ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບປະຊາຄົມຊາວຫວຽດນາມ ຢູ່ ອາເມລິກາ
ທີ່ການພົບປະ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາເມລິກາ ສະແດງຄວາມປິຕິຊົມຊື່ນ ເມື່ອ ຫວຽດນາມ ແລະ ອາເມລິກາ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ.
ພາຍຫຼັງໄປຮອດນະຄອນ San Francisco, ລັດ California, ປະເທດ ອາເມລິກາ ເພື່ອເຂົ້າຮ່ວມສັບປະດາຂັ້ນສູງ ສະມັດຊາໃຫຍ່ ຄັ້ງທີ 78 ຂອງ ສປຊ ແລະ ບັນດາການເຄື່ອນໄຫວພົວພັນສອງຝ່າຍຢູ່ ອາເມລິກາ, ຕອນຄ່ຳວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາເມລິກາ.
![]() |
ທີ່ການພົບປະ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາເມລິກາ ສະແດງຄວາມປິຕິຊົມຊື່ນ ເມື່ອ ຫວຽດນາມ ແລະ ອາເມລິກາ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ, ພິເສດແມ່ນການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມພາຍຫຼັງໂລກລະບາດໂຄວິດ - 19, ສືບຕໍ່ເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງໃນເວທີສາກົນ. ຊາວ ຫວຽດນາມ ອາໄສຢູ່ ອາເມລິກາ ກໍ່ໄດ້ລາຍງານໃຫ້ນາຍົກລັດຖະມົນຕີໄດ້ຮັບຊາບ ກ່ຽວກັບບັນດາວຽກງານແທດຈິງຂອງພໍ່ແມ່ປະຊາຊົນ ໃນການປົກປັກຮັກສາ, ເສີມຂະຫຍາຍ, ໂຄສະນາຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ອາເມລິກາ… ບັນດາການເຄື່ອນໄຫວອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ, ປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຢັ້ງຢືນວ່າ:
“ຂ້າພະເຈົ້າຕີລາຄາສູງບົດບາດ, ການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ນັກທຸລະກິດ, ບັນດາຂົງເຂດອື່ນໆລ້ວນແຕ່ພັດທະນາ, ພວກເຮົາມີເອກອ້າງທະນົງໃຈທີ່ສຸດ. ພວກຂ້າພະເຈົ້າກໍ່ຫວັງວ່າ ປະຊາຄົມສືບຕໍ່ສາມັກຄີ, ເປັນເອກະພາບ. ພວກເຮົາສາມັກຄີພາຍໃນປະເທດ, ສາມັກຄີກັບປະເທດຕ່າງໆ, ສາມັກຄີພາຍໃນປະຊາຄົມ, ສາມັກຄີເພື່ອບັນລຸຜົນສຳເລັດ. ຂ້າພະເຈົ້າຝາກຝັງນ້ຳໃຈ, ຄວາມປາດຖະໜາຂອງພັກ, ລັດ ຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ຢູ່ ອາເມລິກາ ເວົ້າສະເພາະ”.
ຄຳຮຸ່ງ