15:12 | 09/11/2023

ຕຳຫຼວດນະຄອນໂຮ່ຈີມິນ ເຮັດວຽກກັບຄະນະຜູ້ແທນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ
ນະຄອນຫຼວງວຽງຈັນ ສືບຕໍ່ສະໜອງສິ່ງທີ່ຈຳເປັນ ໃຫ້ແກ່ປະຊາຊົນທີ່ປະສົບໄພນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ. ນະຄອນຫຼວງວຽງຈັນ ສືບຕໍ່ສະໜອງສິ່ງທີ່ຈຳເປັນ ໃຫ້ແກ່ປະຊາຊົນທີ່ປະສົບໄພນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ.

ຕອນບ່າຍວັນທີ 8 ພະຈິກ, ຢູ່ສໍານັກງານຕຳຫຼວດນະຄອນໂຮ່ຈີມິນ, ສະຫາຍພົນຕີ ເລຮົ່ງນາມ, ຫົວໜ້າຕໍາຫຼວດນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ, ເຮັດວຽກກັບຄະນະຜູ້ແທນກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ນະຄອນຫຼວງວຽງຈັນ, ນໍາໂດຍສະຫາຍພົນຈັດຕະວາ ບົວພັນ ຟອງມະນີ, ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງ ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ.

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍພົນຕີ ເລຮົ່ງນາມ ໃຫ້ຮູ້ວ່າ ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຈາກການນຳກະຊວງຕຳຫຼວດ, ຕໍາຫຼວດນະຄອນໂຮ່ຈີມິນ ຮູ້ສຶກປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະຜູ້ແທນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ມາຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ ຕາມເນື້ອໃນບົດບັນທຶກຊ່ວຍຈໍາການຮ່ວມມືທີ່ໄດ້ລົງນາມລະຫວ່າງສອງກົມກອງ ເມື່ອປີ 2016.

ໃນຊຸມທົດສະວັດຜ່ານມາ, ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນ ຫວຽດນາມ-ລາວ ໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ ແລະກາຍເປັນແບບຢ່າງແຫ່ງຄວາມບໍລິສຸດຜຸດຜ່ອງໃນການພົວພັນລະຫວ່າງປະຊາຊາດ.

ຕຳຫຼວດນະຄອນໂຮ່ຈີມິນ ເຮັດວຽກກັບຄະນະຜູ້ແທນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ບັນຍາກາດທີ່ການເຮັດວຽກ. ພາບ: congan.com.vn

ບົນພື້ນຖານການພົວພັນແບບພິເສດນັ້ນ, ຕຳຫຼວດນະຄອນໂຮ່ຈີມິນ ແລະກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ມີການພົບປະແລກປ່ຽນ, ໜູນຊ່ວຍ, ແບ່ງປັນບົດຮຽນ, ຮັບປະກັນສະຖຽນລະພາບດ້ານການເມືອງ, ປົກປັກຮັກສາເອກະລາດ, ອະທິປະໄຕຂອງສອງປະເທດ, ປະຊາຊົນສອງປະເທດ.

ໂດຍຕາງໜ້າໃຫ້ຄະນະພັກ - ຄະນະນຳຕໍາຫຼວດນະຄອນໂຮ່ຈີມິນ, ສະຫາຍພົນຕີ ເລຮົ່ງນາມ ເຊື່ອໝັ້ນວ່າ ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຄັ້ງນີ້ ຈະເພີ່ມທະວີການພົວພັນຮ່ວມມື, ການໜູນຊ່ວຍ ກໍ່ຄືແບ່ງປັນບົດຮຽນໃນການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍລະຫວ່າງກຳລັງຕໍາຫຼວດ ຫວຽດນາມ-ກຳລັງ ປກສ ລາວ ເວົ້າລວມ ແລະລະຫວ່າງຕຳຫຼວດນະຄອນໂຮ່ຈີມິນ ແລະກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເວົ້າສະເພາະ.

ສ່ວນສະຫາຍພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມປິຕິຊົມຊື່ນ ແລະພາກພູມໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ, ເຊິ່ງຕຳຫຼວດນະຄອນໂຮ່ຈີມິນ ໄດ້ສະຫງວນໃຫ້ຄະນະໃນຄັ້ງນີ້. ພ້ອມທັງເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງສອງກົມກອງ ຈະນັບມື້ນັບສະໜິດຕິດພັນ, ສອງຝ່າຍຈະພ້ອມກັນແລກປ່ຽນ, ສູ້ຊົນປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສໍາເລັດຢ່າງຈົບງາມ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-17591.html

In bài biết