19:58 | 14/11/2023

ຫວຽດນາມ ປາດ​ຖະໜາ​ຢາກ​ສ້າງ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ອາ​ເມ​ລິ​ກາ

ທ່ານສາດສະດາຈານ ຫງວຽນ​ເລີ່ນ​ຢຸ້ງ ​ເວົ້າ​ກ່ຽວກັບ​ນະ​ໂຍບາຍ​ໃນ​ການ​ນຳ​ໃຊ້​ຄົນທີ່ມີຄວາມສາມາດຈາກບັນດາປະເທດ ຂອງອາ​ເມ​ລິ​ກາ ​ແລະ ບົດຮຽນ​ສຳລັບຫວຽດນາມ ທ່ານສາດສະດາຈານ ຫງວຽນ​ເລີ່ນ​ຢຸ້ງ ​ເວົ້າ​ກ່ຽວກັບ​ນະ​ໂຍບາຍ​ໃນ​ການ​ນຳ​ໃຊ້​ຄົນທີ່ມີຄວາມສາມາດຈາກບັນດາປະເທດ ຂອງອາ​ເມ​ລິ​ກາ ​ແລະ ບົດຮຽນ​ສຳລັບຫວຽດນາມ
ຫວຽດ​ນາມ - ຟີ​ລິບ​ປິນ: ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ເຊຶ່ງກັນແລະກັນ ຫວຽດ​ນາມ - ຟີ​ລິບ​ປິນ: ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ເຊຶ່ງກັນແລະກັນ

ວັນທີ 13 ພະຈິກ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ໄດ້ຕ້ອນຮັບທ່ານນາງ Caroline D. Pham, ກຳມະການຄະນະກຳມະການພົວພັນແລກປ່ຽນສິນຄ້າອະນາຄົດ ອາເມລິກາ (CFTC), ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຫວຽດນາມ ປາດ​ຖະໜາ​ຢາກ​ສ້າງ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ອາ​ເມ​ລິ​ກາ

ຫວຽດນາມ ປາດ​ຖະໜາ​ຢາກ​ສ້າງ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ອາ​ເມ​ລິ​ກາ

ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Caroline Pham ​ແລະ ຄະນະ​ຜູ້​ແທນ CFTC ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ຕີ​ລາຄາ​ສູງ​ການ​ຮ່ວມ​ມື ​ແລະ ການ​ໜູນ​ຊ່ວຍ​ຂອງ CFTC ​ແລະ ທ່ານ​ນາງ Caroline Pham ​ເປັນ​ສ່ວນ​ຕົວ​ໃຫ້​ບັນດາ​ອົງການ​ພິ​ເສດ​ດ້ານ​ການ​ເງິນ ​ແລະ ການ​ທະນາຄານ​ຂອງ​ຫວຽດນາມ, ຜ່ານ​ນັ້ນ​ໜູນ​ຊ່ວຍ​ຫວຽດນາມ ພັດທະນາ. ​ແລະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ດ້ານ​ເສດຖະກິດ​ສອງ​ປະ​ເທດ.

ນະທີ່ນີ້, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ຢັ້ງຢືນວ່າ: ຫວຽດນາມ ຖືການພົວພັນກັບ ອາເມລິກາ ເປັນສຳຄັນ, ກຽມພ້ອມເພື່ອພ້ອມກັບ ອາເມລິກາ ພັດທະນາການພົວພັນທີ່ເລິກເຊິ່ງ, ກ້ວາງຂວາງ, ມີສະຖຽນລະພາບ ແລະ ແທດຈິງ; ສະເໜີໃຫ້ສອງຝ່າຍເພີ່ມທະວີການໂອ້ລົມສົນທະນາ ແລະ ການຮ່ວມມືໃນບັນດາຂົງເຂດທີ່ມີຜົນປະໂຫຍດລວມ, ຄື: ພື້ນຖານໂຄງລ່າງ ແລະ ການບໍລິການການເງິນ, ພິເສດແມ່ນການເງິນເຕັກນິກດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ແບ່ງປັນບົດຮຽນໃນການຄຸ້ມຄອງ, ກູ້ຢຶມ ແລະ ຊ່ວຍເຫຼືອ, ພາສີອາກອນ, ການພັດທະນາຕະຫຼາດທຶນຮອນ ແລະ ຕະຫຼາດຫຼັກຊັບ.

ສ່ວນທ່ານນາງກຳມະການຄະນະກຳມະການພົວພັນແລກປ່ຽນສິນຄ້າອະນາຄົດ ອາເມລິກາ Caroline D. Pham ໃຫ້ຮູ້ວ່າ: ນັບມື້ນັບມີຫຼາຍວິສາຫະກິດຂອງ ອາເມລິກາ, ພິເສດໃນຂົງເຂດການເງິນ ໃຫ້ຄວາມສົນໃຈເຖິງ ຫວຽດນາມ; ຢັ້ງຢືນວ່າ ຕະຫຼາດການເງິນ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນ ແລະ ມີກຳລັງດຶງດູດຢ່າງແຮງ. ໃນການໄລຍະຈະມາເຖິງ CFTC ຈະຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ແບ່ງປັນບົດຮຽນ ໃນການສ້າງກອບນະໂຍບາຍ, ການຄຸ້ມຄອງຄວາມສ່ຽງ ແລະ ຕິດຕາມຕະຫຼາດການເງິນພັດທະນາຢ່າງໂປ່ງໃສ, ມີສະຖຽນລະພາບ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-17627.html

In bài biết