17:48 | 19/01/2024

ອາ​ຊຽນ ຈະ​ແມ່ນ​ຈຸດ​ໃຈ​ກາງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ

ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ
ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27 ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27

ຕອນບ່າຍວັນທີ 17 ມັງກອນ, ຕາມເວລາທ້ອງຖິ່ນ ຢູ່ Davos, ປະເທດ ສະວິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນຖານະເປັນນັກປາຖະກະຖາຕົ້ນຕໍຂອງວາລະປຶກສາຫາລື ພາຍໃຕ້ຫົວຂໍ້ “ບົດຮຽນຈາກ ອາຊຽນ” ໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກ (WEF) Davos 2024.

ອາ​ຊຽນ ຈະ​ແມ່ນ​ຈຸດ​ໃຈ​ກາງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ວາລະປຶກສາຫາລື ດ້ວຍຫົວຂໍ້ “ບົດຮຽນຈາກ ອາຊຽນ”

ທີ່ວາລະປຶກສາຫາລື, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງ 3 ປັດໄຈສຳຄັນທີ່ນຳມາເຊິ່ງຜົນງານການພັດທະນາຂອງ ອາຊຽນ ໃນປັດຈຸບັນ: ທີໜຶ່ງແມ່ນ, ສາມັກຄີເປັນເອກະພາບໃນຄວາມຫຼາກຫຼາຍ; ທີສອງແມ່ນ, ເສີມຂະຫຍາຍລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງສະມາຄົມ ແລະ ຂອງແຕ່ລະປະເທດ; ທີສາມແມ່ນ, ຊຸກຍູ້ການພັດທະນາແບບກວມລວມ, ຮອບດ້ານ, ຖືປະຊາຊົນເປັນເຈົ້າກຳ, ເປັນໃຈກາງ, ເປັນເປົ້າໝາຍ ແລະ ກຳລັງໜູນຂອງການພັດທະນາ. ແຕ່ລະປະເທດສະມາຊິກ ອາຊຽນ ພ້ອມກັນປະກອບສ່ວນເຂົ້າໃນການພັດທະນາລວມຂອງ ອາຊຽນ ພ້ອມທັງ ເສີມຂະຫຍາຍກຳລັງບົ່ມຊ້ອນທີ່ເປັນເອກະລັກສະເພາະ, ໂອກາດພົ້ນເດັ່ນ, ທ່າໄດ້ປຽບແກ້ງແຍ້ງ ແລະ ກຳລັງຄວາມສາມາດຂອງແຕ່ລະປະເທດ ໄປຄຽງຄູ່ກັບການຮັບປະກັນການແກ້ງແຍ້ງ, ກົດເກນການສະໜອງ ແລະ ຄວາມຕ້ອງການຂອງຕະຫຼາດ.

ກ່ຽວກັບວິໄສທັດຂອງ ອາຊຽນ ໃນໄລຍະ 5 – 10 ປີ ຂ້າງໜ້າແມ່ນ ຈະເປັນສະມາຄົມທີ່ມີຄວາມສາມັກຄີ, ເປັນເອກະພາບ ແລະ ເປັນຈຸດໃຈກາງການເຕີບໂຕຂອງເສດຖະກິດໂລກ, ເປັນພາກພື້ນທີ່ມີບັນດາພື້ນຖານເສດຖະກິດພັດທະນາ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.

ບັນດານັກປະຖະກະຖາໄດ້ເນັ້ນໜັກເປັນຫຼາຍຄັ້ງ ແລະ ສະແດງຄວາມເຫັນດີເຫັນພ້ອມກັບຄຳເຫັນ, ທັດສະນະ ແລະ ວິໄສທັດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບວິທີການຍາດແຍ່ງໂອກາດ ກໍຄື ຮັບມືກັບບັນດາສິ່ງທ້າທາຍໃນວິວັດທະນາການເຊື່ອມໂຍງ, ຮ່ວມມື ພ້ອມກັນຍາດເອົາໄຊຊະນະຂອງ ອາຊຽນ; ຢັ້ງຢືນຄວາມສາມັກຄີ, ເປັນເອກະພາບໃນ ອາຊຽນ, ຕົກລົງເຫັນດີຮັກສາວິທີການສຳຜັດຢ່າງພາວະວິໄສ, ຍຸຕິທຳ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ປະກອບສ່ວນເຂົ້າໃນວິວັດທະນາການຫັນເປັນໂລກາພິວັດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-18415.html

In bài biết