ຫວຽດນາມ ຕ້ອນຮັບຈຳນວນແຂກທ່ອງທ່ຽວສາກົນ ເພີ່ມຂຶ້ນສູງຢູ່ຫຼາຍທ້ອງຖິ່ນ ເນື່ອງໃນໂອກາດ ບຸນເຕັດປະຈຳຊາດ ປີມະໂລງ 2024,
EuroCham ສະເໜີ ຫວຽດນາມ ປັບປຸງນະໂຍບາຍຍົກເວັ້ນວີຊາ ເພື່ອດຶງດູດແຂກທ່ອງທ່ຽວສາກົນ | |
ຊຸກຍູ້ມາດຕະການດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ |
ໃນວັນທີ 14 ກຸມພາ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນໂອກາດບຸນເຕັດປະຈຳຊາດ ປີມະໂລງ 2024, ໃນລະຫວ່າງວັນທີ 8 – 14 ກຸມພາ, ຂະແໜງທ່ອງທ່ຽວທົ່ວປະເທດ ຄາດວ່າ ໄດ້ຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 10,5 ລ້ານເທື່ອຄົນ (ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023). ຈຳນວນແຂກທ່ອງທ່ຽວສາກົນ ມາທ່ຽວຫວຽດນາມ ເພີ່ມຂຶ້ນສູງ ຢູ່ຫຼາຍທ້ອງຖິ່ນ, ໃນນັ້ນ ດ່ານັ້ງ ຄາດວ່າຕ້ອນຮັບແຂກທ່ອງທ່ຽວເກືອບ 177.000 ເທື່ອຄົນ, ຮ່າໂນ້ຍຄາດວ່າຕ້ອນຮັບແຂກທ່ອງທ່ຽວ ເກືອບ 103.000 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 2,2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
![]() |
ຕາມກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ແລ້ວ, ຈຳນວນແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ສືບຕໍ່ເພີ່ມຂຶ້ນເມື່ອທຽບໃສ່ໂອກາດພັກບຸນປີໃໝ່ສາກົນ ແລະ ໄລຍະດຽວກັນຂອງປີ 2023 ຍ້ອນໄດ້ຮັບນະໂຍບາຍວິຊາ ທີ່ສະດວກ, ການກຳນົດທິດຢ່າງຖືກຕ້ອງ ໃນການສ້າງໂຄງປະກອບຕະຫຼາດແຂກທ່ອງທ່ຽວຄືນໃໝ່, ຄວາມມານະພະຍາຍາມຂອງບັນດາວິສາຫະກິດ, ທ້ອງຖິ່ນ ແລະ ການເຄື່ອນໄຫວສົ່ງເສີມ, ໂຄສະນາ ໄດ້ຮັບການຜັນຂະຫຍາຍໃນວົງກວ້າງ. ບາງທ້ອງຖິ່ນ ແລະ ບັນດາບໍລິສັດທ່ອງທ່ຽວ ໄດ້ສ້າງຫຼາຍລາຍການ ທ່ອງທ່ຽວ ໃໝ່, ມີໂປຼມາຊັນ ທີ່ດຶງດູດໃຈ; ຕັ້ງໜ້າຂຸດຄົ້ນຜະລິດຕະພັນທ່ອງທ່ຽວໃໝ່, ສຸມໃສ່ບັນດາທ່າໄດ້ປຽບທີ່ພົ້ນເດັ່ນຂອງບັນດາເຂດພາກ, ການເຊື່ອມຕໍ່ພັດທະນາຕາມການກຳນົດທິດ “ໜຶ່ງເສັ້ນທາງ, ຫຼາຍສະຖານທີ່ທ່ອງທ່ຽວ”, ຫັນການບໍລິການເປັນຫຼາຍຮູບແບບ ເພື່ອແນໃສ່ເພີ່ມທະວີລາຍຮັບໃນໂອກາດບຸນເຕັດ.