14:46 | 09/11/2023

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດດ້ານຖະແຫຼງຂ່າວ ແລະ ການສື່ສານ

ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ
ສິ້ນສຸດກອງປະຊຸມລັດຖະມົນຕີເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນ ຄັ້ງທີ 19 ສິ້ນສຸດກອງປະຊຸມລັດຖະມົນຕີເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນ ຄັ້ງທີ 19

ນີ້​ແມ່ນ​ຄັ້ງ​ທີ 3 ທີ່​ໂຄງການ​ໄດ້​ຮັບ​ການ​ຈັດ​ຕັ້ງ, ດ້ວຍ​ຄວາມ​ປາດ​ຖະໜາ​ໂຄວະນາພາບພົດ​​ຫວຽດນາມ ໃນການປ່ຽນແປງໃໝ່ ​ແລະ ພັດທະນາ​​; ຜ່ານ​ນັ້ນ, ກໍ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດດ້ານຖະແຫຼງຂ່າວ ແລະ ການສື່ສານ
ວັນບຸນໄມຕີຈິດມິດຕະພາບ​ພິ​ເສດ ຫວຽດນາມ - ລາວ ປີ 2023 ຈະຈັດຢູ່ເທື່ອທຽນ – ​ເຫວ້

ປີ​ນີ້, ຄະນະ​ຈັດ​ຕັ້ງລາຍການ​ໄດ້ຍູ້​ແຮງການ​ເຄື່ອນ​ໄຫວ​ຂ່າວ​ຕ່າງປະ​ເທດ​ກວ່າ​ອີກ ດ້ວຍ 3 ​ເສົາ​ຄ້ຳ​ຄື: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນຂົງເຂດດ້ານການຖະແຫຼງ​ຂ່າວ ​ແລະ ການສື່ສານ ຫວຽດນາມ - ລາວ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​​ສົ່ງເສີມການລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ ຫວຽດນາມ - ລາວ ​ເວົ້າລວມ ​ແລະ ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ຊາຍ​ແດນ​ຮ່ວມ​ກັນ ເວົ້າ​ສະ​ເພາະ; ​ເພີ່ມ​ທະວີ​​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ປະຊາຊົນ​ຢູ່​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດກັນ.

​ໃນ​ລາຍການ​ຈະຈັດຫຼາຍ​ເຫດການ​ຄື: ງານ​ວາງສະ​ແດງ​ຮູບ​ພາບ​ດ້ວຍ 4 ຫົວ​ຂໍ້​ຄື: ປະຫວັດສາດ 61 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ມິດຕະພາບ​ພິ​ເສດ​ ຫວຽດນາມ - ລາວ; ຫວຽດນາມ ​ແລະ ລາວ ບົນ​ເສັ້ນທາງ​ພັດທະນາ; ບັນດາ​ຜົນງານ​ທີ່ໂດດເດ່ັນໃນ​ການ​ຮ່ວມ​ມື​ ຫວຽດນາມ - ລາວ ​ໃນ​ຂົງ​ເຂດຖະແຫຼງ​ຂ່າວ ​ແລະ ການສື່ສານ; ເທື່ວ​ທຽນ -​ ເຫວ້ ຮ່ວມເດີນທາງ​ພ້ອມ​ກັບ​ການ​ພັດທະນາ​ຂອງ​ປະ​ເທດຊາດ.

ງານຕະຫຼາດນັດ - ງານ​ວາງສະ​ແດງ​​ມີ 50 ກວ່າ​ຮ້ານວາງສະແດງຜະລິດຕະພັນການພິມຂໍ້​ມູນ​ຂ່າວສານ, ລາຍການສື່​ສານດ້ວຍພາສາລາວ ​ເເລະ ລາຍການສື່ສານດ້ວຍພາສາ​ລາວ. ນອກ​ນີ້, ຍັງ​ມີ​ການຮ່ວມເດີນທາງຂອງບັນດາວິສາຫະກິດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ​ແລະ ​ໂທລະ​ຄົມ, ບັນດາ​ວິ​ສາ​ຫະກິດ​ເຄື່ອນໄຫວໃນ​ຂົງ​ເຂດ​ການທ່ອງທ່ຽວ, ການ​ຄ້າ... ດ້ວຍ​ບັນດາ​ຜະລິດ​ຕະພັນ OCOP (​ໜຶ່ງຕາແສງ ໜຶ່ງ​ຜະ​ລິດ​ຕະ​ພັນ - PV) ທີ່ເປັນເອກະລັກພິເສດ​ຂອງ​ເຫວ້ ເເລະ ບັນດາ​ແຂວງ, ນະຄອນ ທາງພາກກາງ.

ນອກຈາກ​ບັນດາ​ເຫດການ​ພິ​ເສດ​ແລ້ວ, ຍັງ​ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ​ລະຫວ່າງ​ປະຊາຊົນ​ ຫວຽດນາມ - ລາວ, ພິ​ເສດ​ແມ່ນ​ລະຫວ່າງ​ປະຊາຊົນ​ບັນດາ​ເຜົ່າ​ແຂວງ ​ເທື່ອ​ທຽນ - ​ເຫວ້ ​ແລະ ສອງ​ແຂວງຂອງ​ລາວ ຄືແຂວງ​ສາລະ​ວັນ ​ແລະ ​ເຊ​ກອງ; ລະຫວ່າງ​ນັກ​ສຶກສາ​ຫວຽດນາມ ​ແລະ ນັກ​ສຶກສາ​ລາວ​ ທີ່​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ ​ເຫວ້.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17580.html

In bài biết