00:00 | 31/07/2023

ສື່ມວນຊົນສືບຕໍ່ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ ຫວຽດນາມ

ສື່ມວນຊົນສາກົນມີຄວາມປະທັບໃຈຕໍ່ຜົນງານຂອງທິມບານເຕະຍິງ ຫວຽດນາມ ສື່ມວນຊົນສາກົນມີຄວາມປະທັບໃຈຕໍ່ຜົນງານຂອງທິມບານເຕະຍິງ ຫວຽດນາມ
ວາລະສານ Times ໄດ້ສ້າງເວທີປາໄສທີ່ມີປະໂຫຍດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີແຜນການສ້າງສາບ້ານເກີດເມືອງນອນ ວາລະສານ Times ໄດ້ສ້າງເວທີປາໄສທີ່ມີປະໂຫຍດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີແຜນການສ້າງສາບ້ານເກີດເມືອງນອນ
ສື່ມວນຊົນສືບຕໍ່ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ ຫວຽດນາມ

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ສະເໜີວ່າ ໄລຍະຈະມາເຖິງ, ສື່ມວນຊົນສືບຕໍ່ຮັກສາທີ່ຕັ້ງບົດບາດ, ພາລະກຳເພື່ອກາຍເປັນໜຶ່ງໃນບັນດາປັດໄຈສຳຄັນ, ປະກອບສ່ວນສ້າງ ແລະ ປ່ຽນແປງໃໝ່ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ, ເໝາະສົມກັບທ່າອ່ຽງພັດທະນາສັນຕິພາບ ແລະ ວັດທະນະທຳມະນຸດຂອງຍຸກສະໄໝ; ສືບຕໍ່ແມ່ນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ ກັບ ປະຊາຊົນ. ເພີ່ມທະວີການໝູນໃຊ້ພູມປັນຍາທຽມ, ເຕັກໂນໂລຊີໃໝ່ເຂົ້າໃນການເຄື່ອນໄຫວສື່ມວນຊົນໃຫ້ເປັນທາງການ, ຄົບຊຸດ, ເອກະພາບ ແລະ ມີປະສິດທິຜົນ:

“ຂ້າພະເຈົ້າຫວັງວ່າ, ຖັນແຖວນັກຂ່າວທັງໝົດ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງ, ຄົບຖ້ວນທັດສະນະທີ່ວ່າ ສື່ມວນຊົນແມ່ນອາວຸດທີ່ແຫຼມຄົມ, ເຄື່ອງມືທີ່ດີຂອງພັກ, ແມ່ນສຽງຂອງປະຊາຊົນ, ແມ່ນເວທີປາໄສໃຫຍ່ຫຼວງ, ແຂງແຮງຂອງປະຊາຊົນໃນແນວຮົບແນວຄິດ, ການເມືອງ, ວັດທະນະທຳ. ດ້ວຍການຊອກຄົ້ນຫາ, ປະດິດຄິດສ້າງຂອງບັນດາຜູ້ຂຽນປະຫວັດສາດທີ່ຈົ່ງຮັກພັກດີ, ວັດທະນະທຳມະນຸດ, ດ້ວຍບັນດາຜະລິດຕະພັນສື່ມວນຊົນທີ່ດີເດັ່ນ, ປະກອບສ່ວນຕໍ່ສູ້ລົບລ້າງອັນຊົ່ວຮ້າຍ, ປົກປັກຮັກສາອັນຖືກຕ້ອງ, ເພື່ອພາລະກິດລວມຂອງປະເທດຊາດ ແລະ ປະຊາຊົນ. ເຜີຍແຜ່ບົດຮຽນທີ່ດີ ແລະ ທີ່ມ່ວນ. ຍ້ອງຍໍຊົມເຊີຍ, ເຊີດຊູ ແລະ ແຜ່ຂະຫຍາຍ, ທະວີຄູນບັນດາປັດໄຈໃໝ່, ບັນດາແບບຢ່າງດີເດັ່ນ”.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16662.html

In bài biết