10:44 | 07/08/2023

ຫວຽດນາມ ໄດ້ຮັບລາງວັນທີ່ງານມະຫາກຳຟິມຮູບເງົາສາກົນ ອາຊຽນ

ງານມະໂຫລານຟິມຮູບເງົາ Cannes 2023: ເຈິ່ງແອັງຮູ່ງ ຍາດໄດ້ລາງວັນຜູ້ກຳກັບການສະແດງທີ່ດີເດັ່ນ ງານມະໂຫລານຟິມຮູບເງົາ Cannes 2023: ເຈິ່ງແອັງຮູ່ງ ຍາດໄດ້ລາງວັນຜູ້ກຳກັບການສະແດງທີ່ດີເດັ່ນ
ຫວຽດນາມ ແລະ ຍີ່ປຸ່ນ ຍູ້ແຮງການຮ່ວມມືດ້ານຮູບເງົາ ຫວຽດນາມ ແລະ ຍີ່ປຸ່ນ ຍູ້ແຮງການຮ່ວມມືດ້ານຮູບເງົາ

ງານ​ມະ​ໂຫລານ​ຮູບ​ເງົາ​ສາກົນ​ອາ​ຊຽນ (AIFFA 2023) ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 4 ສິງຫາ​ນີ້ ຢູ່​ເກາະ​ກູ​ຊິງ (​ຊາຣາວາກ, ປະ​ເທດ​ມາ​ເລ​ເຊຍ).

ຕົວລະຄອນ Kim Bao ໂດຍ Kim B ສະແດງໃນຮູບເງົາ “ຄ່ຳຄືນທີ່ຮຸ່ງເຮືອງເຫຼືອງເຫຼື້ອມ” ແມ່ນຕົວລະຄອນທຳອິດທີ່ນາງສວມບົດ ໃນຂົງເຂດຮູບເງົາ. ກ່ອນໜ້ານັ້ນ, Kim B ບໍ່ແມ່ນນັກສະແດງເປັນມືອາຊີບ, ເຊິ່ງເປັນນັກຊ່ຽວຊານໃນການແຕ່ງກາຍ ແລະ ເຄີຍແຕ່ງກາຍໃຫ້ຫຼາຍໂຄງການຮູບເງົາທີ່ມີຊື່ສຽງ ໂດຍໄດ້ຖ່າຍທຳຢູ່ ຫວຽດນາມ.

ຫວຽດນາມ ໄດ້ຮັບລາງວັນທີ່ງານມະຫາກຳຟິມຮູບເງົາສາກົນ ອາຊຽນ

ຮູບເງົາ “ຄ່ຳຄືນທີ່ຮຸ່ງເຮືອງເຫຼືອງເຫຼື້ອມ” ມີເນື້ອໃນກ່ຽວກັບການໃຊ້ຄວາມຮຸນແຮງໃນຄອບຄົວຢູ່ ຫວຽດນາມ ໂດຍນັກກຳກັບການສະແດງຊາວ ອາເມລິກາ Aaron Toronto ພ້ອມກັບພັນລະຍາ ນັກສະແດງ Nha Uyen ພ້ອມທັງເປັນນາງເອກຂອງຮູບເງົາດັ່ງກ່າວ ແລະ ທັງເປັນຜູ້ແຕ່ງຮູບເງົາ. ນັກກຳກັບ Aaron Toronto ໄດ້ດຳລົງຊີວິດຢູ່ ຫວຽດນາມ ມາເປັນເວລາ 16 ປີ ແລະ ມີການຄົ້ນຄວ້າກ່ຽວກັບປະເພນີຈັດງານສົບຂອງຊາວພາກໃຕ້ ຫວຽດນາມ ມາຫຼາຍປີ ກ່ອນທີ່ປະຕິບັດຮູບເງົາດັ່ງກ່າວ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16812.html

In bài biết