19:44 | 04/01/2024

ທ່ານປະທານປະເທດ ຫວໍວັນເຖືອງ ເປັນປະທານກອງປະຊຸມຄັ້ງທີ 4 ຂອງສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ອາຍຸການ 2021-2026

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແອັດສະປາຍ ເຂົ້າຢ້ຽມອຳລາໃນໂອກາດສິ້ນສຸດວາລະເຮັດວຽກຢູ່ ຫວຽດນາມ ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແອັດສະປາຍ ເຂົ້າຢ້ຽມອຳລາໃນໂອກາດສິ້ນສຸດວາລະເຮັດວຽກຢູ່ ຫວຽດນາມ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ

ຕອນບ່າຍວັນທີ 4 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງ ສະພາ ໃນໄລຍະ 2021 – 2026. ເຂົ້າຮ່ວມກອງປະຊຸມ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຮອງປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານລັດຖະມົນຕີກະຊວງຕຳຫຼວດ ພົນເອກ ໂຕເລີມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ພົນເອກ ຟານວັນຢາງ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ພ້ອມດ້ວຍບັນດາສະມາຊິກອົງການຊ່ວຍວຽກໃຫ້ແກ່ສະພາ.

ທ່ານປະທານປະເທດ ຫວໍວັນເຖືອງ ເປັນປະທານກອງປະຊຸມຄັ້ງທີ 4 ຂອງສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ອາຍຸການ 2021-2026

ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ຫວໍວັນເຖືອງ ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອງກັນຄວາມ​ສະ​ຫງົບ ອາ​ຍຸ​ການ 2021-2026. (ທີ່ມາ: VNA)

ຕາງໜ້າໃຫ້ສະພາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາກຳລັງ, ອົງການມີໜ້າທີ່ທີ່ກ່ຽວຂ້ອງ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້; ເຊື່ອມຊຶມ, ຕິດຕາມຢ່າງໃກ້ຊິດ ແລະ ປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ລັດຖະນະໂຍບາຍຂອງກົມການເມືອງ, ຄະນະເລຂາທິການ, ສະພາແຫ່ງຊາດ, ລັດຖະບານຢ່າງມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໃຫ້ໝັ້ນຄົງ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ.

ທີ່ກອງປະຊຸມ, ສະພາກໍໄດ້ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຜົນງານທີ່ບັນລຸໄດ້ໃນບັນດາຂົງເຂດ, ໂດຍສະເພາະແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດໃນໄລຍະຜ່ານມາ, ໄຈ້ແຍກ, ສະເໜີແນະເນື້ອໃນການເຄື່ອນໄຫວ, ໜ້າທີ່ປີ 2024.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-18175.html

In bài biết