14:06 | 03/01/2024

ຫວຽດນາມ - ຈຸດພົ້ນເດັ່ນການເຕີບໂຕຢູ່ອາຊີຕາເວັນອອກສ່ຽງໃຕ້

ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ຄະນະປະຕິບັດງານ UNISFA ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ຄະນະປະຕິບັດງານ UNISFA
ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນພິເສດກ່ຽວກັບສະພາບການມະນຸດສະທຳ Gaza, ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ ແລະ ປົກປ້ອງສາມັນຊົນໂດຍດ່ວນ. ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນພິເສດກ່ຽວກັບສະພາບການມະນຸດສະທຳ Gaza, ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ ແລະ ປົກປ້ອງສາມັນຊົນໂດຍດ່ວນ.

ບັນດາເງື່ອນໄຂພາຍນອກ ແລະ ຄວາມຕ້ອງການທີ່ບໍ່ເອື້ອອໍານວຍສຳລັບສິນຄ້າສົ່ງອອກ ເຮັດໃຫ້ລະດັບການເຕີບໂຕຊັກຊ້າລົງໃນໄຕມາດທີ 3. ການທີ່ອັດຕາດອກເບ້ຍເພີ່ມຂຶ້ນຢ່າງໄວວາໃນບັນດາພື້ນຖານເສດຖະກິດໃຫຍ່ ແລະ ຕະຫຼາດສົ່ງອອກໄດ້ເຮັດໃຫ້ເກີດວິກິດການສິນເຊື່ອ, ດຶງຄວາມຕ້ອງການໃຫ້ຫຼຸດລົງ.

ຫວຽດນາມ - ຈຸດພົ້ນເດັ່ນການເຕີບໂຕຢູ່ອາຊີຕາເວັນອອກສ່ຽງໃຕ້
ຮູບປະກອບ

​ແຕ່​ຄວາມ​ຕ້ອງການ​ພາຍ​ໃນ, ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ ​ແລະ ການ​ຟື້ນຟູຂອງ​ຂະ​ແໜງ​ການ​ບໍລິການ​ຢ່າງ​ຕໍ່​ເນື່ອງ, ​ໂດຍ​ສະ​ເພາະ​ການ​ສົ່ງ​ອອກ​ທ້ອງ​ຖິ່ນ​ຜ່ານ​ການທ່ອງທ່ຽວ ​ໄດ້​ປະກອບສ່ວນນຳມາ​ເຊິ່ງແງ່ຫວັງວຽກ​ເຮັດ​ງານ​ທຳ ​ແລະ ລາຍ​ຮັບ​ທີ່​ດີ​ຂຶ້ນ, ຈາກ​ນັ້ນ ກໍ່​ໄດ້​ໜູນຊ່ວຍການ​ເຕີບ​ໂຕ, ພິ​ເສດ​ແມ່ນ ​ຟີ​ລິບ​ປິນ ​ແລະ ຫວຽດນາມ.

ການຜະລິດຮັດແຄບ ເຮັດໃຫ້ການເຕີບໂຕຊ້າລົງໃນໄຕມາດ 4 ປີ 2023 ແລະ ຕົ້ນປີ 2024. ສິ່ງນີ້ສະແດງໃຫ້ເຫັນດັດຊະນີນັກບໍລິຫານຈັດຊື້ (PMI) ຂອງຫວຽດນາມໃນເດືອນກັນຍາ 2023 ຫຼຸດລົງຕໍ່າກວ່າ 50 ພາຍຫຼັງທີ່ບັນລຸສູງກວ່າ 50.5 ຈຸດໃນເດືອນສິງຫາ; ຫຼຸດລົງຕໍ່າກວ່າ 50 ສໍາລັບມາເລເຊຍ ແລະ ໄທ, ເຊິ່ງເປັນສັນຍານວ່າຂະແໜງການຜະລິດພວມຊັກຊ້າລົງ; ສິງກະ​ໂປ​ ຫຼຸດ​ລົງ​ໜ້ອຍ​ໜຶ່ງ​ແຕ່​ຍັງ​ຢູ່​ໃນ​ເຂດ​ເຕີບ​ໂຕ.

ອັດຕາເງິນເຟີ້ເລີ່ມຫຼຸດລົງໃນທ້າຍໄຕມາດທີ 2 ຂອງປີ 2023 ແລະ ສືບຕໍ່ຫຼຸດລົງໃນລະດັບເປົ້າຫມາຍໃນໄຕມາດ 3 ປີ 2023 ສໍາລັບທຸກປະເທດໃນພາກພື້ນ ຍ້ອນຄວາມກົດດັນແຫຼ່ງສະໜອງໃນຂົງເຂດພະລັງງານ ແລະ ລາຄາອາຫານຫຼຸດລົງ.

ບັນດາທະນາຄານ​ສູນກາງ​ຂອງ​ອິນ​ໂດ​ເນ​ເຊຍ, ຫວຽດນາມ ​ແລະ ຟີ​ລິບ​ປິນ ໄດ້ເພີ່ມ​ອັດຕາ​ດອກ​ເບ້ຍບໍລິຫານ. ພື້ນຖານ​ເສດຖະກິດ​ຫວຽດນາມ​ ພວມເລັາງລະດັບຄວາມ​ໄວໃນ​ໄຕ​ມາດ​ທີ 3 ປີ 2023 ​ເມື່ອ GDP ​ເພີ່ມ​ຂຶ້ນ​ຈາກ 4,1% ຂຶ້ນ​ເປັນ 5,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022. ​ແນ່ນອນ​ວ່າ, ລະດັບຄວາມໄວ​ນີ້​ຍັງ​ຊ້າ​ກວ່າ​ກ່ອນນັ້ນ, ຍ້ອນ​ຄວາມ​ຕ້ອງການ​ສົ່ງ​ອອກ​ຂອງ​ທົ່ວ​ໂລກ​ຫຼຸດ​ລົງ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-18100.html

In bài biết