12:42 | 31/10/2023

Helvetas ຫວຽດນາມ ໜູນຊ່ວຍຊາວກະສິກອນເເຂວງ ກວາງບິ່ງຫັນເປັນການປູກຝັງໝາກເຜັດທາດອົງຄະທາດເພື່ອສົ່ງອອກ

ໝາກທຸລຽນ:  ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ ໝາກທຸລຽນ: ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ
Helvetas ຫວຽດນາມ ໄດ້ຈັດກອງປະຊຸມເພື່ອສະໜັບສະໜູນ ພໍ່ແມ່ປະຊາຊົນແຂວງ ລ່າວກາຍ ໃນການຜະລິດຊາ ແລະ ການພັດທະນາເປັນຢາ Helvetas ຫວຽດນາມ ໄດ້ຈັດກອງປະຊຸມເພື່ອສະໜັບສະໜູນ ພໍ່ແມ່ປະຊາຊົນແຂວງ ລ່າວກາຍ ໃນການຜະລິດຊາ ແລະ ການພັດທະນາເປັນຢາ

ໃນ​ຊຸດ​ຮຽນ, ນັກ​ສຶກສາ​ໄດ້​ປະກອບ​ຄວາມ​ຮູ້​ກ່ຽວ​ກັບ​ຫຼັກການ​ຜະລິດ​ກະສິກຳທາດອົງຄະທາດ, ​ເຂົ້າ​ໃຈ​ສະດວກດີ, ຄວາມຫຍຸ້ງຍາກໃນຜະລິດ​ກະສິກຳທາດອົງຄະທາດ, ​ເຂົ້າ​ໃຈ​ຈຸດປະສົງ ​ແລະ ປະຕິບັດ​ຈົດກ່າຍການ​ບັນທຶກປະຈຳວັນທົ່ງນາ, ແຜນ​ການ​ຜະລິດຄອບຄົວຊາວນາ​ ​ແລະ ເຕັກນິກ​ການ​ກະກຽມ​ດິນ​ກ່ອນ​ປູກ​ໝາກ​ເຜັດ.

Helvetas ຫວຽດນາມ ໜູນຊ່ວຍຊາວກະສິກອນເເຂວງ ກວາງບິ່ງຫັນເປັນການປູກຝັງໝາກເຜັດທາດອົງຄະທາດເພື່ອສົ່ງອອກ
ບັນດາຊາວ​ກະ​ສິ​ກອນ​ຂອງ​​ສະຫະກອນ​ບໍລິການ​ກະສິກຳ​ສິ່ງ​ແວດ​ລ້ອມ ຮື່ງເເຈ້ກ (ຕາແສງ ຮື່ງເເຈ້ກ, ເມືອງ ໂບ້ເເຈ້ກ, ແຂວງ ກວາງບິ່ງ) ເຂົ້າ​ຮ່ວມ​ຊຸດ​ອົບ​ຮົມ. (ພາບ: Helvetas ຫວຽດນາມ)

ໂຄງການ VFBC ໄດ້ຮັບການອຸປະຖຳຈາກອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ແລະ Helvetas ປະຕິບັດອົງປະກອບຍ່ອຍ 6 ໂດຍມີເປົ້າໝາຍເພື່ອຊຸກຍູ້ການຜະລິດທີ່ເປັນມິດກັບການອະນຸລັກ ແລະ ທຸລະກິດໃຫ້ບັນດາຊຸມຊົນທີ່ມີຊີວິດຢູ່ຂຶ້ນກັບປ່າໄມ້.

ເພື່ອຮັບປະກັນທາງອອກສໍາລັບຜະລິດຕະພັນ, ໂຄງການໄດ້ຊຸກຍູ້ການເຊື່ອມຕໍ່ກັບທຸລະກິດສົ່ງອອກ ແລະ ລູກຄ້າສາກົນເພື່ອມາສໍາຫຼວດທ້ອງຖິ່ນທີ່ປູກ ແລະ ຫມັ້ນສັນຍາໃນການຮັບຈຳໜ່າຍຜະລິດຕະພັນ.

ຄາດ​ວ່າ, ພາຍຫຼັງ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ ​ແລະ ຫັນປ່ຽນ​ເປັນ​ປູກຝັງທາດອົງຄະທາດ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ເພື່ອ​ອອກ​ໃບຮັບຮອງທາດອົງຄະທາດ USDA, ບັນດາຜະລິດ​ຕະພັນ​ໝາກ​ເຜັດທາດອົງຄະທາດຂອງ​ຊາວ​ກະສິກອນ​ຕາ​ແສງ ຮື່ງ​ເເຈ້ກ ຈະ​ໄດ້ສົ່ງ​ອອກ​ໄປ​ຕະຫຼາດ​ສາກົນ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17471.html

In bài biết