ແລກປ່ຽນປະສົບການກ່ຽວກັບກະສິກໍາ, ອຸດສາຫະກໍາ ແລະທ່ອງທ່ຽວກັບລາວ
ວັນທີ 23 ຕຸລາ, ຄະນະຜູ້ແທນ ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໂດຍສະຫາຍ ຫງວຽນແທ່ັງຈູງ, ຮອງປະທານຜູ້ປະຈໍາການ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບຄະນະຜູ້ແທນສູນກາງແນວລາວສ້າງຊາດ ນໍາໂດຍສະຫາຍ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ (ບໍ່ປະຈຳການ) ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ນະຄອນ ໂຮ່ຈີມິນ.
ທີ່ການເຮັດວຽກ, ສະຫາຍ ອ໋ອດ ພົງສະຫວັນ ໄດ້ສະເໜີໃຫ້ນະຄອນໂຮ່ຈີມິນ ໜູນຊ່ວຍ ແລະຊ່ວຍເຫຼືອລາວ ໃນການເຄື່ອນໄຫວຜະລິດກະສິກຳ, ປຸງແຕ່ງຜະລິດຕະພັນ ແລະເພີ່ມທະວີການແລກປ່ຽນການຄ້າ; ຍູ້ແຮງການແລກປ່ຽນຄະນະຜູ້ແທນ ເພື່ອແບ່ງປັນບົດຮຽນປະສົບການ, ລົງນາມໃນຂໍ້ຕົກລົງຮ່ວມມືດ້ານເຕັກນິກ, ແຫຼ່ງແນວພັນໃນການຜະລິດກະສິກຳ, ການຮ່ວມມືດ້ານການຄ້າ. ຄຽງຂ້າງນັ້ນ, ຕາມສະຫາຍ ອ໋ອດ ພົງສະຫວັນ ແລ້ວ, ນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງລາວ ຄວນເພີ່ມທະວີການເຄື່ອນໄຫວເຊື່ອມຕໍ່ ແລະພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລະຫວ່າງຄົນຮຸ່ນໜຸ່ມຂອງສອງປະເທດ ເພື່ອປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາ.
![]() |
ບັນຍາກາດ ທີ່ການເຮັດວຽກ. ພາບ:TTXVN |
ທີ່ການເຮັດວຽກ,ສອງຝ່າຍໄດ້ແບ່ງປັນໝາກຜົນການຮ່ວມມືລະຫວ່າງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ກັບບັນດາອົງການແນວລາວສ້າງຊາດ ຂັ້ນສູນກາງ ແລະທ້ອງຖິ່ນ; ການເຄື່ອນໄຫວຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງລາວ ໃນຂົງເຂດກະສິກຳ ຄື: ການລ້ຽງງົວ ຢູ່ນະຄອນຫຼວງວຽງຈັນ, ຍົກສູງສະມັດຕະພາບເຂົ້າສານຢູ່ແຂວງຈໍາປາສັກ ແລະສະຫວັນນະເຂດ; ແລກປ່ຽນທິດທາງຊຸກຍູ້ການຮ່ວມມືໃນການປຸງແຕ່ງ ແລະ ແຈກຢາຍຜະລິດຕະພັນກະເສດ, ສົ່ງເສີມການຄ້າສອງຝ່າຍ...
ໃນການຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ສົມທົບກັບບັນດາພະແນກ, ຂະແໜງການຂອງນະຄອນ ເພື່ອແລກປ່ຽນບົດຮຽນໃນຂົງເຂດກະສິກຳ, ຊອກຫາກາລະໂອກາດຮ່ວມມືໃນຂົງເຂດກະສິກຳ ແລະອື່ນໆ; ຢ້ຽມຊົມເຂດກະສິກຳເຕັກໂນໂລຢີສູງນະຄອນໂຮ່ຈີມິນ ແລະຮູບແບບປຸງແຕ່ງຜະລິດຕະພັນກະເສດ ຢູ່ບາງສະຫະກອນກະສິກຳ ໃນບໍລິເວນນະຄອນ.
ບູນມີ