເຜີຍແຜ່ໃຫ້ປະຊາຊົນຢູ່ບັນດາຕາແສງຊາຍແດນ. ພ້ອມທັງ ໄດ້ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 252, ປ້ອມຕຳຫຼວດນ້ຳອ່ອນ ຈັດຕັ້ງການໂຄສະນາເຜີຍແຜ່ໂດຍກົງໄປໃຫ້ຜູ້ເຂົ້າ-ອອກເມືອງຜ່ານດ່ານຊາຍແດນ; ໂຄສະນາຜ່ານການພົບປະແລກປ່ຽນມິດຕະພາບລະຫວ່າງບັນດາທ້ອງຖິ່ນຂອງສອງຟາກຊາຍແດນ.

ຫວຽດນາມ-ລາວ ເພີ່ມທະວີວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ
ສອງກໍາລັງປ້ອງກັນຊາຍແດນຫວຽດນາມ ແລະລາວ ລາດຕະເວນປ້ອງກັນຊາຍແດນ. ພາບ: bienphong.com.vn

ແຕ່ລະປີ, ກົມກອງໄດ້ເປັນເສນາທິການໃຫ້ກອງບັນຊາການທະຫານຊາຍແດນແຂວງເງະອານ, ຄະນະພັກເມືອງ ແລະຄະນະກໍາມະການປະຊາຊົນເມືອງແທງເຈືອງ ປະກາດໃຊ້ບັນດາເອກະສານຊີ້ນຳ ນຳພາການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ ແລະຈັດຕັ້ງການປະຕິບັດບັນດາເນື້ອໃນຂອງສັນຍາ, ດຳລັດ. ຄ້າຍທະຫານຊາຍແດນດ່ານຊາຍແດນແທງທຸຍ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງປ້ອງກັນຊາຍແດນຂອງລາວ, ຮັກສາວຽກງານແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງໜ້າທີ່ຮັກສາຊາຍແດນແຫ່ງຊາດເປັນປະຈໍາ.

ແຕ່ເດືອນກັນຍາ 2017 ມາຮອດປະຈຸບັນ, ກົມກອງໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງ ແລະອົງການຈັດຕັ້ງມະຫາຊົນທ້ອງຖິ່ນໄດ້ຈັດຕັ້ງການໂຄສະນາ 76 ຄັ້ງ/ດ້ວຍຜູ້ຟັງ 36.360 ເທື່ອຄົນ; ໂຄສະນາຜ່ານໂທລະໂຄ່ງ 967 ຊົ່ວໂມງ; ພິມປ້າຍໂຄສະນາ 36 ປ້າຍ; ແຈກໃບປິວ 1.367 ໃບ; ຈັດຕັ້ງການລາດຕະເວນ ແລະກວດກາ 243 ຄັ້ງ/2.503 ເທື່ອຄົນ; ໃນນັ້ນ, ລາດຕະເວນແບບຝ່າຍດຽວເພື່ອກວດກາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ 167 ຄັ້ງ/1.766 ເທື່ອຄົນ; ລາດຕະເວນສອງຝ່າຍ 76 ຄັ້ງ/737 ເທື່ອຄົນ.

ດ້ວຍພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍ, ຄ້າຍທະຫານຊາຍແດນດ່ານຊາຍແດນແທງທຸຍ ໄດ້ແຈ້ງໃຫ້ກອງຮ້ອຍປ້ອງກັນຊາຍແດນບັນທຶກສະພາບບໍລິເວນຫຼັກໝາຍ 460, ລາຍງານ ແລະເປັນເສນາທິການໃຫ້ກອງບັນຊາການທະຫານຊາຍແດນແຂວງເງະອານ ກ່ຽວກັບການສະເໜີສ້ອມແປງຫຼັກໝາຍເລກທີ 460 ທີ່ເປ່ເພໃນທັນທີ; ລົງນາມໃນຂໍ້ຕົກລົງກ່ຽວກັບການອອກໃບອະນຸຍາດໃຫ້ປະຊາຊົນຢູ່ເຂດຊາຍແດນ; ຂໍ້ຕົກລົງວ່າດ້ວຍການສ້າງເງື່ອນໄຂສະດວກໃຫ້ຍານພາຫະນະຜ່ານດ່ານທ້ອງຖີ່ນ...

ພ້ອມກັນນັ້ນ, ກົມກອງກໍ່ຕັ້ງໜ້າໂຄສະນາ, ແລກປ່ຽນ, ປະສານສົມທົບກັນເພື່ອກຳແໜ້ນສະພາບການຢູ່ຊາຍແດນ; ເອົາໃຈໃສ່ໜູນຊ່ວຍວັດຖຸອຸປະກອນຮັບໃຊ້ຊີວິດການເປັນຢູ່ ແລະພາຫະນະອຸປະກອນຮັບໃຊ້ວຽກງານປ້ອງກັນຊາຍແດນຂອງລາວ. ພິເສດ, ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດຢ່າງສັບສົນນັ້ນ, ກົມກອງໄດ້ໜູນຊ່ວຍວັດຖຸທີ່ມີມູນຄ່າເກືອບ 76 ລ້ານດົ່ງໃຫ້ກອງຮ້ອຍປ້ອງກັນຊາຍແດນ 252, ປ້ອມຕຳຫຼວດນ້ຳອ່ອນ; ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນເມືອງແທງທຸຍ, ກອງບັນຊາການທະຫານຊາຍແດນແຂວງເງະອານ ມອບວັດຖຸອຸປະກອນ, ຄ່າໃຊ້ຈ່າຍຮັບໃຊ້ການປ້ອງກັນ, ສະກັດກັ້ນ ການລະບາດຂອງພະຍາດໃຫ້ກຳລັງປະກອບອາວຸດ ແລະປະຊາຊົນເມືອງໄຊຈຳພອນ ດ້ວຍມູນຄ່າ 200 ລ້ານດົ່ງ.

ຫວຽດນາມ ລາວ ເພີ່ມທະວີວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ
ຫວຽດນາມ ລາວ ເພີ່ມທະວີວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ
ຫວຽດນາມ ລາວ ເພີ່ມທະວີວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ
ຫວຽດນາມ ລາວ ເພີ່ມທະວີວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ
ຫວຽດນາມ ລາວ ເພີ່ມທະວີວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ
ພາບປະກອບ.

ເພື່ອສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ, ຄ້າຍທະຫານຊາຍແດນ, ດ່ານຊາຍແດນແທງທຸຍ ໄດ້ເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນຜັນຂະຫຍາຍຂະບວນການແຮກສ່ຽວ (ບ້ານ - ບ້ານ) ຢູ່ສອງຟາກຊາຍແດນ; ລາຍການແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນດ່ານຊາຍແດນແທງທຸຍ ກັບກອງຮ້ອຍປ້ອງກັນຊາຍແດນ 252; ສ້າງຕັ້ງ ແລະຮັກສາການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ເມືອງ ແທງເຈືອງ; ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະເຮັດວຽກກັບເພື່ອນລາວ: ຂັ້ນເມືອງມີ 6 ຄະນະ/67 ເທື່ອຄົນ, ຢູ່ຂັ້ນຄ້າຍທະຫາຍຊາຍແດນ ມີ 5 ຄະນະ/26 ຄົນ; ຈັດຕັ້ງຕ້ອນຮັບຄະນະຜູ້ແທນຂັ້ນເມືອງ 7 ເມືອງ/140 ຄົນ ແລະຄະນະຜູ້ແທນຂັ້ນຄ້າຍ 12 ຄະນະ/ 120 ເທື່ອຄົນຂອງເພື່ອນມິດລາວ ມາຢ້ຽມຢາມ ແລະເຮັດວຽກ.

ປະຈຸບັນ, ກົມກອງໄດ້ຮັບລ້ຽງ ແລະ ເບິ່ງແຍງນັກຮຽນລາວ 2 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ. ໃນໂອກາດບຸນ, ເຕັດ, ກົມກອງໄດ້ຈັດຕັ້ງການຢ້ຽມຢາມຖາມຂ່າວ, ພົບປະແລກປ່ຽນ, ມອບຂອງຂວັນໃຫ້ອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປົກປັກຮັກສາຊາຍແດນຂອງປະເທດລາວ. ຜ່ານນັ້ນ ກໍ່ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງອໍານາດການປົກຄອງ ແລະປະຊາຊົນ ແລະກໍາລັງທີ່ກ່ຽວຂ້ອງສອງຟາກຊາຍແດນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-18423.html

In bài biết