15:09 | 25/10/2023

VinaCapital ຄາດຄະເນວ່າ GDP ຂອງ ຫວຽດນາມ ຈະຟື້ນຟູໃນລະດັບ 6,5% ໃນປີ 2023

HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024 HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024
ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023 ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023

ເຖິງຢ່າງໃດກໍຕາມ, ການເຕີບໂຕ GDP ຂອງ ຫວຽດນາມ ຈະຟື້ນຟູຂຶ້ນລະດັບ 6,5% ໃນປີ 2024, ຍ້ອນການຟື້ນຟູກ່ຽວກັບການສົ່ງອອກ ແລະ ການຜະລິດ. ສິ່ງດັ່ງກ່າວຈະໄປຄຽງຄູ່ກັບການຟື້ນຟູປະລິມານ ການຜະລິດຂອງຂະແໜງຜະລິດຂອງຫວຽດນາມ ຈາກລະດັບບໍ່ມີການເຕີບໂຕໃນປີນີ້, ຂຶ້ນລະດັບເຕີບໂຕ 8-9% ໃນປີ 2024. ນີ້ແມ່ນເນື້ອໃນທີ່ພົ້ນເດັ່ນໃນບົດລາຍງານກ່ຽວກັບບັນດາຈຸດເດັ່ນກ່ຽວກັບເສດຖະກິດ ຫວຽດນາມ ຂອງທ່ານ Michael Kokalari, ຫົວໜ້າພະແນກໄຈ້ແຍກເສດຖະກິດມະຫາພາກ ແລະ ຄົ້ນຄວ້າຕະຫຼາດຂອງ VinaCapital ທີ່ຫາກໍ່ປະກາດ.

VinaCapital ຄາດຄະເນວ່າ GDP ຂອງ ຫວຽດນາມ ຈະຟື້ນຟູໃນລະດັບ 6,5% ໃນປີ 2023

VinaCapital ຄາດຄະເນວ່າປີ 2023, GDP ຂອງ ຫວຽດນາມ ຈະຟື້ນຟູໃນລະດັບ 6,5%

ຕາມການໄຈ້ແຍກຂອງ VinaCapital, ການເຕີບໂຕໃນຂົງເຂດບໍລິໂພກພາຍໃນປະເທດໃນປີ 2023 ແມ່ນເກືອບຄືວ່າບໍ່ມີການປ່ຽນແປງເມື່ອທຽບກັບໄລຍະດຽວກັນຂອງປີ 2022. ຕະຫຼາດໄດ້ຮັບຜົນກະທົບ ຍ້ອນສິ່ງທ້າທາຍພວມເກີດຂຶ້ນໃນຕະຫຼາດອະສັງຫາລິມະຊັບ ແລະ ຍ້ອນການສົ່ງອອກຂອງ ຫວຽດນາມ ຫຼຸດລົງ. ກົງກັນຂ້າມ, ຈຳນວນແຂກທ່ອງທ່ຽວຕ່າງປະເທດໄດ້ຟື້ນຟູຂຶ້ນເຖິງເກືອບ 70% ເມື່ອທຽບໃສ່ລະດັບກ່ອນເກີດ ໂຄວິດ-19 ໃນປີ 2023. ສິ່ງດັ່ງກ່າວໄດ້ໜູນຊ່ວຍການເຕີບໂຕ GDP ຂອງຫວຽດນາມ ໃນປີ 2023.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-17517.html

In bài biết