11:43 | 20/09/2023

ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງອົງການຫ້າມອາວຸດເຄມີ

ນັກສຶກສາລາວ ແລະ ກຳປູເຈຍ  72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ ນັກສຶກສາລາວ ແລະ ກຳປູເຈຍ 72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ
ຫວຽດນາມ ຊ່ວຍປະເທດລາວ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ ຊ່ວຍປະເທດລາວ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ

ຕາມ​ນັກ​ຂ່າວ​ຂອງ​ສຳນັກ​ຂ່າວສານ​ຫວຽດນາມ​ລາຍ​ງານ​ຈາກ​ໂຮ​ນລັງ, ທີ່​ການ​ພົບ​ປະ​ແລກປ່ຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ ໂງເຮືອງນາມ ​ໄດ້​ຕີ​ລາຄາ​ວ່າ ປີ 2023 ​ແມ່ນ​ປີ​ພິ​ເສດ​ສຳລັບ OPCW, ດ້ວຍ​ຫຼາຍ​ເຫດການ​ສຳຄັນ, ​ໃນ​ນັ້ນ​ມີ​ການຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ 5 ປີ ​ແລະ ສະຫຼອງສູນເຕັກນິກ Chemtech ກ່ອນກອງປະຊຸມສະຫຼຸບ.

ທ່ານ​ເອກ​ອັກຄະ​ລັດຖະທູດ ໂງເຮືອງນາມ ໄດ້ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ສືບ​ຕໍ່​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ອັນ​ດີງາມ​ທີ່​ມີ​ຢູ່​ແລ້ວ​ລະຫວ່າງ OPCW ​ແລະ ຫວຽດນາມ.

ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງອົງການຫ້າມອາວຸດເຄມີ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໂຮນລັງ ໂງເຮືອງນາມ ໄດ້ຍື່ນສານຕາຕັ້ງຢູ່ສຳນັກງານໃຫຍ່ອົງການເກືອດຫ້າມອາວຸດເຄມີ (OPCW)

ທີ່ການແລກປ່ຽນກັບຜູ້ອຳນວຍການໃຫຍ່ OPCW, ທ່ານ Fernando Arias, ທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ໄດ້ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຮັກສາ ແລະ ຊຸກຍູ້ການພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງ OPCW ແລະ ຫວຽດນາມ; ທ່ານປາດຖະໜາວ່າ OPCW ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍ ຫວຽດນາມ ໃນການພິຈາລະນາ, ຮັບສະໝັກພະນັກງານ ຫວຽດນາມ ເຮັດວຽກຢູ່ OPCW ແລະ ສູນເຄມີ ແລະ ເຕັກໂນໂລຊີ (Chemtech); ໜູນຊ່ວຍຍົກສູງກຳລັງຄວາມສາມາດຂອງ ຫວຽດນາມ ຜ່ານບັນດາການເຄື່ອນໄຫວບບຳລຸງສ້າງຂອງ OPCW...

ສ່ວນທ່ານຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ໄດ້ຮັບຮູ້ບັນດາຂໍ້ສະເໜີຂອງທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ແລະ ໃຫ້ຮູ້ວ່າ OPCW ອາດຈະສະໜອງອຸປະກອນວິໄຈເຄມີໃຫ້ບັນດາຫ້ອງທົດລອງຢູ່ ຫວຽດນາມ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-17039.html

In bài biết