00:00 | 26/07/2023

ສື່ມວນຊົນຈີນ ຕີລາຄາສູງການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF) ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF)
ຈີນຕີລາຄາສູງບົດບາດເປັນປະທານອາຊຽນຂອງຫວຽດນາມ ຈີນຕີລາຄາສູງບົດບາດເປັນປະທານອາຊຽນຂອງຫວຽດນາມ

​ເວັບ​ໄຊ China Daily ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ "ການ​ຢ້ຽມຢາມ​ຈີນ ຂອງ​ ທ່ານ​ນາຍົກລັດຖະມົນຕີຫວຽດນາມ: ສືບ​ຕໍ່​ທ່ວງທ່າພັດທະນາ​ທີ່​ດີ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ນຳ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານເຂົ້າສູ່ລວງເລິກ​ ແລະ ​ແທດ​ຈິງ", ເນັ້ນໜັກວ່າ ນີ້​ແມ່ນ​ການ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ​ແລະ ກໍ່​ແມ່ນ​ການ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ໃນຮອບ 7 ປີຜ່ານມາ, ສືບທອດການ​ພົບ​ປະ​ແລກປ່ຽນ​ຢ່າງເປັນ​ປະຈຳ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ ​ແລະ 2 ລັດ.

ບົດ​ຂຽນ​ໄດ້ຄັດສະເໜີຄຳເຫັນຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ ນາງ ໝາວໜິງ ​ຖື​ວ່າ: ຫວຽດນາມ​ແມ່ນປະເທດ​ບ້ານ​ໃກ້​ເຮືອນ​ຄຽງ​ສັງຄົມ​ນິຍົມ​ຂອງ​ຈີນ, ໝາກຜົນ​ຂອງ​ການ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ທ້າຍ​ປີ​ກາຍ​ນີ້ ​ໄດ້​ເປີດ​ໜ້າ​ໃໝ່​ໃຫ້​ແກ່​ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ​ຈີນ-ຫວຽດນາມ ໃນຍຸກສະໄໝໃໝ່.

ສື່ມວນຊົນຈີນ ຕີລາຄາສູງການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ໜັງສືພິມ Shangguan (Shanghai Observer) ​ໄດ້​ລົງ​ພິມ​ບົດ​ຄວາມ​ວິ​ເຄາະ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມ​ຈີນ ​ແລະ ການ​ເຂົ້າ​ຮ່ວມ WEF ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມ​ມິງ​ຈິງ ​ແລະ ນາຍົກລັດຖະມົນຕີ 3 ປະ​ເທດ, ​ຄື: Barbados, ມົງໂກລີ ​ແລະ ນິວຊີ​ແລນ; ທ່ານກ່າວ​ວ່າ ການ​ຢ້ຽມ​ຢາມ​ຂອງ​ການນຳ​ລັດຖະບານ​ 4 ປະ​ເທດ​ໄດ້​ສຸມ​ໃສ່​ຫົວ​ຂໍ້ “ການ​ພັດ​ທະ​ນາ” ໃນ​ສະ​ພາບ​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ໂລກ​ຊັກ​ຊ້າ, ເພື່ອແນໃສ່​ຊອກ​ຫາ​ທິດ​ທາງ​ທີ່​ເໝາະ​ສົມ​ໃນ​ການຄຸ້ມຄອງ​ບໍລິຫານ​ເສດ​ຖະ​ກິດ​ໂລກ, ນຳ​ມາ​ໃຫ້​ໂລກເຊິ່ງ​ຄວາມໝັ້ນແກ່ນ ໃນສະພາບທີ່ເຕັມໄປດ້ວຍຄວາມບໍ່ສະຫງົບ.

ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ, ໜັງ​ສື​ພິມ​ຫວຽດ​ນາມ ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ສັງ​ຄົມ​ນິ​ຍົມ​ຂອງ​ຈີນ. ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູນິດ​ຈີນ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແມ່ນ​ການ​ນຳ​ຕ່າງປະ​ເທດ​ຜູ້​ທຳ​ອິດທີ່​ມາ​ຢ້ຽມຢາມ​ຈີນ.

ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 14 WEF (ຫຼື​ເອີ້ນ​ວ່າ​ເວທີ​ປາ​ໄສ ລະດູ​ຮ້ອນ Davos), ນັກ​ຊ່ຽວຊານ​ຈີນ​ກ່າວ​ວ່າ ຫວຽດນາມ ​ແລະ Barbados, ມົງ​ໂກ​ລີ ​ແລະ ນິວຊີ​ແລນ ​ສ່ວນ​ຫຼາຍ​ແມ່ນ​ປະ​ເທດ​ຕັ້ງ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ. ການ​ເຂົ້າ​ຮ່ວມ​ຂອງ​ການນຳ​ລັດຖະບານ​ບັນດາ​ປະ​ເທດ​ອາຊີ-ປາຊີ​ຟິກ ທີ່​ແມ່ນພາກພື້ນ​ແຖວ​ໜ້າ​ໃນ​ການ​ຟື້ນ​ຟູ​ເສດຖະກິດ​ໃນ​ປະຈຸ​ບັນ, ການ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ Davos ລະດູ​ຮ້ອນ ຈະ​ປະກອບສ່ວນ​ຊອກ​ຫາ​ເສັ້ນທາງ​ພັດທະນາ​ເສດຖະກິດ​ໃນ​ຍຸກ​ຫຼັງ​ໂລກ​ລະບາດ Covid-19, ຫັນ​ປ່ຽນ​ຄືນກຳລັງຜັກດັນການຂະຫຍາຍຕົວ, ສ້າງຄວາມຍືນຍົງ ແລະ ພະລັງງານຢ່າງຕັ້ງໜ້າໃຫ້ແກ່ພື້ນຖາານເສດຖະກິດທົ່ວໂລກ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16682.html

In bài biết