08:14 | 13/09/2023

ພິ​ທີ​ໄຂ​ງານ​ບຸນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຫວຽດ​ນາມ - ວິ້ງ​ລອງ 2023

ມອບຫຼຽນ​​ກາລະ​ນຶກ​ “ເພື່ອ​ພາ​ລະ​ກິດ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ” ​ໃຫ້​ແກ່​ທ່ານ ປ.ອ Timothy Edward Mcgrath ມອບຫຼຽນ​​ກາລະ​ນຶກ​ “ເພື່ອ​ພາ​ລະ​ກິດ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ” ​ໃຫ້​ແກ່​ທ່ານ ປ.ອ Timothy Edward Mcgrath
ສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳທີ່ອົດສະຕາລີ ສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳທີ່ອົດສະຕາລີ

Festival ແມ່ນຂົວເຊື່ອມຕໍ່, ໜູນຊ່ວຍຕັ້ງໜ້າໃຫ້ແກ່ແຂວງ ຫວີງລອງ ເວົ້າສະເພາະ ແລະບັນດາແຂວງ, ນະຄອນ ໃນຂອບເຂດທົ່ວປະເທດເວົ້າລວມ ໄດ້ແນະນຳ, ເຊີດຊູຄຸນຄ່າອາຊີບທີ່ເປັນມູນເຊື້ອ...

ຕອນຄ່ຳວັນທີ 11 ກັນຍາ, ຢູ່ນະຄອນ ຫວິງລອງ, ໄຂ “Festival ຜະລິດຕະພັນກະເສດ ຫວຽດນາມ - ຫວິງລອງ ປີ 2023”. Festival ຄັ້ງນີ້ມີຮ້ານວາງສະແດງກ່ວາ 300 ຮ້ານ ຂອງບັນດາວິສາຫະກິດທີ່ເຂົ້າຮ່ວມ.

ພິ​ທີ​ໄຂ​ງານ​ບຸນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຫວຽດ​ນາມ - ວິ້ງ​ລອງ 2023

Festival ແມ່ນຂົວເຊື່ອມຕໍ່, ໜູນຊ່ວຍຕັ້ງໜ້າໃຫ້ແກ່ແຂວງຫວີງລອງ ເວົ້າສະເພາະ ແລະ ບັນດາແຂວງ, ນະຄອນ ໃນຂອບເຂດທົ່ວປະເທດເວົ້າລວມໄດ້ແນະນຳ, ເຊີດຊູຄຸນຄ່າອາຊີບທີ່ເປັນມູນເຊື້ອ, ພິເສດແມ່ນບັນດາຜົນສຳເລັດແຫ່ງການພັດທະນາຊົນນະບົດໃໝ່ ຂອງບັນດາທ້ອງຖິ່ນໃນໄລຍະປ່ຽນແປງໃໝ່ ແລະເຊື່ອມໂຍງ.

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ກາວຊວນທູເວີນ, ຮອງປະທານຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ໃຫ້ຮູ້ວ່າ: “Festival ຜະລິດຕະພັນກະເສດ ຫວຽດນາມ - ຫວິງລອງ ປີ 2023 ແມ່ນໂອກາດສຳຄັນເພື່ອໃຫ້ບັນດາແຂວງ, ນະຄອນ ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາ, ແນະນຳ, ເຊື່ອມຕໍ່ຕະຫຼາດບໍລິໂພກອຸປະໂພກຜະລິດຕະພັນກະເສດທ້ອງຖິ່ນ ໃນຕະຫຼາດພາຍໃນ ແລະຕ່າງປະເທດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຮັບຮູ້ໄດ້ເຖິງສິ່ງທ້າທາຍ, ຮີບເຮັ່ງຈັດສັນເຂດວັດຖຸດິບ, ລົງທະບຽນລະຫັດເຂດປູກ ແລະພາຊາວກະສິກອນ ມຸ່ງໄປເຖິງການປູກຝັງຕາມທິດຍືນຍົງ, ຕອບສະໜອງບັນດາມາດຖານການສົ່ງອອກທີ່ນັບມື້ນັບສູງ”.

Link: https://huunghivietlao.thoidai.com.vn/detail-article-17106.html

In bài biết