20:05 | 27/01/2024

ໄດ້ຮັບເອົາພົນລະເມືອງ 69 ຄົນກັບປະເທດຜ່ານດ່ານຊາຍແດນ ໄຕຈ່າງ

ການນໍາພັກ, ລັດຫວຽດນາມ ສົ່ງໂທລະເລກອວຍພອນ ວັນຊາດແຫ່ງລາຊະອານາຈັກ ກໍາປູເຈຍ ຄົບຮອບ 69 ປີ ການນໍາພັກ, ລັດຫວຽດນາມ ສົ່ງໂທລະເລກອວຍພອນ ວັນຊາດແຫ່ງລາຊະອານາຈັກ ກໍາປູເຈຍ ຄົບຮອບ 69 ປີ
ຫຼາຍອົງການສາກົນມີຄວາມປະເອີບໃຈກ່ຽວກັບເສດຖະກິດ ຫວຽດນາມ, ຄາດຄະເນ GDP ເພີ່ມຂຶ້ນ 6,9 – 7% ຫຼາຍອົງການສາກົນມີຄວາມປະເອີບໃຈກ່ຽວກັບເສດຖະກິດ ຫວຽດນາມ, ຄາດຄະເນ GDP ເພີ່ມຂຶ້ນ 6,9 – 7%

ພົນລະເມືອງຫວຽດນາມ ຢູ່ 30 ແຂວງ, ນະຄອນໃນທົ່ວປະເທດ, ໃນນັ້ນມີຊາຍ 48 ຄົນ, ຍິງ 21 ຄົນ, ອາຍຸແຕ່ 15 – 40 ປີ. ພາຍຫຼັງການກວດກາ ແລະ ຄົ້ົ້ນພົບຈໍານວນຄົນດັ່ງກ່າວ ທີ່ບໍ່ມີເອກະສານພັກເຊົາທີ່ຖືກຕ້ອງ, ຖືກກຳລັງເຈົ້າທີ່ຂອງ ລາວ ຈັບ ​ແລະ ມອບສົ່ງໃຫ້ ຫວຽດ​ນາມ.

ໄດ້ຮັບເອົາພົນລະເມືອງ 69 ຄົນກັບປະເທດຜ່ານດ່ານຊາຍແດນ ໄຕຈ່າງ

ທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ ໄດ້ສົມທົບກັບຕໍາຫຼວດແຂວງ ປະຕິບັດສໍາເລັດຂັ້ນຕອນການຮັບເອົາພົນລະເມືອງ ຫວຽດນາມ 69 ຄົນ

ໃນ​ຈຳນວນ​ຄົນ​ເຫຼົ່າ​ນີ້​ກໍ​ມີບັນດາກໍລະນີພັກເຊົາ, ອອກແຮງງານຢ່າງ​ຜິດກົດໝາຍຢູ່​ ລາວ, ບາງກໍລະນີ​ໄປ​ເຮັດ​ວຽກ​ຢູ່​ ໄທ, ຈີນ, ມຽນມາ ​ແລ້ວເຂົ້າ ລາວ ຢ່າງ​ຜິດກົດໝາຍ ແລະ ຖືກກຳລັງທີ່ມີໜ້າທີ່ຂອງ ລາວ​ ຈັບຕົວ. ໃນບາງກໍລະນີ ໄດ້ຖືກຫຼອກລວງພາໄປມຽນມາ ຢ່າງຜິດກົດໝາຍເພື່ອເຮັດວຽກກັບຄຳສັນຍາທີ່ວ່າ “ວຽກເບົາ, ເງິນເດືອນສູງ” ໂດຍຜູ້ທີ່ຮູ້ຈັກຜ່ານເຄືອຂ່າຍສັງຄົມ, ໂດຍຈ່າຍຄ່າເດີນທາງ, ກິນ ແລະ ພັກເຊົາກ່ອນ. ແຕ່ແນວໃດກໍ່ຕາມເມື່ອ​ໄປ​ຮອດ, ເຂົາ​ເຈົ້າ​​ ຖືກກັກຕົວຢູ່​ບັນດາຕຶກ​ສູງ, ອາ​ໄສ​ຢູ່​ຮ່ວມກັບ​ຄົນ​ງານ​ ຫວຽດນາມ ​ອີກ​ຫຼາຍ​ສິບ​ຄົນ, ຖືກບັງຄັບ​ໃຫ້​ສ້າງ​ບັນຊີ​ເກມລວງຕາ ເພື່ອຫຼອກລວງ​ເງິນ​ຂອງ​ຜູ້​ອື່ນ, ຫຼື​ຖືກ​ບັງຄັບຂາຍປະເວນີ, ​ເຮັດ​ວຽກຢູ່​ກາ​ຊີ​ໂນ...

ພາຍຫຼັງໄດ້ຮັບເອົາ, ກວດກາແລ້ວ, ພົນລະເມືອງທັງໝົດ 69 ຄົນລ້ວນແຕ່ມີສຸຂະພາບດີ, ບໍ່ມີອາການໄອ, ໄຂ້. ກຳລັງທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ ໄດ້ຈັດຕັ້ງການກວດກາ, ຫຼັງຈາກນັ້ນ ກໍໄດ້ມອບຈຳນວນພົນລະເມືອງຂ້າງເທິງໃຫ້ອົງການທີ່ມີໜ້າທີ່ຢູ່ບັນດາທ້ອງຖິ່ນຕາມລະບຽບກົດໝາຍ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18255.html

In bài biết