15:52 | 17/09/2023

ຊຸກຍູ້ການປ່ອຍເງິນ​ລົງ​ທຶນ​ພາກ​ລັດ​ໃນ​ເດືອນ​ທ້າຍ​ປີ 2023

ບັນ​ດາ​ສະ​ຖານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ ໃນ​ໂອ​ກາດ​ວັນ​ບຸນ​ທ້າຍ​ປີ ບັນ​ດາ​ສະ​ຖານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ ໃນ​ໂອ​ກາດ​ວັນ​ບຸນ​ທ້າຍ​ປີ
ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023 ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023
ຊຸກຍູ້ການປ່ອຍເງິນ​ລົງ​ທຶນ​ພາກ​ລັດ​ໃນ​ເດືອນ​ທ້າຍ​ປີ 2023
(ພາບ: Việt Hùng/Vietnam+)

ຕາມກົມໃຫ່ຍສະຖິຕິ ຫວຽດນາມ ແລ້ວ, ຄາດວ່າ, ການປ່ອຍເງິນລົງທຶນພາກລັດໃນເດືອນສິງຫາໄດ້ເພີ່ມຂຶ້ນ 29,1% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ໄລ່ລວມໃນ 8 ເດືອນ, ເງິນລົງທຶນປະຕິບັດຈາກງົບປະມານແຫ່ງລັດເທົ່າເກືອບ 50% ແຜນການຂອງປີ ແລະ ເພີ່ມ 23,1% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.ບັນດາແຂວງ ນະຄອນມີອັດຕາການປ່ອຍເງິນລົງທຶນພາກລັດສູງແມ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ບິ່ນເຢືອງ…

ເພື່ອບັນລຸອັດຕາການປ່ອຍເງິນກ່ວາ 95% ຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງສຸມໃສ່ ຂ້ຽວຂາດກ່ວາອີກໃນການປະຕິບັດບັນດາມາດຕະການຍູ້ແຮງການປ່ອຍເງິນລົງທຶນພາກລັດ. ຕາມນັ້ນແລ້ວ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງມອບວຽກ, ດັດສົມແຜນການທຶນໃຫ້ບັນດາໜ້າທີ່, ໂຄງການ ໂດຍລັດຖະບານໄດ້ລາຍງານຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເມື່ອທີ 5 (ເດືອນພຶດສະພາ ແລະ ມິຖຸນາ) ທີ່ຜ່ານມາ. ພ້ອມກັນນັ້ນ ແມ່ນການດັດສົມທຶນລະຫວ່າງບັນດາໜ້າທີ່, ໂຄງການຂອງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມດ້ວຍບັນດາໜ້າທີ່, ໂຄງການຂຶ້ນກັບແຜນການລົງທຶນພາກລັດໄລຍະກາງ ແລະ ຍາວນານ ໄລຍະ 2021 - 2025 ທີ່ໄດ້ປະກອບທຶນໃນແຜນການປີ 2023 ຕາມມະຕິເລກທີ 93 ຂອງສະພາແຫ່ງຊາດ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-16994.html

In bài biết