ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືປ້ອງກັນຊາຍແດນ
ວັນທີ 11 ມັງກອນ, ບັນດາຄ້າຍທະຫານຊາຍແດນ, ຄື: ຈ່ຽງອອນ, ຈ່ຽງເຕືອງ ແລະພຽງປັ່ນ ຂຶ້ນກັບທະຫານຊາຍແດນແຂວງເຊີນລາ ສສ.ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານປ້ອງກັນຊາຍແດນ 6 ເດືອນທ້າຍປີ 2023 ກັບກອງຮ້ອຍທະຫານຊາຍແດນ 213, ກອງບັນຊາການທະຫານແຂວງຫົວພັນ, ສປປ. ລາວ.
 |
ສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈໍາທີ່ກອງປະຊຸມ. ພາບ: qdnd.vn |
 |
ຄ້າຍທະຫານຊາຍແດນຈ່ຽງອອນ (ທະຫານຊາຍແດນແຂວງເຊີນລາ) ມອບຂອງຂວັນໃຫ້ກອງຮ້ອຍປ້ອງກັນຊາຍແດນ 213, ກອງບັນຊາການທະຫານແຂວງຫົວພັນ ເນື່ອງໃນໂອກາດວັນຊາດ ສປປ ລາວ. ພາບ: qdnd.vn |
ທີ່ກອງປະຊຸມ, ບັນດາກົມກອງໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມ, ຍົກສູງສະຕິ, ຄວາມຮູ້ດ້ານກົດໝາຍໃຫ້ປະຊາຊົນຢູ່ເຂດຊາຍແດນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ອາດຊະຍາກຳ, ຄວາມໝັ້ນຄົງຢູ່ຊາຍແດນແຫ່ງຊາດ, ບັນດາອົງການຕໍ່ຕ້ານທີ່ມີກົນອຸບາຍຕ້ານ ແລະທຳລາຍສອງຝ່າຍ. ພ້ອມທັງຮັກສາການພົບປະ, ແລກປ່ຽນບົດຮຽນ ແລະສະພາບການໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຢ່າງເປັນປະຈໍາ; ສົມທົບກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຕາມພາລະບົດບາດ, ຂອບເຂດສິດອຳນາດທີ່ໄດ້ຮັບມອບໝາຍ; ຄຸ້ມຄອງ, ກວດກາຄົນ, ພາຫະນະເຂົ້າ-ອອກເມືອງ, ສິນຄ້ານຳເຂົ້າ ແລະສົ່ງອອກຂ້າມຊາຍແດນ.
ບູນມີ