00:00 | 26/07/2023

ຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະ ໃຫ້ພະນັກງານສານທະຫານ ແຫ່ງ ສປປ ລາວ

ສານທະຫານສອງປະເທດ ຫວຽດນາມ - ລາວ ແລກປ່ຽນດ້ານວິຊາສະເພາະ ສານທະຫານສອງປະເທດ ຫວຽດນາມ - ລາວ ແລກປ່ຽນດ້ານວິຊາສະເພາະ
ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ

ກ່າວຄຳເຫັນທີ່ພິທີໄຂ, ສະຫາຍ ພົນຕີ ເຢືອງວັນຖັງ, ຮອງປະທານສານປະຊາຊົນສູງສຸດ, ປະທານສານທະຫານສູນກາງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ບົນພື້ນຖານສາຍພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງກອງທັບ ຫວຽດນາມ-ລາວ, ການຮ່ວມມືລະຫວ່າງບັນດາອົງການຕຸລາການຂອງກອງທັບສອງປະເທດບັນລຸໄດ້ໝາກຜົນທີ່ດີຫຼາຍຢ່າງ. ຊຸດຝຶກອົບຮົມວິຊາສະເພາະຄັ້ງນີ້ສະແດງໃຫ້ເຫັນການສືບຕໍ່ ແລະເສີມຂະຫຍາຍມູນເຊື້ອຮ່ວມມືອັນດີງານນັ້ນຢ່າງມີປະສິດທິຜົນ.

ຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະ ໃຫ້ພະນັກງານສານທະຫານ ແຫ່ງ ສປປ ລາວ

ສະຫາຍ ພົນຕີ ເຢືອງວັນຖັງ ໃຫ້ຮູ້ວ່າ ໃນໄລຍະຝຶກອົບຮົມ 1 ເດືອນ, ພະນັກງານສານທະຫານ 20 ຄົນຂອງ ສປປ ລາວ ຈະແລກປ່ຽນຄວາມຮູ້ດ້ານກົດໝາຍ ແລະບົດຮຽນກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວຂອງສານທະຫານຫວຽດນາມ ເພື່ອແນໃສ່ຄົ້ນຄ້ວານໍາໃຊ້ເໝາະສົມຮູບແບບ, ການຈັດຕັ້ງຂອງອົງການ, ກົມກອງຂອງຕົນ. ໃນໄລຍະຝຶກອົບຮົມ, ຝ່າຍຫວຽດນາມ ຍັງຈະຄົ້ນຄວ້າ, ຮັບເອົາບັນດາບົດຮຽນທີ່ດີຂອງຝ່າຍລາວ ເພື່ອເພີ່ມເຕີມເຂົ້າທິດສະດີ ແລະການເຄື່ອນໄຫວຕົວຈິງຂອງຕົນ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16770.html

In bài biết