00:00 | 26/11/2023

ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ຢ້ຽມຢາມຖາມຂ່າວບັນດານັກສຶກສາຢູ່ເຂດພາກໃຕ້

ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ
ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ

ທ່ານ​ເອກ​ອັກຄະ​ລັດຖະທູດ ລີ໋ດືກຈູ່ງ ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ກຳໄດ້ຂໍ້​ມູນ​ລະອຽດ​ກ່ຽວຂ້ອງເຖິງຄວາມປອດ​ໄພ​ຂອງ​ບັນດາ​ນັກ​ສຶກສາ ຫວຽດນາມ; ປຸກລະດົມ​ບັນດາ​ນັກ​ສຶກສາຮັກສາການຕິດ​ຕໍ່​​ກັບ​ບັນດາ​ຫົວໜ່ວຍ​ຮັບຜິດຊອບ​ໃນ​ທົ່ວ​ປະ​ເທດ ​ແລະ ຍາດ​ພີ່ນ້ອງ; ປະຕິບັດຕາມບັນດາການຮຽກຮ້ອງຂອງໂຮງຮຽນກ່ຽວກັບຕາຕະລາງການເຮັດວຽກ ແລະ ການສຶກສາເຊັ່ນດຽວກັນກັບຄຳກ່າວເຕືອນຈາກອຳນາດການປົກຄອງທ້ອງຖິ່ນ ເພື່ອຮັບປະກັນຄວາມ ໝັ້ນຄົງ ແລະ ຄວາມປອດໄພ; ອຸ່ນອ່ຽນໃຈ, ​ ຍົກສູງນ້ຳ​ໃຈ​ສາມັກຄີ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ໜູນຊ່ວຍ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ສືບ​ຕໍ່ຊຸດຮ່ຳຮຽນ ເເລະ ​ແນະນຳການປະກອບອາຊີບ​ຢູ່ ອິດສະຣາ​ແອນ ໃຫ້ສຳເລັດ.

ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ຢ້ຽມຢາມຖາມຂ່າວບັນດານັກສຶກສາຢູ່ເຂດພາກໃຕ້
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອນ ລີ໋ດືກຈູ່ງ (ຜູ້ທີ​ສອງ, ຈາກ​ຂວາ) ແລະ ບັນ​ດາພະນັກງານ​ສະ​ຖານ​ທູດ ທີ່​ເຮັດ​ວຽກ​ກັບ​ການ​ນຳ​ສູນ AICAT. (ພາບ: VNA)

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ລີ໋ດືກຈູ່ງ ​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ລະອຽດກັບສູນ ​​ເພື່ອ​ໜູນ​ຊ່ວຍ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ບັນດາ​ນັກ​ບຳລຸງວິຊາຊີບ; ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີຈຳນວນ​ນັກ​ສຶກ​ສາ​ຫວຽດ​ນາມ ມາ​ຮ່ຳ​ຮຽນ​ຢູ່​ສູນໃນ​ໄລ​ຍະ​ຈະ​ມາ​ເຖິງ.

ປະຈຸ​ບັນ, ສູນ AICAT ມີ​ນັກບຳລຸງວິຊາຊີບ​ຫວຽດນາມ ປະມານ 80 ຄົນ​ພວມ​ຮ່ຳຮຽນ, ນອກຈາກນັ້ນ ກໍ່ຍັງມີ​ບັນດາ​ນັກບຳລຸງວິຊາຊີບທີ່ມາ​ຈາກ​ຫຼາຍ​ປະ​ເທດ​ອາຊີ ​ແລະ ອາ​ຟຼິກກາ. ມາ​ຮອດ​ປະ​ຈຸ​ບັນ, ນັກ​ບຳລຸງວິຊາຊີບ​ຫວຽດ​ນາມ​ທຸກ​ຄົນ​ທີ່​ຮ່ຳ​ຮຽນ​ຢູ່​ທີ່​ນີ້​ລ້ວນ​ແຕ່​ມີ​ສຸ​ຂະ​ພາບ​​ແຂງແຮງ, ປອດ​ໄພ.

ຫວ່າງ​ມໍ່ໆ​ມາ​ນີ້, ສະຖານທູດ​ຫວຽດນາມ ປະຈຳ ອິດສະຣາ​ແອນ ສືບ​ຕໍ່​ຮັກສາບັນດາໜ່ວຍງານແຈ້ງຂໍ້ມູນ​ຂ່າວ​ສານ​ກັບ​ບັນດາ​ນັກບຳລຸງວິຊາຊີບ​ຜ່ານ​ເຄືອ​ຂ່າຍ​ສັງຄົມ, ຈັດ​ຕັ້ງ​ບັນດາ​ກອງປະຊຸມ​ທາງອອນໄລ ​ເພື່ອອັບເດດຂໍ້ມູນ​ສະພາບ​ການ ​ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ທັງ​ຊີວິດອິນຊີ ​ແລະ ຊັບ​ສິນດ້ວຍຕົນເອງ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17828.html

In bài biết