00:00 | 30/11/2023

ຫວຽດນາມ - ຕວກກີ ຈະເພີ່ມວົງເງິນການຄ້າສອງຝ່າຍຂຶ້ນເປັນ 4 ຕື້ USD ໂດຍໄວ

ໃນ 11 ເດືອນ, ຍອດວົງເງິນການຄ້າຂອງຫວຽດນາມ ບັນລຸ 24,44 ຕື້ USD ໃນ 11 ເດືອນ, ຍອດວົງເງິນການຄ້າຂອງຫວຽດນາມ ບັນລຸ 24,44 ຕື້ USD
ຫວຽດນາມ ແລະ ສີລັງກາ ມຸ່ງໄປເຖິງເຕີບໂຕວົງເງິນການຄ້າສອງຝ່າຍທີ່ບັນລຸ 500 ລ້ານ USD ຫວຽດນາມ ແລະ ສີລັງກາ ມຸ່ງໄປເຖິງເຕີບໂຕວົງເງິນການຄ້າສອງຝ່າຍທີ່ບັນລຸ 500 ລ້ານ USD

ວັນ​ທີ 29 ພະຈິກ​ນີ້, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ຕວກກີ ​ຢ່າງ​ເປັນ​ທາງ​ການ, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ທີ່ໄດ້​ຈັດ​ຂຶ້ນ​ຢູ່​ທຳນຽບປະທານາທິບໍດີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າ​ມມິງຈິງ ​ໄດ້ມີ​ການພົບປະເຈລະຈາກັບ ​ທ່ານ​ຮອງ​ປະທານາທິບໍດີ ຕງກກີ.

ໂດຍສະແດງຄວາມຊົມເຊີຍ​ການ​ຢ້ຽມຢາມ ​ຕວກກີ ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ, ທ່ານ​ຮອງ​ປະທານາທິບໍດີ ຕວກກີ Cevdet Yilmaz ຕີ​ລາຄາ​ວ່າ ນີ້​ແມ່ນ​ເຫດການ​ສຳຄັນ, ມີຄວາມໝາຍທາງ​ປະຫວັດສາດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ - ຕວກກີ, ພິ​ເສດ​ແມ່ນ​ໃນ​ໂອກາດ​ທີ່​ສອງ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 45 ປີແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1978 – 2023).

ຫວຽດນາມ - ຕວກກີ ຈະເພີ່ມວົງເງິນການຄ້າສອງຝ່າຍຂຶ້ນເປັນ 4 ຕື້ USD ໂດຍໄວ

ຫວຽດນາມ - ຕວກກີ ຄົ້ນຄວ້າ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງໃໝ່​ທີ່​ແທດ​ຈິງ, ມີ​ປະສິດທິ​ຜົນ, ​ເລິກ​ເຊິ່ງກວ່າ.

ທ່ານ​ຮອງ​ປະທານາທິບໍດີ ຢືນຢັນ​ວ່າ ຕວກກີ ຖື ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ບຸລິມະສິດ​ອັນ​ດັບ​ຕົ້ນໆ​ຂອງ ອາ​ຊຽນ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການປ້ອງ​ກັນຊາ​ດ - ປ້ອງກັນຄວາມສະຫງົບ, ການທ່ອງທ່ຽວ...

ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ໄດ້​ສະ​ແດງ​ຄວາມຊົມຊື່ນຕໍ່​ບັນດາ​ຜົນງານ​ດ້ານ​ເສດຖະກິດ - ສັງຄົມ ​ເຊິ່ງປະ​ເທດ​ອ້າຍ​ນ້ອງ ຕວກກີ ບັນລຸ​ໄດ້​ໃນເວລາມໍ່ໆ​ນີ້, ພິ​ເສດ​ແມ່ນ​ການ​ເຂົ້າ​ເປັນ​ສະມາຊິກ G20 ​ແລະ ມີ​ບົດບາດ​ສຳຄັນ, ມີ​ອິດ​ທິພົນ​ໃນ​ພາກ​ພື້ນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ເຊື່ອ​ໝັ້ນ​ວ່າ ຕວກ​ກີ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຮງ​ກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຜ່ານ​ນັ້ນ​ກໍ່ເປີດ​ກາ​ລະ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

ທີ່​ການພົບປະ, ການ​ນຳ​ສອງ​ປະ​ເທດ​ຢືນຢັນ​ຄວາມ​ປາຖະໜາ ​ແລະ ຄວາມ​ຕັດສິນ​ໃຈ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ - ຕວກກີ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ໝັ້ນຄົງ​ ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ, ມຸ່ງ​ໄປ​ເຖິງ​ການ​ຍົກ​ລະດັບ​ການ​ພົວພັນ​ໃນເວລາຈະມາເຖີງໂດຍໄວ.

ການ​ນຳ​ສອງ​ປະ​ເທດ​ເຫັນເປັນເອກະພາບກັນຕ້ອງ​ສືບ​ຕໍ່​ຮັດ​ແໜ້ນ​ ແລະ ຊຸກຍູ້​ສາຍ​ພົວ​ພັນ​ທາງ​ການ​ເມືອງ​ ແລະ​ ການ​ທູດ​ທີ່​ດີງາມ...

ທ່ານ​ຮອງ​ປະທານາທິບໍດີ ຕວກກີ ​ໃຫ້​ຮູ້​ວ່າ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ພວມ​ສືບ​ຕໍ່​ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ຕາມທິດທີ່ສົມດຸນກ່ວາ.

ການ​ນຳ​ສອງ​ປະ​ເທດ​ເຫັນດີເປັນເອກະພາບກັນ ຕ້ອງເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ​ທີ່​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 4 ຕື້ USD ​ໂດຍ​ໄວ ​ໂດຍ​ຜ່ານ​ການ​ເປີດ​ກວ້າງ​ທ້ອງຕະຫຼາດ​ໃຫ້ຜະລິດຕະພັນກະເສດ ແລະ ສິນ​ຄ້າ​ທີ່ມີທ່າແຮງຂອງ​ກັນ​ແລະ​ກັນ, ຊຸກຍູ້​ການ​ເຈລະຈາ FTA ທີ່​ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ຄັ້ງ​ທີ 8, ເພີ່ມ​ທະວີຄວາມຖີ່ຂອງ​ການ​ບິນ​ຂົນ​ສົ່ງສິນຄ້າ ...

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງເລື່ອງ ຕວກກີ ແມ່ນນັກລົງທຶນໂດຍກົງໃຫຍ່ທີ່ສຸດຈາກພາກພື້ນ ຕາເວັນອອກກາງ ເຂົ້າຍັງ ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 1 ຕື້ USD.

ທ່ານຜູ້ນຳໜ້າ​ລັດຖະບານ ຫວຽດນາມ ຢືນຢັນ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ກຸ່ມບໍລິສັດ, ວິ​ສາ​ຫະກິດ ຕວກກີ ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ຄື ການ​ຜະລິດ​ອຸດສາຫະກຳ, ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ບໍລິ​ໂພ​ກ, ເສດຖະກິດ​ສີຂຽວ, ນະວັດຕະກຳ.

ນອກ​ນີ້, ສອງ​ຝ່າຍ​ເຫັນເປັນເອກະພາບກັນເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດ, ຊຸກຍູ້​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຕໍ່ສູ້ ຕ້ານອາດຊະຍາ​ກຳ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບຮົມ, , ບຳລຸງ​ສ້າງ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ, ຊອກຫາກູ້ຊີບ, ກູ້ໄພ ແລະ ການ​ຊ່ວຍ​ເຫຼືອ​ມະນຸດສະທຳ...

ຫວຽດນາມ ​ແລະ ຕວກກີ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ຄວາມ​ຮູ້, ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຄື: ກະສິກຳ, ພະລັງງານທົດແທນ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ, ການຫັນເປັນດິຈິຕອນ.

ການ​ນຳ​ສອງ​ທ່ານ​ໄດ້​ເຫັນເປັນເອກະພາບກັນວ່າ ຕ້ອງສົມທົບ​ກັນ​ຄົ້ນຄວ້າ ​ແລະ ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມືບຸກທະລຸ, ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 8 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ຕວກກີ ​ໃນ​ໄຕ​ມາດ​ທີ 1 ປີ 2024 ​ໂດຍ​ໄວ ​ເພື່ອ​ກວດກາ ​ແລະ ລົບ​ລ້າງ​ບັນດາ​ສິ່ງ​ກີດຂວາງ​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ສະ​ເພາະ, ​ເລັ່ງລັດ​ການ​ເຈລະຈາ ​ແລະ ລົງ​ນາມບັນດາ​ເອກະສານ​ຮ່ວມ​ມື​ສຳຄັນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ - ປ້ອງກັນຄວາມສະຫງົບ, ​ແຮງ​ງານ, ກະສິກຳ...

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ໄດ້​ເຊື້ອ​ເຊີນ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ ມາ​ຢ້ຽມ​ຢາມ​ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ໃນ​ປີ 2024 ເພື່ອ​ປະ​ກອບ​ສ່ວນ​ນຳ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ທ່ານ​ຮອງ​ປະທານ​ປະ​ເທດ Cevdet Yilmaz ​ໄດ້​ຮັບ​ຄຳ​ເຊີນ​ຢ່າງ​ດີ​ໃຈ ​ແລະ ຫວັງ​ວ່າ​ຈະ​ດຳ​ເນີນ​ການ​ຢ້ຽມຢາມ​ໂດຍ​ໄວ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-17843.html

In bài biết