ພັນລະຍານາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່ໝູ່ບ້ານຜ້າໄຫມ ນາມກາວ, ແຂວງ ໄທບິ່ງ.
ກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10 | |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບທ່ານຫົວໜ້າຂະແໜງເສດຖະກິດກະຊວງການຕ່າງປະເທດ ອາເມລິກາ |
ຕອນບ່າຍວັນທີ 6 ມັງກອນ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາງ ເລທິບິກເຈີນ, ພັນລະຍານາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາງ ວັນດາລາ ສີພັນດອນ, ພັນລະຍານາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ໄປຢ້ຽມຢາມບ້ານເດັກ SOS ແຂວງ ໄທບິ່ງ, ຢ້ຽມຢາມໝູ່ບ້ານຜ້າໄໝ ນາມກາວ. ພ້ອມກັບພັນລະຍາສອງທ່ານ ມີທ່ານປະທານຄະນະກຳມະການປະຊາຊົນແຂວງ ໄທບິ່ງ ຫງວຽນຄັກເທິນ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ນາງ ເຈີ່ນທິບິກຮັ່ງ. |
|
|
ໃນຫຼາຍປີທີ່ດຳລົງຊີວິດຢູ່ພາຍໃຕ້ຊາຄາດຽວກັນ, ດ້ວຍຄວາມຮັກ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຂົາເຈົ້າໄດ້ກາຍເປັນຄອບຄົວດຽວກັນ ແລະ ຖືເປັນສາຍເລືອດດຽວກັນຂອງຕົນ. ແມ່ໆ ແລະ ປ້າໆ ແມ່ນຜູ້ທີ່ເຮັດໃຫ້ຫົວໃຈນ້ອຍໆອົບອຸ່ນ, ຊ່ວຍໃຫ້ພວກເຂົາມີຄວາມເຂັ້ມແຂງເພື່ອບືນຕົວຂຶ້ນໃນຊີວິດ. |
ມາຢ້ຽມຢາມຄອບຄົວທີ່ມີແມ່ 1 ຄົນ ແລະ ລູກ 7 ຄົນໃນບ້ານ, ພັນລະຍາສອງທ່ານ ໄດ້ຢື້ຢາມຖາມຂ່າວ, ໃຫ້ກໍາລັງໃຈແມ່ ແລະ ລູກໆ. ພັນລະຍານາຍົກລັດຖະມົນຕີ 2 ທ່ານໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່, ຄວາມມານະພະຍາຍາມ, ຄວາມຮັກແພງຂອງແມ່ທີ່ມີຕໍ່ລູກໆ, ພ້ອມທັງຫວັງວ່າ ລູກໆຈະມານະພະຍາຍາມໃນການຮ່ຳຮຽນ ແລະ ໃນຊີວິດ. ພິເສດ, ທັງສອງທ່ານຫວັງວ່າ ລູກຫຼານຈະຈາລຶກຄວາມຮັກແພງ ແລະ ການເບິ່ງແຍງຂອງບັນດາແມ່, ປ້າ ແລະ ຄະນະການນຳບ້ານເດັກ SOS. |
|
|
|
ສອງທ່ານນາງໄດ້ຮັບຟັງການແນະນຳບ້ານຜ້າໄໝ ນາມກາວ. ຕາມການແນະນຳຢູ່ໝູ່ບ້ານ, ໃນທ້າຍສະຕະວັດທີ 16, ມີຄົນຕະກຸນ ຫງວຽນຊວນ ໄດ້ກັບຄືນເມືອບ້ານເກີດເມືອງນອນຂອງຕົນ ເບິດບາດ - ເຊີນໄຕ ເພື່ອຮຽນຕັດຫຍິບ. ຕໍ່ມາ, ລາວໄດ້ກັບຄືນໄປສອນລູກຫຼານປູກມອນ, ລ້ຽງມ້ອນ, ເຂັນຝ້າຍ... ນັບແຕ່ນັ້ນມາ, ການທໍຜ້າໄດ້ກາຍເປັນອາຊີບພື້ນເມືອງຢູ່ໝູ່ບ້ານກາວບັດ, ຕາແສງ ນາມກາວ. ໃນຕົ້ນສະຕະວັດທີ 20, ສັງຄົມ ອານນາມ ມີຄວາມເປັນທັນສະໄໝ, ການຄ້າຂາຍພັດທະນາ, ອາຊີບຂອງໝູ່ບ້ານນັບມື້ນັບພັດທະນາ. ນາມກ່າວ ໄດ້ມີອາຊີບການຖັກແສ່ວເພີ່ມອີກ. |
|
|
|
|
|
|
ມິງດຶກ