16:49 | 16/08/2023

ຫວຽດນາມເຂົ້າຮ່ວມພິທີເປີດ Army 2023

ທ່ານ ພົນເອກ ຟານວັນຢາງ ເຂົ້າຮ່ວມກອງປະຊຸມ MCIS - 11 ແລະ Army 2023 ທ່ານ ພົນເອກ ຟານວັນຢາງ ເຂົ້າຮ່ວມກອງປະຊຸມ MCIS - 11 ແລະ Army 2023
ຫວຽດນາມ ຍືນອັນດັບທີ 5 ທົ່ວຄະນະທີ່ Army Games 2022 ຫວຽດນາມ ຍືນອັນດັບທີ 5 ທົ່ວຄະນະທີ່ Army Games 2022

ຕອນເຊົ້າວັນທີ 14 ສິງຫາ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງ ປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມພິທີເປີດ ເວທີປາໄສເຕັກນິກ-ການທະຫານສາກົນ 2023 (Army 2023)

ນີ້ແມ່ນການເຄືອ່ນໄຫວວາງສະແດງ ແລະ ເວທີປາໄສສັງລວມ ໂດຍກະຊວງປ້ອງກັນປະເທດສະຫະພັນລັດເຊຍ ຈັດຕັ້ງແຕ່ປີ 2015 ຢູ່ສວນສາທາລະນະ Patriot ເຂດຊານນະຄອນຫຼວງ ມົດສກູ. ນີ້ແມ່ນໜຶ່ງໃນບັນດາງານວາງສະແດງອາວຸດຍຸດໂທປະກອນສາກົນທີ່ມີຂອບຂະໜາດ ໃຫຍ່ທີ່ສຸດໃນໂລກ.

ຫວຽດນາມເຂົ້າຮ່ວມພິທີເປີດ Army 2023

ຫວຽດນາມເຂົ້າຮ່ວມພິທີເປີດ Army 2023

Army 2023 ໄດ້ດຶງດູດການເຂົ້າຮ່ວມຂອງ ຄະນະ ຜູ້ແທນທີ່ມາຈາກເກືອບ 60 ປະເທດ, ໃນນັ້ນມີຫຼາຍຄະນະຜູ້ແທນຂັ້ນລັດຖະມົນຕີກະຊວງ ປ້ອງກັນປະເທດ, ເສນາທິການໃຫຍ່ກອງທັບ ພ້ອມກັບບໍລິສັດປ້ອງກັນປະເທດ 1.500 ແຫ່ງຂອງຣັດເຊຍ ແລະ 85 ບໍລິສັດຂອງຕ່າງປະເທດ.

ທີ່ Army ປີນີ້, ກົມໃຫຍ່ອຸດສາຫະກຳປ້ອງກັນປະເທດ ແລະ ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມໄດ້ເຂົ້າຮ່ວມ ແລະ ວາງສະແດງ 240 ຜະລິດຕະພັນອຸດສາຫະກຳປ້ອງກັນປະເທດຫວຽດນາມ.

ເນື່ອງໃນໂອກາດເຂົ້າຮ່ວມ Army 2023, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ໄປຢ້ຽມຊົມບັນດາຮ້ານວາງສະແດງຂອງປະເທດຕີ່າງໆ. ທ່ານພົນໂທ ຫງວຽນວັນເຫງ້ຍ, ຮອງເສນາທິການໃຫ່ຍ ກອງທັບ ປະຊາຊົນຫວຽດນາມ ໄດ້ພົບປະ ແລະເຮັດວຽກ ກັບບັນດາຄູ່ຮ່ວມມື.

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 14 ສິງຫາ, ທ່ານພົນເອກ ຟານວັນຢາງ ໄດ້ໄປວາງພວງມາລາຢູ່ອະນຸສາວະລີປະທານໂຮ່ຈິມິນ ຢູ່ນະຄອນຫຼວງມົດສະກູ; ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລັດເຊຍ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16825.html

In bài biết