11:40 | 09/11/2023

ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ

ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ
ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມປະຊາຄົມຊາວຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳ ອັງກິດ ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມປະຊາຄົມຊາວຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳ ອັງກິດ

ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍ​ວັນ​ງິ ​ໄດ້ຮັບຮູ້ ​ແລະ ຕີ​ລາຄາ​ສູງ​ຄວາມ​ຮັກ​ແພງ ​ແລະ ການ​ປະກອບ​ຂອງ​ທ່ານ​ເລຂາທິການ​ Oliveira ​ແລະ ABRAVIET ທີ່​ມີ​ຕໍ່ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ​ໃນວາລະ​​ຂອງຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ໃນ​ການຜັນຂະຫຍາຍບັນດາການ​ເຄື່ອນໄຫວ​ມິດຕະພາບ ​ແລະ ພົບປະແລກປ່ຽນປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ບຣາຊິນ, ພິ​ເສດ​ເປັນໃນ​ປີ 2024, ​ເມື່ອ​ສອງ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (8 ພຶດສະພາ 1989 – 8 ພຶດສະພາ 2024), ແລະ ສະ​ເຫຼີ​ມສະຫຼອງ 17 ປີແຫ່ງການພົວພັນຄູ່ຮ່ວມມືຮອບດ້ານ (ເດືອນພຶດສະພາ 2007 – ເດືອນພຶດສະພາ 2024).

ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ
ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍ​ວັນ​ງິ ​ຕ້ອນຮັບ​ທ່ານ Pedro Da Oliveira, ​ເລຂາທິການ​​ສະມາຄົມ​ມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET)

ທ່ານ​ເອກ​ອັກຄະ​ລັດຖະທູດ​ໃຫ້ຮູ້​ວ່າ ບົນ​ພື້ນຖານ​ມິດຕະພາບ​ທີ່​ສະໜິດແໜ້ນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ຄວາມ​ສາມາດບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ​ ແມ່ນຕ້ອງຜັນຂະຫຍາຍຢ່າງ​ແຮງ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍ​ວັນ​ງິ ປາດ​ຖະໜາ​ວ່າ ທ່ານ Oliveira ​ແລະ ບັນດາ​ເພື່ອນມິດ ບຣາຊິນ ຈະສືບ​ຕໍ່​ເປັນ​ຂົວ​ຕໍ່, ​ແນະນຳ​ທ່ານ​ເອກ​ອັກຄະ​ລັດຖະທູດກັບ​ບັນດາ​ການ​ນຳ ​ແລະ ນັກ​ຊ່ຽວຊານທີ່ເປັນມິດໃຈ, ສະໜັບສະໜູນ ​ແລະ ຊຸກຍູ້​ການ​ພົວພັນ ບຣາຊິນ - ຫວຽດນາມ ​ໃນ​ສະພາ​ສູງ, ສະພາຕ່ຳ, ບັນດາ​ອຳນາດການປົກຄອງ​ຢູ່ ນະຄອນຫຼວງ Brasília; ບັນດາລັດ, ນະຄອນ, ແລະ ທ້ອງຖິ່ນອື່ນໆ; ຊ່ຽວຊານຫົວໜ້າຂະແໜງໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ກະສິກຳຈຳນວນໜຶ່ງ; ຫົວຕໍ່ຫຼັກແຫຼ່ງ​ຂອງ​ສະ​ມາ​ຄົມ​ບັນດາຜູ້​ນໍາ​ເຂົ້າ-​ສົ່ງ​ອອກ ​ແລະ ​ການ​ສົ່ງ​ເສີມ​ການ​ຄ້າ​ຢູ່ ບຣາຊິນ.

ທ່ານ Oliveira ​ໄດ້​ຕີ​ລາຄາ​ສູງ​ບັນດາສະເໜີ, ຕີ​ລາຄາ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍ​ວັນ​ງິ, ພ້ອມກັນນັ້ນ ກໍ່ປາດ​ຖະໜາ​ຢາກ​ຜັນ​ຂະຫຍາຍ​ການຊຸກຍູ້ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບຣາຊິນ ​ໂດຍ​ໄວ.

ທ່ານ Oliveira ກໍ່ເນັ້ນ​ໜັກ​ວ່າ: ທ່ານ ​ແລະ ​ເພື່ອນມິດ​​ຊາວ​ ບຣາຊິນ ​ໃນ ABRAVIET ຈະ​ຈັດ​ຕັ້ງ​ການ​ພົບ​ປະ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ກ່ຽວກັບບັນດາຜູ້ທີ່ອິດທິພົນ​ໃນ​ບັນດາ​ວົງ​ການ​ເພື່ອ​ຊອກຮູ້ ​ແລະ ແລກປ່ຽນກ່ຽວກັບບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ຊຸກຍູ້​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ສິ່ງ​ດັ່ງກ່າວ​ຈະ​ປະກອບສ່ວນຊ່ວຍ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ບຣາຊິນ ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ສົມກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17720.html

In bài biết