07:53 | 17/01/2024

ຈະຈັດຕັ້ງການສອບເສັງທັກສະສະເພາະຢູ່ຫວຽດນາມ

ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ຄະນະປະຕິບັດງານ UNISFA ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ຄະນະປະຕິບັດງານ UNISFA
ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນພິເສດກ່ຽວກັບສະພາບການມະນຸດສະທຳ Gaza, ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ ແລະ ປົກປ້ອງສາມັນຊົນໂດຍດ່ວນ. ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນພິເສດກ່ຽວກັບສະພາບການມະນຸດສະທຳ Gaza, ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ ແລະ ປົກປ້ອງສາມັນຊົນໂດຍດ່ວນ.

ແຈ້ງການລະບຸວ່າ: ເພື່ອໄປເຮັດວຽກຢູ່ປະເທດຢີ່ປຸ່ນ ດ້ວຍການເປັນຜູ້ອອກແຮງງານທີ່ມີທັກສະສະເພາະ (ທັກສະພັກເຊົາແມ່ນ “ທັກສະສະເພາະທີ 1”), ຜູ້ສະໝັກຕ້ອງສຳເລັດຫຼັກສູດຝຶກງານດ້ານທັກສະ (3 ປີ) ຫຼື ເສັງຜ່ານໃນການສອບເສັງທັກສະສະເພາະ (ລວມມີ ການສອບເສັງທັກສະສະເພາະ ແລະ​ ການກວດກາພາ​ສາ​ຍີ່​ປຸ່ນ​)​.

ຈະຈັດຕັ້ງການສອບເສັງທັກສະສະເພາະຢູ່ຫວຽດນາມ
ຮູບປະກອບ.

​ຫຼັກສູດ​ທັກສະສະເພາະ ​ແມ່ນ​ໂຄງການ​ຮັບຜູ້ອອກເເຮງ​ງານຂອງ​ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ນຳເອົາຜູ້ອອກເເຮງ​ງານໄປ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ, ຍົກສູງ​ທັກ​ສະ, ຍົກສູງສີມືແຮງງານ, ປັບປຸງວິທີການເຮັດ​ວຽກ​ອຸດສາຫະກຳ, ພາສາ​ຕ່າງປະ​ເທດ ​ແລະ ອື່ນໆ.., ​ຫຼັງຈາກນັ້ນ ​ກັບ​ຄືນ​ມາ​ເຮັດ​ວຽກ ​ແລະ ປະກອບສ່ວນ​ໃຫ້ ຫວຽດນາມ. ດ້ວຍໄລຍະເວລາກຳນົດເຮັດວຽກ 5 ປີ, ໂຄງການທັກສະສະເພາະແມ່ນໃຫ້ສໍາລັບຜູ້ອອກແຮງງານທີ່ມີລະດັບ, ສີມືແຮງງານ ແລະ ພາສາຍີ່ປຸ່ນທີ່ແນ່ນອນ. ທັກສະສະເພາະແມ່ນໄດ້ຮັບການຮັບຮອງຈາກລັດຖະບານຍີ່ປຸ່ນ ໃນວັນທີ 8 ທັນວາ 2018 ແລະ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນເມສາ 2019 ດ້ວຍ 2 ໂຄງການຄື: “ທັກສະສະເພາະທີ 1” ແລະ “ທັກສະສະເພາະທີ 2”.

ໂຄງການທັກສະສະເພາະ​​ທີ່ໄດ້ຕັ້ງຄວາມຫວັງ​​ຈະ​ເປີດ​ໜ້າ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ ຫວຽດ​ນາມ - ຍີ່​ປຸ່ນ.

ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ຫາ​ກໍ່​ຈັດ​ຕັ້ງ​ການ​ສອບ​ເສັງ​ທົດລອງກ່ຽວ​ກັບຜູ້ອອກແຮງງານທັກສະສະເພາະ​​ໃນ​ເດືອນ ມີນາ 2021 ໃນຂົງເຂດ​ກໍ່ສ້າງ, ດ້ວຍ​ຜູ້​ສອບເສັງເຂົ້າ​ຮ່ວມ 30 ຄົນ​.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-18083.html

In bài biết