16:14 | 09/01/2024

ພາລະໜ້າທີ່, ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ
ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ

ຕາມ​ນັ້ນ​ແລ້ວ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ອົງການ​ຂັ້ນກົມໃຫຍ່ຂຶ້ນກັບກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ປະຕິບັດ​ໜ້າ​ທີ່​ຄຸ້ມ​ຄອງ​ລັດກ່ຽວກັບວຽກງານສຳລັບ​ຊາວຫວຽດນາມ ຢູ່​ຕ່າງປະ​ເທດ.

ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ມີ​ໜ້າ​ທີ່​ເປັນເສນາທິການຊ່ວຍລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຍື່ນ​ສະ​ເໜີຕໍ່​ລັດຖະບານ, ນາຍົກລັດຖະມົນຕີ ​ແລະ ບັນດາ​ອົງການ​ທີ່​ມີ​ສິດອຳນາດ: ໂຄງການກົດໝາຍ, ຮ່າງມະຕິຂອງສະພາແຫ່ງຊາດ; ໂຄງ​ການ​ລັດຖະດຳລັດ ແລະ ຮ່າງມະຕິຂອງຄະນະປະຈຳສະພາ​ແຫ່ງ​ຊາດ; ຮ່າງດຳລັດ, ມະຕິ​ຂອງລັດຖະບານ; ຮ່າງ​ມະຕິ, ຄຳສັ່ງຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບວຽກງານຊາວ ​ຫວຽດນາມ ​ຢູ່​ຕ່າງປະ​ເທດ; ຍຸດ​ທະ​ສາດ, ​ແຜນການ​ໄລຍະ​ຍາວ, ລາຍການເປົ້າໝາຍແຫ່ງ​ຊາດ; ລາຍການການ​ເຄື່ອນ​ໄຫວ, ​ແຜນການ ​ແລະ ​ໂຄງການ​ສຳຄັນ​ຂອງ​ລັດຖະບານ​ກ່ຽວ​ກັບ​ວຽກງານຊາວຫວຽດນາມ ​ຢູ່​ຕ່າງປະ​ເທດ.

ນອກຈາກນັ້ນ, ຍື່ນສະເໜີໃຫ້ລັດຖະມົນຕີກະຊວງການຕ່າງປະເທດພິຈາລະນາ, ກຳນົດຮ່າງຈົດໝາຍທາງການ, ຂໍ້ກຳນົດ, ຄຳສັ່ງ ແລະ ເອກະສານອື່ນໆກ່ຽວກັບວຽກງານຊາວຫວຽດນາມ ຢູ່ຕ່າງປະເທດ.

ພາລະໜ້າທີ່, ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ພາລະໜ້າທີ່, ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ອົງການຈັດຕັ້ງຜັນຂະຫຍາຍນະໂຍບາຍ, ກົດໝາຍ, ຍຸດທະສາດ, ແຜນການ, ລາຍການ, ແຜນຮ່າງ, ໂຄງການກ່ຽວກັບວຽກງານຊາວຫວຽດນາມ ຢູ່ຕ່າງປະເທດ ພາຍຫຼັງໄດ້ຮັບການອອກ ຫຼື ຮັບຮອງເອົາຈາກອົງການມີສິດອຳນາດ.

ແນະນຳວິຊາສະເພາະວຽກງານ​ການ​ຄຸ້ມ​ຄອງ​ລັດກ່ຽວກັບ​ຊາວຫວຽດນາມ​ ຢູ່​ຕ່າງປະ​ເທດ ​ຕາມ​ສິດອຳນາດ​; ​ເປັນ​ປະທານ​ໃນ​ການ​ຄົ້ນຄວ້າ, ສັງລວມ​ຕີ​ລາຄາ ​ແລະ ສະ​ເໜີ​ບັນດາ​ບັນຫາ​ທີ່ມີລັກສະນະຄາດ​ຄະ​ເນ, ຍຸດ​ທະ​ສາດທີ່​ກ່ຽວຂ້ອງ​ກັບ​ສະພາບ​ການ​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່​ຕ່າງປະ​ເທດ.

ສະໜັບສະໜູນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ ມີຊີວິດການເປັນຢູ່ທີ່ເປັນປົກກະຕິ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມປະເທດ​ເຈົ້າພາບ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ເອກະລັກ​ວັດທະນະທຳ, ພາສາ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາວ​ຫວຽດນາມ; ປະຕິບັດ​ວຽກ​ງານມະຫາສາມັກຄີແຫ່ງ​ຊາດສຳລັບຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ; ລະດົມການດຶງດູດ ​ແລະ ໜູນ​ຊ່ວຍພັດທະນາ​ແຫຼ່ງຊັບພະຍາກອນຂອງ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ປະ​ເທດ​ຊາດ; ຈັດຕັ້ງ, ໜູນ​ຊ່ວຍ, ແນະນຳ​ບັນດາ​ອົງການ, ບຸກຄົນ​ຫວຽດນາມ ຢູ່​ຕ່າງປະ​ເທດ​ ໃນ​ການ​ພົວພັນ​ຮ່ວມ​ມື​ຢູ່​ພາຍ​ໃນ​ປະ​ເທດ; ໜູນ​ຊ່ວຍການເຊື່ອມຕໍ່ນະວັດຕະກຳ.

ຂໍ້ມູນຂ່າວສານ, ເຜີຍແຜ່ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ສະພາບການຂອງປະເທດຊາດ, ບັນດາສົນທິສັນຍາສາກົນທີ່ຫວຽດນາມ ໄດ້ລົງນາມ, ເຂົ້າຮ່ວມ ໃຫ້ແກ່ຊາວຫວຽດນາມ ຢູ່ຕ່າງປະເທດ.

ປະຕິບັດ​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ວຽກ​​ງານ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ ​ຕາມຂໍ້ກຳນົດ​ຂອງ​ກົດໝາຍ. ປະຕິບັດ​ການ​ຄຸ້ມ​ຄອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມທີ່ກ່ຽວຂ້ອງເຖິງ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ ​ຕາມ​​ກຳນົດ​ຂອງ​ກົດໝາຍ. ປະຕິບັດ​ວຽກ​ງານ​ຍ້ອງຍໍຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ.

ການ​ຄຸ້ມ​ຄອງກ່ຽວກັບການຈັດ​ຕັ້ງກົງຈັກ, ຮັບບັນຈຸ, ຕຳ​ແໜ່ງວຽກ​ງານ; ປະຕິບັດ​ລະບອບ​ເງິນ​ເດືອນ, ບຳລຸງ​ສ້າງ, ບຳລຸງ, ແຂ່ງຂັນ, ຍ້ອງຍໍ, ກົດລະບຽບ ແລະ ບັນດາລະບອບ, ນະ​ໂຍບາຍ​ອື່ນໆ​ໃຫ້​ແກ່​ລັດຖະກອນ, ຜູ້ອອກແຮງງານຂຶ້ນກັບຂອບເຂດການ​ຄຸ້ມ​ຄອງ​ຂອງ​ຄະນະ​ກຳມະການ​ຕາມກຳນົດຂອງກົດໝາຍ ​ແລະ ການ​ແບ່ງ​ຂັ້ນ​ຂອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ.

ໂຄງຮ່າງການຈັດຕັ້ງ

1-ກົມຄົ້ນຄວ້າສັງລວມ.

2-ກົມສື່ສານ - ວັດທະນະທຳ.

3-ກົມເສດຖະສາດ, ວິທະຍາສາດ ແລະ ເຕັກໂນໂລຢີ.

4- ຫ້ອງການ.

ການປະກາດ​ໃຊ້​ລະບຽບ​ການ​ເຮັດ​ວຽກ, ບັນດາຂໍ້ຕົກລົງທີ່ກຳນົດສະເພາະກ່ຽວກັບບົດບາດ, ໜ້າ​ທີ່, ຂອບເຂດສິດອຳນາດ ແລະ ໂຄງຮ່າງການຈັດ​ຕັ້ງ​ຂອງ​ບັນດາ​ຫົວໜ່ວຍ​ທີ່ຂຶ້ນກັບ​ຄະນະກຳມະການ​ປະຕິບັດ​ຕາມ​ຂໍ້ກຳນົດຂອງກົດໝາຍ ​ແລະ ການ​ແບ່ງ​ຂັ້ນຂອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ.

ຄະນະກໍາມະການມີຫົວໜ້າ ແລະ ຮອງຫົວໜ້າບໍ່ເກີນ 04 ທ່ານ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດແບ່ງງານໃຫ້​ຮອງ​ລັດ​ຖະ​ມົນ​ຕີ​ເປັນ​ຫົວໜ້າ​ຄະ​ນະ​ກຳ​ມະ​ການ. ຫົວໜ້າຄະນະ​ກຳມະການມີໜ້າທີ່​ຮັບຜິດຊອບ​ຕໍ່ໜ້າລັດຖະມົນຕີ​ການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຕໍ່​ໜ້າ​ກົດໝາຍ​ກ່ຽວກັບ​ການ​ເຄື່ອນ​ໄຫວ​ທັງ​ໝົດຂອງ​ຄະນະ​ກຳມະການ.

ບັນດາຮອງຫົວໜ້າ​ຄະນະ​ກຳມະການ​ດັ່ງກ່າວ​ ແມ່ນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຕ່ງ​ຕັ້ງ ​ແລະ ໃຫ້ພົ້ນຈາກຕຳແໜ່ງ​​ ​ຕາມ​ຄຳ​ສະເໜີຂອງ​ຫົວໜ້າ​ຄະນະ​ກຳມະການ. ບັນດາຮອງຫົວໜ້າ​ຄະນະ​ກຳມະການ ມີໜ້າທີ່ຮັບຜິດຊອບຕໍ່ຫນ້າຫົວໜ້າ​ຄະນະ​ກຳມະການ ແລະ ຕໍ່ຫນ້າກົດຫມາຍສໍາລັບຂົງເຂດວຽກງານທີ່ໄດ້ຮັບການແບ່ງປັນ.

ການແຕ່ງຕັ້ງ ຫຼື ຕົ້ນຈາກຕຳແໜ່ງຫົວໜ້າ, ຮອງຫົວໜ້າຂອງຫົວໜ້າບັນດາຫົວໜ່ວຍຂຶ້ນກັບຄະ​ນະ​ກໍາ​ມະ​ການ​ ແມ່ນປະ​ຕິ​ບັດ​ຕາມຂໍ້​ກໍາ​ນົດ​ຂອງ​ກົດ​ຫມາຍ​ ແລະ ການແບ່ງຂັ້ນຂອງລັດຖະມົນຕີກະຊວງການຕ່າງປະເທດ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18092.html

In bài biết