00:00 | 28/07/2023

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ

ສື່ມວນຊົນຈີນ ຕີລາຄາສູງການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສື່ມວນຊົນຈີນ ຕີລາຄາສູງການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF) ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF)

ໃນຕອນ​ບ່າຍ​ວັນ​ທີ 25 ມິຖຸນາ​ນີ້, ໃນການໄປຢ້ຽມຢາມ​ ສາທາລະນະ​ລັດ ​ປະຊາຊົນ ​ຈີນ​ ຢ່າງ​ເປັນ​ທາງ​ການ​ ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 14 ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະໂອ້ລົມກັບພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວຫວຽດນາມ ຢູ່ ຈີນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ

ກ່າວ​ຄຳ​ເຫັນ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ໄດ້​ຢ້ຳຄືນ​ເຖິງການເດີນທາງ​ໄປ​ຢ້ຽມຢາມ​ ຈີນ ​ຢ່າງ​ເປັນ​ທາງ​ການ​ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ໃນ​ປີ 2022​, ​ເຊິ່ງ​ຝ່າຍ​ຈີນ ຖື​ວ່າ​ແມ່ນ “ການ​ຢ້ຽມຢາມ​ປະຫວັດສາດ”, ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄດ້ມີ​ການ​ພົບ​ປະ​ກັບ​ທ່ານ ຫຼີຊຽນ, ນາຍົກລັດຖະມົນຕີ ຈີນ, ປຶກສາ​ຫາລື​ຫຼາຍ​ບັນຫາ​ໃຫຍ່​ໃນ​ການ​ຮ່ວມ​ມື​ສອງ​ປະ​ເທດ, ​ໃນ​ນັ້ນ ຈະ​ສະເໜີ​ຝ່າຍ​ຈີນ​ ສ້າງ​ເງື່ອນ​ໄຂທີ່​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ; ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້ 2 ຝ່າຍ​ຫວນຄືນ​ບັນດາ​ໝາກຜົນ​ການ​ຮ່ວມ​ມື​ທີ່​ບັນລຸ​ໄດ້. ຈາກ​ນັ້ນ, ກໍ່ວາງອອກ​ທິດ​ທາງ ​ແລະ ໜ້າທີ່ ເພື່ອປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື, ລົບ​ລ້າງ​ສິ່ງ​ກີດຂວາງ​ບົນ​ພື້ນຖານ​ຄວາມ​ຈິງ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປະສິດທິພາບ ​ແລະ ຈິດ​ໃຈ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນມິດທີ່​ດີ, ສະຫາຍ​ທີ່​ດີ, ຄູ່ຮ່ວມງານ​ທີ່​ດີ".

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍແຈ້ງໃຫ້ຊາບກ່ຽວກັບສະພາບການຢູ່ພາຍໃນປະເທດ ແລະ ຫວັງວ່າ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ ຈະສືບຕໍ່ເປັນຂົວຕໍ່ສໍາຄັນແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ ຍາມໃດກໍອວ່າຍໜ້າເມືອຫາບ້ານເກີດເມືອງນອນ ແລະ ປະເທດຊາດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16689.html

In bài biết