00:00 | 29/11/2023

ພັກກອມມູນິດ ຫວຽດນາມ ແລະ ບຣາຊິນ ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນໃນບັນດາຂົງເຂດ

ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ
VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela

ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ ແລະແຕ່ລະປະເທດ; ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ຝ່າຍໃນເວລາຜ່ານມາ; ​ເຫັນ​ດີເປັນເອກະພາບ​ວ່າ ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ, ແບ່ງປັນບົດຮຽນໃນ​ທຸກ​ຂົງ​ເຂດ, ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ພັກກອມມູນິດ ຫວຽດນາມ ແລະ ບຣາຊິນ ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນໃນບັນດາຂົງເຂດ

ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ສະຫາຍ ເລຮວ່າຍຈູງ ໄດ້ໃຫ້ການຕ້ອນຮັບ ປະທານພັກກອມມູນິດ ບຣາຊິນ, ລັດຖະມົນຕີວ່າການກະຊວງວິທະຍາສາດເຕັກໂນໂລຊີ ແລະ ນະວັດກໍາຂອງ ບຣາຊິນ ສະຫາຍ ນາງ Luciana Santos

​ເນື່ອງ​ໃນ​ໂອກາດ​ນີ້, ສະຫາຍ ​ເລ​ຮ່ວາຍ​ຈູງ ​ແລະ ສະຫາຍ ນາງ Luciana Santos ກໍ່​ເຫັນ​ດີ​ເປັນ​ເອກະພາບກັນ​ວ່າ 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ສົມທົບ ​ແລະ ໜູນ​ຊ່ວຍ​ກັນໃນການການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ​ແລກປ່ຽນ​ມິດຕະພາບ ​ແລະ ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ບຣາຊິນ ​ໃນ​ປີ 2024.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-17829.html

In bài biết