18:59 | 03/11/2023

ເພີ່ມທະວີການຮ່ວມມືໃນບັນດາເຄື່ອນໄຫວເພື່ອສັນຕິພາບ ແລະ ການພັດທະນາ

ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ
ແຜ່ຂະຫຍາຍວັດທະນະທຳ ຫວຽດນາມ ແລະ ນ້ຳໃຈສາມັກຄີ, ການພັດທະນາ “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ” ແຜ່ຂະຫຍາຍວັດທະນະທຳ ຫວຽດນາມ ແລະ ນ້ຳໃຈສາມັກຄີ, ການພັດທະນາ “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ”

ທີ່​ການ​ພົບ​ປະ, ທ່ານ ຮ່າ​ຮຸ່ງ​ເກື່ອງ ​ໄດ້​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ປະຫວັດການກໍ່ຕັ້ງ​, ​ໂຄງ​ປະກອບ, ການຈັດ​ຕັ້ງ, ໜ້າ​ທີ່, ວຽກ​ງານ ​ແລະ ບັນດາການເຄື່ອນ​ໄຫວ​ຕົ້ນຕໍຂອງກອງທຶນ . ຕາມ​ນັ້ນ​ແລ້ວ, ກອງ​ທຶນ​ມີ 3 ໜ້າ​ທີ່​ຕົ້ນ​ຕໍ, ລວມມີ: ການຈັດ​ຕັ້ງ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ; ຄົ້ນຄວ້າ, ແນະນຳ​ນະ​ໂຍບາຍ ​ແລະ ຂໍ້​ມູນ​ຂ່າວສານ​ຕ່າງປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນການ​ກໍ່ສ້າງ ​ແລະ ພັດທະນາ​ຂອງ​ຫວຽດນາມ ​ແລະ ຊຸກຍູ້​ໂລກແຫ່ງ​ສັນຕິພາບ, ປະຊາທິປະ​ໄຕ, ສັງຄົມ​ກ້າວໜ້າ ​ແລະ ພັດທະນາ​ຢ່າງ​ສະ​ເໝີ​ພາບ ​ແລະ ໝັ້ນຄົງ.

ເພີ່ມທະວີການຮ່ວມມືໃນບັນດາເຄື່ອນໄຫວເພື່ອສັນຕິພາບ ແລະ ການພັດທະນາ
ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ.

ທ່ານນາງ Gabriele Zimmer, ສະມາຊິກຄະນະບໍລິຫານງານຂອງ RLS, ຫົວຫນ້າຄະນະຜູ້ແທນ RLS, ກ່າວວ່າ RLS ສ້າງຕັ້ງໃນປີ 1992, ຕັ້ງຊື່ຕາມນັກຮົບປະຕິວັດຍິງ Rosa Luxemburg ດ້ວຍຄວາມໝັ້ນໝາຍທີ່ຈະຮັກສາ ແລະ ພັດທະນາມໍລະດົກຂອງເພິ່ນ. ນີ້​ແມ່ນ​ອົງການ​ເຄື່ອນໄຫວສາກົນບໍ່ຫວັງຜົນ​ກຳ​ໄລ ​ທີ່​ມີ​ເປົ້າ​ໝາຍ​ສ້າງ​ບັນດາປັດໄຈຄວາມ​ກ້າວໜ້າ​ດ້ານ​ການ​ເມືອງ, ສະໜັບສະໜູນ​ວຽກ​ງານ​ສຶກສາ​ດ້ານ​ການ​ເມືອງ, ປັບປຸງ​ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ ສັງຄົມ. ເດືອນ ເມສາ ປີ 2009, RLS ໄດ້ເປີດສຳນັກງານຜູ້ຕາງໜ້າຢູ່ຮ່າໂນ້ຍ ຢ່າງເປັນທາງການ, ດຳເນີນບັນດາການເຄື່ອນໄຫວໜູນຊ່ວຍບັນດາປະເທດພວມພັດທະນາ ກ່ຽວກັບສັງຄົມຍຸຕິທຳ ແລະ ຍືນຍົງ. RLS ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ກັບ​ປະ​ມານ 20 ຄູ່​ຮ່ວມ​ມື​ຫວຽດ​ນາມ.

ທີ່​ການ​ພົບ​ປະ, ທ່ານ​ຮອງປະທານຜູ້ປະຈຳການກອງທຶນ ເຈີ່ນ​ດັກເລີ້ຍ ​ໄດ້​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ໃຫ້​ບັນດາ​ຜູ້​ແທນ​ກ່ຽວ​ກັບ​ສະພາບ​ການ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ, ບັນດາ​ສິ່ງ​ທ້າ​ທາຍ ​ແລະ ບາງ​ວິທີ​ແກ້​ໄຂ.

​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ຜູ້​ແທນ​ທັງ​ສອງ​ຝ່າຍກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນຫາທີ່ກ່ຽວຂ້ອງມາເຖິງການພັດທະນາຂອງ​ການ​ຂະບວນການສັນຕິພາບ​ຢູ່ໃນ​ໂລກ; ກໍ່ສ້າງບັນດາກົນໄກທີ່ໝັ້ນຄົງເພື່ອສະກັດກັ້ນປະທະກັນ; ການ​ປະຕິ​ຮູບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ ກົດບັງຄັບສຳລັບການກະທຳລະເມີດກົດໝາຍ​ສາກົນ...

2 ຝ່າຍ​ກໍ່​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ກອງ​ທຶນ ​ແລະ RLS ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ປະຊາຊົນ, ເພື່ອສັນຕິພາບ ​ແລະ ການພັດທະນາ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17466.html

In bài biết