10:51 | 25/01/2024

ສະເໜີລາວ, ກຳປູເຈຍ, ໄທ, ຫວຽດນາມ ພ້ອມກັນພັດທະນາການທ່ອງທ່ຽວ “4 ປະເທດ 1 ຈຸດໝາຍປາຍທາງ”

ຫວຽດນາມ ໄດ້ເຂົ້າອັນດັບໃນ 15 ປະເທດ ແລະ  ເຂດແຄວ້ນທີ່ກ້າວໜ້າທີ່ສຸດໃນອາຊີ ຫວຽດນາມ ໄດ້ເຂົ້າອັນດັບໃນ 15 ປະເທດ ແລະ ເຂດແຄວ້ນທີ່ກ້າວໜ້າທີ່ສຸດໃນອາຊີ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ

ພ້ອມ​ກັນປຶກສາ​ຫາລື​ກັບ​ທ່ານ​ນາຍົກລັດຖະມົນຕີ​ ຫວຽດນາມ ກໍມີທ່ານ​ນາຍົກລັດຖະມົນຕີ ​ໄທ ​ເສດ​ຖາ ທະວີ​ສິນ, ທ່ານປະທານສະພາຕ່ຳ ຟີ​ລິບ​ປິນ Ferdinand Martin G. Romualdez, ທ່ານຜູ້​ອຳ​ນວຍ​ການ​ໃຫຍ່​ອົງການ​ການ​ຄ້າ​ໂລກ (WTO) Ngozi Okonjo-Iweala ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ຂອງ​ບັນດາ​ປະ​ເທດ, ເຂດແຄວ້ນ ແລະ ​ບັນດາ​ບໍລິສັດ, ວິສາຫະກິດທີ່ເປັນສະມາຊິກຂອງ WEF ຢ່າງຫຼວງຫຼາຍ.

ທີ່​ກອງ​ປະຊຸມປຶກສາ​ຫາລື​, ບັນດາ​ການ​ນຳ​ໄດ້​ປຶກສາ​ຫາລື​ຢ່າງ​ເປີດອົກເປີດໃຈ, ເລິກ​ເຊິ່ງກ່ຽວ​ກັບ​ບົດບາດ​ໃຈກາງ​ຂອງ​ ອາ​ຊຽນ ກໍຄືຂອງແຕ່ລະປະ​ເທດ​ສະມາຊິກ ອາ​ຊຽນ ​ໃນ​ການ​ໝູນໃຊ້ບັນດາກາລະ​ໂອກາດ​ຂອງ​ຂະ​ບວນການ​ຫັນປ່ຽນບັນດາ​ການ​ສະໜອງທົ່ວ​ໂລກ, ບັນດາທ່າອຽງ​ການ​ພັດທະນາ​ຄື​ ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ການປະພຶດໃນ​ການ​ພົວພັນ​ດ້ານ​ເສດຖະກິດກັບ​ປະ​ເທດ​ທີ່ໃຫຍ່.

ບັນດານັກປາຖະກະຖາ ກ່າວ​ວ່າ ອາ​ຊຽນ ​ໄດ້​ກາຍ​ເປັນ​ຮູບ​ແບບ​ພົ້ນເດັ່ນກ່ຽວກັບການເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ, ດ້ວຍ​ຄວາມ​ມານະ​ພະຍາຍາມລວມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໃນການ​ຊຸກຍູ້​ການ​ຮ່ວມ​ມື​, ແລກປ່ຽນ​ດ້ານ​ເສດຖະກິດ​ພາຍໃນກຸ່ມ ກ່ຽວກັບການ​ຄ້າສິນຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ​, ກ້າວ​ໄປ​ສູ່​ການ​ສ້າງ​ທ້ອງຕະຫຼາດ​ລວມ ແລະ ພື້ນຖານການ​ຜະລິດ​ລວມເປັນເທື່ອລະກ້າວ, ພ້ອມກັນນັ້ນ ກໍ່ເຊື່ອມ​ໂຍງຢ່າງ​ຕັ້ງໜ້າເຂົ້າ​ກັບ​ພື້ນເສດຖະກິດທົ່ວໂລກ ໂດຍຜ່ານ​ເຄືອ​ຂ່າຍ FTA ກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານພາກພື້ນ (RCEP). ບັນດາ​ປະ​ເທດ​ ອາ​ຊຽນ ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ປະ​ເທດ, ຜ່ານຜ່າ​ຄວາມ​ແຕກ​ຕ່າງ​ດ້ານ​ເສດຖະກິດ, ການ​ເມືອງ, ວັດທະນະທຳ ​ເພື່ອ​ກາຍ​ເປັນ​ກຸ່ມ​ຮ່ວມ​ມື​ພັດທະນາເພື່ອຄວາມຈະເລີນຮັ່ງມີ.

ທ່ານ Ngozi Okonjo-Iweala ຜູ້ອຳນວຍການ​ໃຫຍ່ WTO ​ໃຫ້​ຮູ້​ວ່າ ອາ​ຊຽນ ມີ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່​ເປັນ​ມິດ ​ແລະ ​ແມ່ນ​ຈຸດໝາຍ​ປາຍທາງທີ່ບັນດາ​ນັກ​ລົງທຶນ, ຄູ່​ຮ່ວມ​ມືຕ່າງຝ່າຍຕ່າງມີຜົນ​ປະ​ໂຫຍ​ດ. ຕາມ​ນັ້ນ​ແລ້ວ, ບັນດາການ​ສະໜອງ​ພວມບໍ່ສຸມໃສ່ການໄປຕາມທິດຫັນໄປສູ່ບາງ​ປະ​ເທດ​ອາ​ຊຽນ, ກໍຄືແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຂະ​ບວນການ “ຫັນ​ເປັນ​ໂລກ​າພິວັດຄືນ​ໃໝ່”. ຫວຽດນາມ ​ແມ່ນ​ຈຸດໝາຍ​ປາຍທາງ​ທີ່​ພົ້ນເດັ່ນ ກ່ຽວກັບກາພັດທະນາຢ່າງຂະຫຍັນຂັນເຂື່ອນ ແລະ ບັນດາເລື່ອງ​ທີ່​ສຸດຍອດ, ເຮັດ​ໃຫ້​ບໍ່​ພຽງ​ແຕ່​ຫນຶ່ງ​ ຫຼື​ ບາງ​ປະ​ເທດ ​ໄດ້​ຮັບ​ຜົນ​ປະ​ໂຫຍດເທົ່ານັ້ນ ຫາກທັງ​ໂລກ​ກໍ່ໄດ້​ຮັບ​ຜົນ​ປະ​ໂຫຍດອີກດ້ວຍ​.

ສະເໜີລາວ, ກຳປູເຈຍ, ໄທ, ຫວຽດນາມ ພ້ອມກັນພັດທະນາການທ່ອງທ່ຽວ “4 ປະເທດ 1 ຈຸດໝາຍປາຍທາງ”
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວ​ປາໄສທີ່ເຫດການ

ໂດຍແບ່ງປັນທີ່​ກອງ​ປະຊຸມປຶກສາຫາລື, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ເນັ້ນ​ໜັກ​ເຖິງ 3 ​ປັດ​ໄຈ​ສຳຄັນ​ທີ່​ນຳ​ມາ​ເຊິ່ງບັນດາ​ໝາກຜົນ​ແຫ່ງ​ການ​ພັດທະນາ​ຂອງ ອາ​ຊຽນ ​ໃນ​ປະຈຸ​ບັນ: ທີ​ໜຶ່ງແມ່ນ, ຄວາມ​ສາມັກຄີ​ທີ່ເປັນເອກະພາບໃນຫຼາກຫຼາຍຮູບແບບ; ທີສອງແມ່ນ, ເສີມຂະຫຍາຍກຳລັງແຮງຂອງຕົນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພາຍ​ໃນ​ກຸ່ມ ​ແລະ ​ແຕ່ລະ​ປະ​ເທດ; ທີ​ສາມແມ່ນ, ຊຸກຍູ້​ການ​ພັດທະນາ​ຢ່າງກວມລວມ, ຮອບດ້ານ, ຖືປະຊາຊົນເປັນຕົວຕັ້ງ, ໃຈກາງ, ​ເປົ້າ​ໝາຍ ​ແລະ ກຳລັງຜັກດັນ​ຂອງ​ການ​ພັດທະນາ: ແຕ່ລະ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ ອາ​ຊຽນ ພ້ອມ​ທັງ​ຜັນຂະຫຍາຍບັນດາ​ທ່າ​ແຮງ​ທີ່​ແຕກ​ຕ່າງ, ກາລະ​ໂອກາດ​ທີ່​ພົ້ນ​ເດັ່ນ, ທ່າ​ໄດ້​ປຽບ​ໃນ​ການ​ແກ່ງແຍ້ງ ແລະ ຄວາມ​ສາມາດ​ຂອງ​ແຕ່ລະ​ປະ​ເທດ ໃນເມື່ອຮັບປະກັນການປະຕິບັດ​​ການ​ແກ່ງແຍ້ງ, ກົດເກນການສະໜອງ ແລະ ຄວາມຕ້ອງການຂອງທ້ອງ​​ຕະຫຼາດ.

​ຕໍ່ກັບກາລະ​ໂອກາດ​ພັດທະນາ​ໃໝ່​ ຄື ຂະ​ບວນການຫັນປ່ຽນບັນດາການ​ສະໜອງ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຖື​ວ່າ ນັ້ນ​ແມ່ນ​ທ່າ​ອ່ຽງທີ່ຈຳເປັນທີ່ອີງຕາມກົດເກນກ່ຽວກັບ​ການແກ່ງແຍ້ງ, ກົດເກນການສະໜອງ ແລະ ຄວາມຕ້ອງການ ​ແລະ ​ເນັ້ນ​ໜັກ​ວ່າ ບັນດາ​ປະ​ເທດ​ ຈະສາມາດ​ຮັກສາ​ການ​ພັດທະນາ​ແບບ​ຍືນ​ຍົງໄດ້ກໍ່ຕໍ່​ເມື່ອ​ເລືອກທີ່ຈະ​ເຂົ້າເຖິງໄຊຊະນະນຳກັນ, ​ເຄົາລົບ​ການ​ເລືອກ​ຂອງ​ແຕ່ລະ​ປະ​ເທດ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ບົນ​ຄວາມຈິງໃຈ, ຄວາມ​ສາມັກຄີ ​ແລະ ເທົ່າທຽມກັນ​ດ້ານຜົນ​ປະ​ໂຫຍ​ດ.

​ໂດຍແບ່ງປັນກັບ​ບັນດາກ່າວຄຳປາໄສຂອງທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານ​ນາຍົກລັດຖະມົນຕີ ​ໄທ ​ໃຫ້​ຮູ້​ວ່າ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ສະ​ເໜີ​ກ່ຽວກັບການ​ຮ່ວມ​ມື​ກັບ ລາວ, ກຳປູ​ເຈຍ, ​ໄທ ​ແລະ ຫວຽດນາມ ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ “4 ປະ​ເທດ 1 ຈຸດໝາຍ​ປາຍທາງ”. ທ່ານ​ນາຍົກລັດຖະມົນຕີ ​ໄທ​ ກ່າວ​ວ່າ ຄ່າໃຊ້ຈ່າຍແຮງງານລາຄາຖືກ ອາດ​ຈະ​ແມ່ນ​ປັດ​ໄຈ​ທີ່​ແກ່ງແຍ້ງໃນ​ເບື້ອງ​ຕົ້ນ ​ແຕ່ອາດຈະເປັນ​ສິ່ງ​ທ້າ​ທາຍ​ຕໍ່​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ; ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຮ່ວມ​ແຮງຮ່ວມໃຈກັນຍົກ​ລະດັບເງິນເດືອນຂັ້ນຕ່ຳຂອງພາກພື້ນ ແລະ ຍົກ​ສູງຄວາມ​ສາມາດ​ແກ່ງ​ແຍ້​ງ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ.

ຕໍ່ກັບທ່າອ່ຽງການຫັນເປັນດີຈີຕອນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢືນຢັນວ່າ ເສດຖະກິດດິຈິຕອນຕ້ອງຕິດພັນກັບເສດຖະກິດສີຂຽວ, ມີການສະໜັບສະໜູນ ແລະ ສົ່ງຜົນກະທົບເຊິ່ງກັນ ແລະ ກັນ. ວິວັດການ​ນີ້​ຕ້ອງ​ໄດ້​ຮັບ​ການຜັນຂະຫຍາຍຕາມຂັ້ນຕອນ ແລະ ກັບບັນດາບາດກ້າວ​ທີ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ຜູ້ທີ່ບໍ່ມີທ່າແຮງ; ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ, ​ໂດຍ​ບໍ່​ໄດ້​ເສຍ​ສະຫຼະ​ຄວາມ​ຍຸຕິ​ທຳ ​ແລະ ການຮັບປະກັນຊີວິດສັງຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້ສະ​ເໜີ​ວິໄສທັດ​ຂອງ ອາ​ຊຽນ ​ໃນ 5-10 ປີ​ຈະ​ມາ​ເຖິງ​ ຈະແມ່ນກຸ່ມກ້ອນມະຫາສາມັກຄີ, ເປັນເອກະພາບ ແລະ ເປັນຈຸດສູນກາງຂອງການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ, ເປັນບ່ອນທີ່ບັນດາພື້ນເສດຖະກິດພັດທະນາ, ບໍ່​ປະໃຫ້ໃຜ​ຢູ່​ເບື້ອງ​ຫຼັງ.

ບັນດານັກປາຖະກະຖາທີ່​ກອງ​ປະຊຸມປຶກສາຫາລື ໄດ້ຕີລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ ​ໃນ​ການ​ກໍ່ສ້າງ​ຄວາມ​ສາມັກຄີ​ໃນ​ອາ​ຊຽນ ​ແລະ ປະກອບສ່ວນ​ຢ່າງ​ມີ​ຄວາມ​ຮັບຜິດຊອບ, ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໃນ​ການ​​ແກ້​ໄຂ​ບັນຫາ​ພາກພື້ນ ແລະ ທົ່ວໂລກ. ບັນດານັກປາຖະກະຖາ ໄດ້​ເນັ້ນ​ໜັກ ​ແລະ ສະແດງຄວາມເປັນໃຈດຽວ​ກັບ​ບັນດາ​ຄຳ​ເຫັນ, ທັດສະນະ ​ແລະ ວິ​ໄສ​ທັດ​ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ກ່ຽວ​ກັບ​ວິທີ​ໝູນໃຊ້ບັນດາກາລະ​ໂອກາດ ກໍຄືວິທີການ​​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ໃນວິວັດການ​ເຊື່ອມ​ໂຍງ​, ຮ່ວມ​ມືພ້ອມກັນມີໄຊຊະນະຂອງ ອາ​ຊຽນ ແລະ ຢືນຢັນຄວາມສາມັກຄີ, ເປັນເອກະພາບ​ໃນ ອາ​ຊຽນ, ເປັນເອກະພາບຮັກສາ​ວິທີເຂົ້າເຖິງຢ່າງພາວະວິໄສ, ຍຸດຕິ​ທຳ, ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ ​ອາ​ຊຽນ ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນວິວັດການໂລກາພິວັດ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18275.html

In bài biết