VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela
ທີ່ການພົບປະເຈລະຈາ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ຮູ້ວ່າ VUFO ຫວັງວ່າ ຈະໄດ້ຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານກັບບັນດາຄູ່ຮ່ວມມື Venezuela. ຜ່ານບັນດາເຄື່ອນໄຫວການສຳມະນາ, ສົນທະນາ, ແລກປ່ຽນນັກຮຽນຮູ້, ເຊື່ອມຕໍ່ກັບບັນດາມະຫາວິທະຍາໄລ ແລະ ຮາກຖານການຄົ້ນຄ້ວາ..., ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມ. ພ້ອມກັນນັ້ນ, ສອງຝ່າຍຕ້ອງຊຸກຍູ້ການເຊື່ອມຕໍ່ບັນດາວິສາຫະກິດ, ປະກອບສ່ວນເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍ.
![]() |
ທີ່ການພົບປະເຈລະຈາ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (ພາບ: ຮົ່ງເເອງ) |
ຕາມທ່ານ Carlos Ron, ຮອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບອາເມລິກາເໜືອ Venezuela, ປະທານ ISB ແລ້ວ: ຫວຽດນາມ ແລະ Venezuela ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ປະຊາຊົນ Venezuela ມີຄວາມຮູ້ສຶກທີ່ດີງາມຕໍ່ກັບປະຊາຊົນ ແລະ ຂະບວນການການຕໍ່ສູ້ເພື່ອເອກະລາດຂອງແຫ່ງຊາດຫວຽດນາມ. ທ່ານປະທານ ISB ສະແດງຄວາມປາດຖະໜາຢາກຮ່ວມມື ແລະ ແລກປ່ຽນປະສົບການຂອງ VUFO ໃນການຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ.
2 ຝ່າຍທີ່ໄດ້ເປັນເອກະພາບການຮ່ວມມືຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງໃນການພົວພັນແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ Venezuela, ມຸ່ງໄປເຖິງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (1989 – 2024).
Hai bên nhất trí hợp tác triển khai các hoạt động thiết thực trong quan hệ giao lưu nhân dân Việt Nam – Venezuela, hướng tới 35 năm thiết lập quan hệ ngoại giao hai nước (1989 – 2024).
ດີງເລື້ອງ