ຜູ້ປະກອບການທຸລະກິດລາວ ເລັ່ງກະກຽມຕ້ອນຮັບເປີດປີທ່ອງທ່ຽວ 2024
ລາວ ປະກາດໂລໂກ້ຂອງປີ ເປັນປະທານອາຊຽນ 2024 | |
ແຂວງຈໍາປາສັກ ປະເທດ ລາວ ກຳລັງກຽມຕ້ອນຮັບປີທ່ອງທ່ຽວລາວ 2024 |
ເມື່ອບໍ່ດົນມານີ້ ທີມງານນັກຂ່າວໜັງສືພິມປະເທດລາວພວກເຮົາໄດ້ລົງໄປເຄື່ອນໄຫວວຽກ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ໄດ້ມີໂອກາດສໍາພາດ ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອໍານວຍການ ບໍລິສັດ ພັດທະນາແຫລ່ງທ່ອງທ່ຽວນ້ຳຕົກ ຕາດ ເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ ໂດຍທາງບໍລິສັດໄດ້ກະກຽມຫລາຍປັດໄຈຕ້ອນຮັບການເປີດປີທ່ອງທ່ຽວລາວ ຕິດພັນກັບກອງປະຊຸມທ່ອງທ່ຽວອາຊຽນທີ່ ສປປ ລາວ ເຮົາເປັນເຈົ້າພາບເຊິ່ງໄດ້ກະກຽມຄວາມພ້ອມໃນການປັບປຸງສະຖານທີ່ທ່ອງທ່ຽວ ນ້ຳຕົກຕາດເຍືອງ ເປັນຕົ້ນຈຸດຊົມວິວ, ທາງເຂົ້າ-ອອກ, ບຸກຄະລາກອນທ້ອງຖິ່ນ, ພ້ອມນີ້ຍັງໄດ້ສ່ົງເສີມການຜະລິດພືດຜັກຢູ່ໃນ ບ້ານຫລັກ 40 ເພ່ືອກະກຽມດ້ານສະບຽງອາຫານໄວ້ສະໜອງໃຫ້ແກ່ການມາທ່ອງທ່ຽວ, ຢ້ຽມຢາມນ້ຳຕົກຕາດເຍືອງ ກໍ່ຄື ແຂວງຈຳປາສັກ ຂອງນັກທ່ອງທ່ຽວໃຫ້ພຽງພໍ. ນອກຈາກນີ້, ກິດຈະກຳທ່ອງທ່ຽວໃໝ່ໆໃນຕົ້ນປີ 2024 ນີ້, ທາງບໍລິສັດພັດທະນາແຫລ່ງທ່ອງທ່ຽວນ້ຳຕົກຕາດເຍືອງ ກໍ່ໄດ້ກຽມຄວາມພ້ອມການທ່ອງທ່ຽວແບບຍ່າງປ່າ, ການທ່ອງທ່ຽວປູກຕົ້ນໄມ້ບໍ່ ສະເພາະປູກໄດ້ແຕ່ຢູ່ຕາດເຍືອງ ສາມາດປູກໄດ້ຫລາຍໆຈຸດພາຍໃນ ແຂວງຈຳປາສັກ ເຊື່ອມໂຍງໄປຫາ ແຂວງສາລະວັນ ໄປພ້ອມໆພັນ.
![]() |
ແຂວງຈຳປາສັກ ກໍ່ແມ່ນແຂວງໜຶ່ງ ທີ່ມີແຫລ່ງທ່ອງທ່ຽວຫລາຍແຫ່ງ ເຊິ່ງນອກຈາກນ້ຳຕົກຕາດເຍືອງແລ້ວ, ຍັງມີນ້ຳຕົກຕາດຟານ, ຄອນພະເພັງ, ວັດພູ ແລະ ແຫລ່ງທ່ອງທ່ຽວປະຫວັດສາດອື່ນໆຕື່ມອີກ ແລະ ຂໍເຊີນຊວນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວ ແຂວງຈຳປາສັກ ຮັບຮອງວ່າປະທັດໃຈແນ່ນອນ. ທ່ານ ນາງ ສອນທິດາ ອຸນາພົມ ກ່າວຕື່ມວ່າ: ນອກຈາກການທ່ອງທ່ຽວ ຢູ່ນ້ຳຕົກຕາດເຍືອງແລ້ວ, ນັກທ່ອງທ່ຽວສາມາດໄປທ່ຽວຊົມນ້ຳຕົກຕາດເລາະ-ຕາດຮັງທີ່ຕັ້ງຢູ່ເມືອງເລົ່າງາມ ແຂວງ ສາລະວັນ ເຊິ່ງປັດຈຸບັນທາງ ບໍລິສັດກຳລັງເລັ່ງຟື້ນຟູ ພາຍຫລັງໄດ້ ມີພິທີເຊັນສັນຍາພັດທະນາແຫລ່ງທ່ອງທ່ຽວດັ່ງກ່າວ ໃນທ້າຍເດືອນກັນຍາມານີ້, ເພື່ອໃຫ້ສາມາດເປີດບໍລິການໃຫ້ແກ່ນັກທ່ອງທ່ຽວທີ່ຢາກມາທ່ຽວຊົມຕາດເລາະ-ຕາດຮັງ, ທັນກັບການ ເປີດທ່ອງທ່ຽວລາວ ແລະ ນີ້ກໍ່ແມ່ນກິດຈະກຳໜຶ່ງ ທີ່ທາງບໍລິສັດຢາກພັດທະນາ ແຫລ່ງທ່ອງທ່ຽວນ້ຳຕົກຕາດເລາະ-ຕາດຮັງ ເພື່ອເປົ້າໝາຍນອກຈາກທ່ອງທ່ຽວຢູ່ແຂວງຈຳປາສັກແລ້ວ, ນັກທ່ອງທ່ຽວຍັງສາມາດທ່ອງທ່ຽວ ເຊື່ອມຕໍ່ກັບແຂວງສາລະວັນຕື່ມອີກ. ຂະນະທີ່ມາຮອດປັດຈຸບັນໄດ້ກະກຽມປະໂມກໂຄສະນາ, ສ້າງເປັນແຜນການ, ສ້າງລາຍການທ່ອງທ່ຽວນຳສະເໜີໃຫ້ບັນດາບໍລິສັດ ທ່ອງທ່ຽວທີ່ມາໃຊ້ບໍລິການຢູ່ແຫລ່ງທ່ອງທ່ຽວນ້ຳຕົກຕາດເຍືອງ ນຳໄປໂຄສະນາຊ່ວຍ ແລະ ອື່ນໆ.
ຄຳຮຸ່ງ