00:00 | 29/07/2023

ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຫ່ວງໃຍຊີວິດການເປັນຢູ່ຂອງປະຊາຊົນຢູ່ທະເລ, ໝູ່ເກາະ

ຫາຍຟ່ອງ: ເປັນຄັ້ງທຳອິດຈັດຕັ້ງງານບຸນ ວັດທະນະທຳພື້ນເມືອງໝູ່ເກາະທະເລຫວຽດນາມ ຫາຍຟ່ອງ: ເປັນຄັ້ງທຳອິດຈັດຕັ້ງງານບຸນ ວັດທະນະທຳພື້ນເມືອງໝູ່ເກາະທະເລຫວຽດນາມ
ເປີດຕົວສະໂມສອນຮັກແພງທະເລ ແລະ ໝູ່ເກາະຫວຽດນາມ ຢູ່ ຝຣັ່ງ ເປີດຕົວສະໂມສອນຮັກແພງທະເລ ແລະ ໝູ່ເກາະຫວຽດນາມ ຢູ່ ຝຣັ່ງ

ກ່າວຄຳເຫັນຢູ່ທີ່ນີ້,ທ່ານປະທານປະເທດ ວໍ້ວັນເຖືອງ ເນັ້ນໜັກວ່າ ຝູກຸຍ ມີທີ່ຕັ້ງສຳຄັນທີ່ສຸດໃນການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເສດຖະກິດ; ຮຽກຮ້ອງໃຫ້ລັດຖະບານ, ກອງທັບ ແລະ ປະຊາຊົນຢູ່ເກາະ ຈົ່ງສ້າງທ່າສະໜາມປ້ອງກັນຊາດທົ່ວປວງຊົນຕິດພັນກັບທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນ ແລະ ເຂດປ້ອງກັນໃຫ້ໝັ້ນຄົງໜັກແໜ້ນ; ແກ້ໄຂທຸກສະຖານະການຢ່າງທັນການ ແລະ ມີປະສິດທິຜົນ, ບໍ່ປະໃຫ້ຖືກຕົກໃນທ່າຮັບ, ກະທັນຫັນ ຫຼື ຢູ່ເກາະ ແລະ ຢູ່ທະເລ. ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາອົບຮົມ, ຍົກສູງຈິດໃຈປົກປັກຮັກສາອະທິປະໄຕແຫ່ງຊາດ, ສ້າງທ່າສະໜາມ “ນ້ຳໃຈປະຊາຊົນ”ໃຫ້ໝັ້ນແກ່ນ; ສ້າງນ້ຳໃຈສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ, ຮ່ວມແຮງຮ່ວມໃຈປົກປັກຮັກສາທະເລ ແລະ ໝູ່ເກາະຂອງປະເທດຊາດຢ່າງໝັ້ນຄົງ.

ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຫ່ວງໃຍຊີວິດການເປັນຢູ່ຂອງປະຊາຊົນຢູ່ທະເລ, ໝູ່ເກາະ

ທ່ານປະທານປະເທດ ວໍ້ວັນເຖືອງ ຢື້ຢາມຖາມຂ່າວຊາວປະມົງຢູ່ຝູກຸຍ

ກ່ອນໜ້ານັ້ນ, ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ວໍ້ວັນເຖືອງ ໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະ ປູກຕົ້ນໄມ້ທີ່ລະນຶກຢູ່ທີ່ເສົາທຸງອະທິປະໄຕຂອງປະເທດຢູ່ເກາະ ຝູກຸຍ

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16661.html

In bài biết