15:08 | 02/01/2024

ນະຄອນ ດານັງ ໄດ້ມອບຂອງຂວັນເກືອບ 600 ພູດໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດພູດອຍ

ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ
ຫວຽດນາມ ສືບຕໍ່ໜູນຊ່ວຍຜູ້ຖືກເຄາະຮ້າຍແຜ່ນດິນໄຫວຢູ່ ຊີຣີ ດ້ວຍ 600.000 USD ຫວຽດນາມ ສືບຕໍ່ໜູນຊ່ວຍຜູ້ຖືກເຄາະຮ້າຍແຜ່ນດິນໄຫວຢູ່ ຊີຣີ ດ້ວຍ 600.000 USD

ລະອຽດ, ​ວັນ​ທີ 26 ທັນວາ, ຢູ່​ໂຮງຮຽນ​ປະຖົມ ຮວ່າ​ຝູ ​ແລະ ​ໂຮງຮຽນ​ປະຖົມ ຮວ່າ​ບັກ (​ເມືອງ ຮວ່າ​ວາງ), ຄະນະຊາວໜຸ່ມນະຄອນ ດານັງ ໄດ້ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ “ລະດູ​ໜາວ​ທີ່​ອົບ​ອຸ່ນ​ໃຫ້ນ້ອງໆ” ປີ 2023 ​ເພື່ອ​ມອບ​ຂອງຂວັນ​ໃຫ້​ເດັກນ້ອຍ​ນັກຮຽນ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ນະຄອນ ດານັງ ໄດ້ມອບຂອງຂວັນເກືອບ 600 ພູດໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດພູດອຍ
ລາຍການ “ລະດູ​ໜາວ​ທີ່​ອົບ​ອຸ່ນໃຫ້ນ້ອງໆ” ປີ 2023 ​ເພື່ອ​ມອບ​ຂອງຂວັນ​ໃຫ້​ນັກຮຽນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ

ບັນດາຫົວໜ່ວຍໄດ້ມອບຂອງຂວັນ 533 ພູດໃຫ້ແກ່ນັກຮຽນທັງໝົດ 533 ຄົນຂອງສອງໂຮງຮຽນ. ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ມອບ​ທຶນ​ສຶກສາ 50 ທຶນ​ໃຫ້​ນັກ​ສຶກສາ 50 ຄົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ​ໃນ​ນັ້ນ​ມີ​ທຶນ​ການສຶກສາ ​ແລະ ຂອງຂວັນເຊິ່ງແມ່ນອາຫານ. ລວມຍອດ​ມູນ​ຄ່າ​ຂອງ​ຂວັນ​ທີ່​ມອບ​ໃຫ້​ຄັ້ງ​ນີ້​ແມ່ນ 120 ລ້ານ​ດົ່ງ.

ພ້ອມ​ກັນ​ນັ້ນ, ຄະນະ​​ໄດ້​ຈັດ​ຕັ້ງການແຕ່ງ​ອາ​ຫານ, ມອບ​ເຄື່ອງນຸ່ງກັນໜາວ, ​ເຄື່ອງ​ໃຊ້​ໃນ​ໂຮງຮຽນ ​ແລະ ​ເຄື່ອງ​ໃຊ້​ທີ່ຈຳ​ເປັນ​ໃຫ້​ນັກຮຽນ 50 ຄົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ຢູ່​ໂຮງຮຽນ​ສາມັນກິນນອນຊົນ​ເຜົ່າ ປະຖົມ ​ແລະ ມັດທະຍົມຕາແສງ ຢ່າງ ດ້ວຍ​ຍອດ​ຈຳນວນ​ມູນຄ່າ​ປະຕິບັດ​ລາຍການແມ່ນ 40 ລ້ານ​ດົ່ງ.

ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ, ຄວາມ​ຮັກ​ແພງ, ໜູນ​ຊ່ວຍ​ເດັກນ້ອຍ​ຢູ່​ເຂດ​ທີ່ປະສົບຄວາມຫຍຸ້ງຍາກເນຶ່ອງໃນໂອກາດບຸນ​ເຕັດ ​ແລະ ລະດູບານ​ໃໝ່. ຜ່ານນັ້ນ ກໍ່ຊ່ວຍໃຫ້ນັກຮຽນພະຍາຍາມບືນຕົວຂຶ້ນໃນການດຳລົງຊີວິດ ແລະ ບັນລຸຜົນງານທີ່ດີໃນການຮຽນ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18115.html

In bài biết