11:32 | 02/10/2023

ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳເຫັນຄັ້ງ​​ທີ່​ສອງ​ກ່ຽວ​ກັບ​ການ​ຮັບ ​ແລະ ດັດແປງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ

ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ​ລາວ​ແມ່ນ​ສຳຄັນ​ທີ່​ສຸດ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ​ລາວ​ແມ່ນ​ສຳຄັນ​ທີ່​ສຸດ
ຫວຽດນາມ ​ແລະ 70 ປະ​ເທດ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ປະຫວັດສາດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ທະ​ເລ ຫວຽດນາມ ​ແລະ 70 ປະ​ເທດ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ປະຫວັດສາດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ທະ​ເລ

ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 26, ວັນທີ 28 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມ (ຄັ້ງທີ 3) ເພື່ອປະກອບຄຳເຫັນ (ຄັ້ງທີ 2) ກ່ຽວກັບການຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ຜ່ານການປະກອບຄຳເຫັນ ແລະ ຮັບເອົາຄຳເຫັນມາເປັນຫຼາຍຄັ້ງ, ໄລ່ມາຮອດປັດຈຸບັນ, ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຍັງມີຄວາມເຫັນແຕກຕ່າງກັນຫຼາຍຢ່າງ ທີ່ກ່ຽວຂ້ອງເຖິງບັນດາມາດຕະຖານນຳໃຊ້ທີ່ດິນເຂົ້າໃນການວາງແຜນຜັງນຳໃຊ້ທີ່ດິນ ເຊິ່ງຄວນໄດ້ຮັບການຕີລາຄາຢ່າງລະອຽດຖີ່ຖ້ວນກວ່າ.

ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳເຫັນຄັ້ງ​​ທີ່​ສອງ​ກ່ຽວ​ກັບ​ການ​ຮັບ ​ແລະ ດັດແປງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ
ກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ກໍໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຈັດວາງອັດຕາພາສີລາຍຮັບຂອງວິສາຫະກິດເພີ່ມເຕີມ ຕາມຂໍ້ກຳນົດກ່ຽວກັບການຕ້ານການຮົ່ວໄຫຼພາສີທົ່ວໂລກ; ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການໝູນໃຊ້ທົດລອງນະໂຍບາຍໜູນຊ່ວຍການລົງທຶນໃນຂົງເຂດເຕັກໂນໂລຢີສູງ; ປະກອບຄຳເຫັນໃສ່ການດັດປັບບາງເນື້ອໃນຂອງມະຕິຂອງສະພາແຫ່ງຊາດ ກ່ຽວກັບບົດລາຍງານການຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການເອົາທີ່ດິນຄືນ, ການຊົດເຊີຍ, ໜູນຊ່ວຍ, ສ້າງເຂດຕັ້ງຖິ່ນຖານໃໝ່ ທ່າອາກາດສະຍານສາກົນ ລອງແທັ່ງ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17200.html

In bài biết