00:00 | 17/11/2023

ພັດທະນາສາຍພົວພັນອັນດີງາມລະຫວ່າງນະຄອນ ດາຫນັງ ກັບ Kanagawa (ຍີ່ປຸ່ນ)

ເປີດກາລະໂອກາດການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງ ດາຫນັງ (ຫວຽດນາມ) ແລະ ແຂວງສາລະວັນ (ລາວ) ເປີດກາລະໂອກາດການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງ ດາຫນັງ (ຫວຽດນາມ) ແລະ ແຂວງສາລະວັນ (ລາວ)
ຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງ Kanagawa (ຍີ່ປຸ່ນ) ຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງ Kanagawa (ຍີ່ປຸ່ນ)

ໂດຍເປັນປະທານທີ່ການຕ້ອນຮັບຄະນະຜູ້ວ່າການ​ແຂວງ Kanagawa (ຍີ່​ປຸ່ນ) ໂດຍ​ທ່ານຜູ້ວ່າການ Kyroiwa Yuji ນຳໜ້າຄະນະ, ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດາຫນັງ ເລຈຸ່ງຈີ່ງ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ນະຄອນ ດາ​ຫນັງ ກັບ 2 ນະຄອນ Yokohama, Kawasaki ຢູ່ແຂວງ Kanagawa; ສະເໜີ​ທ່ານຜູ້ວ່າການ​ແຂວງ Kyroiwa Yuji ສືບ​ຕໍ່​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ ດາຫນັງ ກັບ​ບັນດາ​ທ້ອງ​ຖິ່ນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຂອງ​ແຂວງ Kanagawa.

ພັດທະນາສາຍພົວພັນອັນດີງາມລະຫວ່າງນະຄອນ ດາຫນັງ ກັບ Kanagawa (ຍີ່ປຸ່ນ)
ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດາຫນັງ ເລຈຸ່ງຈີ່ງ ເປັນປະທານ​ທີ່​ການ​ຕ້ອນຮັບ​ກັບ​ຄະນະຜູ້ວ່າການແຂວງ Kanagawa (ຍີ່​ປຸ່ນ) (ພາບ: ມາ​ຍກວາງ).

ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ເລຈຸ່ງຈີ່ງ ປາດ​ຖະໜາ​ວ່າ ທ່ານ Kuroiwa Yuji ຈະ​ແນະນຳ, ​ເຊື່ອມຕໍ່ ​ແລະ ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ແຂວງ Kanagawa ມາ​ຊອກຮູ້ ​ແລະ ລົງທຶນ​ຢູ່​ນະຄອນ ດາ​ຫນັງ ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ພື້ນຖານ​ໂຄງ​ລ່າງ​ທ່າ​ກຳ​ປັ່ນທະເລ, ກໍ່ສ້າງ​ນະຄອນ​ອັດສະລິຍະ, ເຕັກ​ໂນ​ໂລ​ຊີສູງ, ສາທາລະນະສຸກຄຸນນະພາບ​​ສູງ... ດາຫນັງ ໃຫ້ຄຳໝັ້ນສັນຍາວ່າ​ຈະ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ແລະ​ ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້ຊອກຮູ້ ແລະ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ.

ທີ່​ການ​ພົບ​ປະ, ທ່ານຜູ້ວ່າການແຂວງ Kanagawa Kyroiwa Yuji ​ໄດ້​ຂອບ​ໃຈ​ຕໍ່ການຕ້ອນຮັບທີ່ເປັນກຽດ ​ແລະ ​ເຕັມໄປດ້ວຍມິດຈິດມິດໃຈ, ຫວັງ​ວ່າ 2 ທ້ອງ​ຖິ່ນ​ຈະ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອໃນບັນດາຂົງເຂດທີ່ສອງຝ່າຍ​​ມີ​ຄວາມ​ສົນ​ໃຈໃຫ້ຫຼາຍກວ່າອີກ.

ທ່ານຜູ້ວ່າການ​ແຂວງ Kanagawa ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ​ນະຄອນ​ດາຫ​ນັງ ກັບ​ຄວາມ​ສາມາດບົ່ມຊ້ອນໃນການ​ລົງທຶນໃຫ້ແກ່​ບັນດາ​ວິ​ສາ​ຫະກິດ​ຂອງ​ແຂວງ, ສ້າງ​ເງື່ອນ​ໄຂ​ເພື່ອ​ເປີດກວ້າງການ​ເຊື່ອມ​ຕໍ່​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ ດາຫ​ນັງ - ຍີ່ປຸ່ນ, ປະກອບສ່ວນ​ພັດທະນາ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງທ້ອງຖິ່ນ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17675.html

In bài biết