00:00 | 10/08/2023

ລົງໂທດຢ່າງເຂັ້ມງວດກໍລະນີ​ຫາ​ປາ​ທີ່​ລະ​ເມີດ IUU

ກຽນ​ຢາງ: ນະຄອນ​ຟູ໋ກວກ​ສຸມ​ໃສ່​ຈຸດ​ສູງ​ສຸດ​ຂອງ​ການ​ປ້ອງ​ກັນ ​ແລະ ຕ້ານ IUU ກຽນ​ຢາງ: ນະຄອນ​ຟູ໋ກວກ​ສຸມ​ໃສ່​ຈຸດ​ສູງ​ສຸດ​ຂອງ​ການ​ປ້ອງ​ກັນ ​ແລະ ຕ້ານ IUU
​ລາດ​ຕະ​ເວນ​ເຂດ​ຊາຍແດນທະ​ເລ: ຕັດ​ສິນ​ໃຈ​ຢຸດ​ຕິ​ສະ​ພາບ​ການ​ກຳ​ປັ່ນ​ຫາ​ປາ​ລະ​ເມີດ IUU ​ລາດ​ຕະ​ເວນ​ເຂດ​ຊາຍແດນທະ​ເລ: ຕັດ​ສິນ​ໃຈ​ຢຸດ​ຕິ​ສະ​ພາບ​ການ​ກຳ​ປັ່ນ​ຫາ​ປາ​ລະ​ເມີດ IUU

ຫ້ອງວ່າການລັດຖະບານ ຫວຽດນາມ ຫາກໍ່ປະກາດໃຊ້ເອກະສານແຈ້ງການສະຫຼຸບຂອງ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໂດຍໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງສຸມໃສ່ຊີ້ນຳນຳພາ, ມີການກະທຳຢ່າງເດັດຂາດໃນການປະຕິບັດບັນດາໜ້າທີ່ຕໍ່ໜ້າ, ບັນດາມາດຕະການຈຸດສຸມຕ່າງໆ ເພື່ອຕ້ານການຂຸດຄົ້ນສິນໃນນ້ຳໂດຍຜິດກົດໝາຍ, ບໍ່ຖືກຕ້ອງຕາມຂໍ້ກຳນົດ ແລະ ບໍ່ລາຍງານ (IUU).

ລົງໂທດຢ່າງເຂັ້ມງວດກໍລະນີ​ຫາ​ປາ​ທີ່​ລະ​ເມີດ IUU

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຮຽກຮ້ອງຕ້ອງກະກຽມແຜນການ, ເນື້ອໃນເຮັດວຽກກັບຄະນະກວດກາຂອງຄະນະກຳມະການເອີຣົບ ຄັ້ງທີ 4 ໃຫ້ລະອຽດ, ສູ້ຊົນບັນລຸເປົ້າໝາຍຮອດເດືອນ ຕຸລາ 2023 ສາມາດໄດ້ຍົກເລີກ “ບັດເຫຼືອງ”. ບັນດາກະຊວງຄື: ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະ ບັນດາທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບ “ແຜນການເຄື່ອນໄຫວຕ້ານການຂຸດຄົ້ນສິນໃນນ້ຳຜິດກົດໝາຍ, ບໍ່ລາຍງານ, ບໍ່ຖືກຕ້ອງຕາມຂໍ້ກຳນົດ” ຢ່າງເດັດຂາດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16736.html

In bài biết