ຫວຽດນາມ ຖືການຊຸກຍູ້ບົດບາດຂອງແມ່ຍິງປັນບູຣິມະສິດສຳຄັນ
ສະຫະພັນແມ່ຍິງແຂວງ ອານຢາງ “ໄປຄຽງຄູ່ກັບແມ່ຍິງຊາຍແດນ” | |
ສະແດງຄວາມຂອບໃຈທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ສຳລັບຄວາມສະເໝີພາບ ແລະ ການພັດທະນາຂອງແມ່ຍິງຫວຽດນາມ |
ກ່າວຄຳປາໄສທີ່ການສຳມະນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດ່ຮຸ່ງຫວຽດ ຢືນຢັນຄວາມສຳຄັນຂອງແມ່ຍິງໃນສັງຄົມ. ການເພີ່ມທະວີບົດບາດຂອງແມ່ຍິງແມ່ນຕິດພັນກັບການພັດທະນາ ເເລະຄວາມກ້າວໜ້າຂອງສັງຄົມມວນມະນຸດ. ພຽງແຕ່ເມື່ອແມ່ຍິງໄດ້ຮັບການມອບສິດ, ໄດ້ມີຄວາມສະເໝີພາບ, ພຽງແຕ່ເມື່ອສຽງເວົ້າ ແລະ ປະສົບການຂອງແມ່ຍິງໄດ້ຮັບການຖືເປັນສຳຄັນ ແລະ ຍົກສູງ, ບັນດາວິທີການແກ້ໄຂໃໝ່ຈິ່ງຈະມີລັກສະນະທີ່ຮອບດ້ານ, ຍືນຍົງ ແລະ ຍາວນານຢ່າງແທ້ຈິງ.
![]() |
ທ່ານນາງ Caroline Myamayemombe, ຫົວໜ້າຜູ້ຕາງໜ້າອົງການ UN Women ປະຈຳ ຫວຽດນາມ ກ່າວຄຳປາໄສ. (ພາບ: TTXVN) |
ພັກ ແລະ ລັດ ຫວຽດນາມ ຖືການຊຸກຍູ້ບົດບາດຂອງແມ່ຍິງໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນເປັນບູຣິມະສິດສຳຄັນ. ຫວຽດນາມ ໄດ້ຢັ້ງຢືນຂີດໝາຍສຳຄັນເມື່ອເປັນເຈົ້າການເມື່ອຊຸກຍູ້ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິເລກທີ 1889 (2009) ກ່ຽວກັບບົດບາດຂອງແມ່ຍິງ ແລະ ເດັກຍິງໃນສະຖານະການພາຍຫຼັງການປະທະກັນ. ປະຈຸບັນ, ຫວຽດນາມ ກໍ່ແມ່ນປະເທດທີ່ມີມາດຕາສ່ວນທະຫານຍິງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ລະດັບສູງ, ບັນລຸ 16%, ສູງກວ່າຫຼາຍລະດັບປານກາງຂອງສະຫະປະຊາຊາດແມ່ນ 4%.
ໂດຍກ່າວຄຳປາໄສທີ່ການສຳມະນາ, ທ່ານນາງ Caroline Nyamayemombe, ຫົວໜ້າຜູ້ຕາງໜ້າອົງການ UN Women ປະຈຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງ ຫວຽດນາມ ກໍ່ສ້າງໂຄງການກະທຳແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ. ທ່ານນາງກ່າວວ່າ ໂຄງການໄດ້ຮັບຮູ້ບົດບາດສຳຄັນຂອງແມ່ຍິງຫວຽດນາມໃນການສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ. ການມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ, ການປະຕິບັດສິດທິມະນຸດຂອງເຂົາເຈົ້າ ແມ່ນສ່ວນໜຶ່ງທີ່ສຳຄັນໃນຄວາມພະຍາຍາມເພື່ອຮັກສາສັນຕິພາບສາກົນ.
ດີງເລື້ອງ