09:49 | 08/11/2023

ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ

ການເຄືື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນທາງການ ການເຄືື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນທາງການ
ເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີໃນປະຊາຄົມ ອາຊຽນ ຢູ່ ແບນຊິກ ເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີໃນປະຊາຄົມ ອາຊຽນ ຢູ່ ແບນຊິກ

ກ່າວຄຳປາໄສ​ທີ່​ພົບປະ, ທ່ານ​ປະທານ​ສະພາ​ຕ່ຳ Éliane Tillieux ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ​ ແບນ​ຊິກ ​ແມ່ນ​ລັດຖະສະພາ​ທຳ​ອິດ​ທີ່​ຮຽກຮ້ອງ​ໃຫ້​ນຳ​ໃຊ້​ ທາດດັບສູນເຊື້ອແບັກທີເຣຍນິເວດ​​ທີ່ເປັນໂທດກຳ​ຕ້ານຄືນ​ມະນຸດ​ຊາດ. ມະຕິ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຫວຽດນາມ ​ໄດ້​ຮັບ​ຄວາມ​ເຫັນ​ດີ 100% ຈາກ​ບັນດາ​ພັກ​ການ​ເມືອງ ​ແບນ​ຊິກ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນໃຈທີ່​ແທ້​ຈິງ​ສຳລັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ ​ແລະ ​ໃນ​ໂລກ ພ້ອມ​ທັງ​ບັນດາ​ຄວາມ​ສ່ຽງ​ອັນ​ໃຫຍ່​ຫຼວງ​ຕໍ່​ສິ່ງ​ແວດ​ລ້ອມ​ທີ່​ເກີດ​ຈາກ​ທາດ​ພິດ​​ສີ​ສົ້ມ​ນີ້.

ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ
ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ.(ພາບ: TTXVN)

ຕາມ​ທ່ານ​ນາງ Éliane Tillieux ແລ້ວ, ມະຕິ​ນີ້​ແມ່ນ​ບາດກ້າວ​ທຳ​ອິດ​ມຸ່ງ​ໄປ​ເຖິງ​ບັນດາ​ມະຕິ​ໃນ​ອະນາຄົດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືລະອຽດ​ກັບ ຫວຽດນາມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ ແບນ​ຊິກ. ແບນ​ຊິກ ຕ້ອງ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຕົວຈິງ​ຄື​ແຜນການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ, ຜັນຂະຫຍາຍບັນດາການຄົ້ນຄວ້າ​ດ້ານ​ວິຊາ​ການ​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ແບນ​ຊິກ ​ແລະ ຫວຽດນາມ... ​ເພື່ອ​ບັນລຸ​ໄດ້​ບັນດາ​ມາດ​ຕະການ​ແກ້​ໄຂ​ໃນ​ໄລຍະ​ຍາວ.

ທ່ານສະມາຊິກລັດຖະສະພາ​ລັດ André Flahaut ຜູ້ທີ່​ຍື່ນ​ສະ​ເໜີ​ມະຕິ​ຕໍ່​ລັດຖະສະພາ​ແບນ​ຊິກ ​ເພື່ອ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່ ຫວຽດນາມ ກໍ່​ຢືນຢັນ​ວ່າ ຕ້ອງ​ມີ​ບັນດາ​ການ​ກະທຳ​ສະ​ເພາະ​ເພື່ອ​ຜັນຂະຫຍາຍ​ມະຕິ. ​ກ່ອນອື່ນໝົດ, ຝ່າຍ​ແບນ​ຊິກ ຕ້ອງປະກອບສ່ວນ​ເຕັກ​ໂນ​ໂລ​ຢີ​ເພື່ອ​ລ້າງ​ພິດ​ດິນ​ທີ່​ມີທາດ Dioxine ຢູ່ ຫວຽດນາມ.

ທ່ານ ຫງວຽນ​ວັນ​ຖາວ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ແບນ​ຊິກ ​ໄດ້​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ສະພາ​ແຫ່ງ​ຊາດ ​ແບນ​ຊິກ ​ເພື່ອ​ຮັບຮອງເອົາມະຕິ​ນີ້. ສິ່ງ​ດັ່ງກ່າວໄດ້ຊ່ວຍເພີ່ມທະວີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນຫາ​ທາດ​ພິດ​ສີ​ສົ້ມ ​ແລະ ຮຽກຮ້ອງ​ປະຊາ​ຄົມ​ໂລກ​ສະໜັບສະໜູນ​ຜູ້​ປະສົບ​ເຄາະ​ຮ້າຍ. ທ່ານຕີ​ລາຄາ​ວ່າ ນີ້​ແມ່ນ​ການ​ກະທຳ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຈະສົມທົບ​ກັບ​ຝ່າຍ ແບນ​ຊິກ ຊຸກຍູ້​ການ​ຮ່ວມ​ມື​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍຈາກທາດ​ພິດ​ສີ​ສົ້ມ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17597.html

In bài biết