ເພີ່ມທະວີການຮ່ວມມືລະຫວ່າງສາມພື້ນຖານເສດຖະກິດຫວຽດນາມ-ລາວ-ກໍາປູເຈຍ
ຕອນເຊົ້າວັນທີ 17 ທັນວາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ-ຍີ່ປຸ່ນ ຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຮັບປະທານອາຫານເຊົ້າ ແລະເຮັດວຽກກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ Samdech Thipadei Hun Manet ນາຍົກລັດຖະມົນຕີກໍາປູເຈຍ.
![]() |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ Samdech Thipadei Hun Manet ນາຍົກລັດຖະມົນຕີກໍາປູເຈຍ. ພາບ: TTXVN |
ທີ່ການເຮັດວຽກ, ນາຍົກລັດຖະມົນຕີ ສາມທ່ານ ຢັ້ງຢືນວ່າຈະສືບຕໍ່ເພີ່ມທະວີຄວາມສາມັກຄີລະຫວ່າງສາມປະເທດໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ສ້າງສາ ແລະພັດທະນາປະເທດຊາດ; ຮັກສາການພົບປະ, ແລກປ່ຽນຂັ້ນສູງໃນທຸກຊ່ອງທາງເປັນປະຈຳ; ຜັນຂະຫຍາຍບັນດາກົນໄກ ແລະຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ; ພ້ອມໜູນຊ່ວຍກັນ ເພື່ອກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ...
ບັນດາການນຳໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ, ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນປະເພດຕ່າງໆ, ຄື: ການຄ້າຂາຍຢາເສບຕິດ, ການຄ້າມະນຸດ; ຮ່ວມແຮງຮ່ວມໃຈກັນສືບຕໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ. ນາຍົກລັດຖະມົນຕີ ສາມທ່ານ ກໍ່ເຫັນດີເປັນເອກະພາບສືບຕໍ່ມີນະໂຍບາຍ, ມາດຕະການສ້າງຄວາມສະດວກ ແລະສົ່ງເສີມການຄ້າ, ການລົງທຶນກວ່າອີກ; ຕັ້ງໜ້າຜັນຂະຫຍາຍແຜນການດໍາເນີນງານເຊື່ອມຕໍ່ສາມພື້ນຖານເສດຖະກິດກໍາປູເຈຍ-ລາວ-ຫວຽດນາມ ຮອດປີ 2030.
ບັນດາການນຳກໍ່ໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະພາບສົມທົບກັນຮັກສາຄວາມສາມັກຄີ ແລະຫຼັກໝັ້ນ, ບົດບາດໃຈກາງຂອງອາຊຽນ ໃນບັນຫາພາກພື້ນ. ທ່ານນາຍົກລັດຖະມົນຕີລາວ ຢັ້ງຢືນວ່າ ຈຸດສຸມຂອງອາຊຽນ 2024 ແມ່ນເພີ່ມທະວີການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງອາຊຽນ; ຂອບໃຈຕໍ່ການຮ່ວມມືຢ່າງຕັ້ງໜ້າຂອງກໍາປູເຈຍ ແລະຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ແລະຈະໜູນຊ່ວຍລາວ ຢ່າງສຸດຂີດເພື່ອຮັບປະກັນຄວາມສຳເລັດໃນການດຳລົງຕຳແໜ່ງປະທານອາຊຽນ ໃນປີ 2024.
ບູນມີ