00:00 | 09/08/2023

ຫວຽດນາມເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD 2023

OECD ຄາດຄະເນເສດຖະກິດ ຫວຽດນາມ ປີ 2023 ບັນລຸດັບເຕີບໂຕ 6,5% OECD ຄາດຄະເນເສດຖະກິດ ຫວຽດນາມ ປີ 2023 ບັນລຸດັບເຕີບໂຕ 6,5%
ຫວຽດ​ນາມ ແລະ OECD ສືບ​ຕໍ່​ຊຸກ​ຍູ້​ການພົວ​ພັນ ໃຫ້ນັບ​ມື້​ນັບ​​ແທດ​ຈິງ ຫວຽດ​ນາມ ແລະ OECD ສືບ​ຕໍ່​ຊຸກ​ຍູ້​ການພົວ​ພັນ ໃຫ້ນັບ​ມື້​ນັບ​​ແທດ​ຈິງ

ທ່ານລັດຖະມົນຕີ ບຸຍແທັງເຊີນເນັ້ນໜັກເຖິງສິ່ງທ້າທາຍເຊິ່ງດິນຟ້າອາກາດໄດ້, ພວມ ແລະ ຈະແມ່ນໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ທີ່ສຸດຂອງຍຸກສະໄໝ, ນາບຂູ່ເຖິງການຄ້ຳປະກັນດ້ານສະບຽງອາຫານ, ແຫຼ່ງນ້ຳ, ກໍ່ຜົນສະທ້ອນທາງລົບຕໍ່ການທຳມາຫາກິນຂອງປະຊາຊົນໃນທົ່ວໂລກ. ທ່ານລັດຖະມົນຕີ ບຸຍແທັງເຊີນ ຖືວ່າ ໂດຍແມ່ນປະເທດພວມພັດທະນາ, ພື້ນຖານເສດຖະກິດພວມມີການຫັນປ່ຽນ, ເພື່ອປະສົບຜົນສຳເລັດໃນວິວັດການຫັນປ່ຽນເສດຖະກິດຈາກ ການເປັນມົນລະຜິດ ມາເປັນການເປັນມິດກັບສິ່ງແວດລ້ອມ ຕ້ອງຮັບປະກັນບັນດາປັດໄຈຄື: ຄວາມດຸ່ນດ່ຽງ, ຄວາມສະເໝີພາບ, ຄົບຊຸດ ແລະ ບຸກທະລຸ.

ຫວຽດນາມເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD 2023

ຫວຽດນາມເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD 2023

ທ່ານລັດຖະມົນຕີບຸຍແທັງເຊີນ ເນັ້ນໜັກວ່າ ການຫັນປ່ຽນເປັນເສດຖະກິດສີຂຽວ, ໝູນວຽນ, ປ່ອຍທາດພິດໜ້ອຍລົງ ຍາມໃດກໍ່ແມ່ນແຜນນະໂຍບາຍພັດທະນາລຸລ່ວງ ແລະ ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ. ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີຢັ້ງຢືນວ່າວິວັດການກະທຳເພື່ອດິນຟ້າອາກາດ ຈະປະສົບຜົນສຳເລັດໄດ້ກໍ່ ດ້ວຍການໜູນຊ່ວຍຂອງເພື່ອນມິດສາກົນ, ພິເສດແມ່ນ OECD ຜ່ານການໜູນຊ່ວຍທຶນບູລິມະສິດ, ການຖ່າຍທອດເຕັກໂນໂລຢີ, ການສ້າງລະບອບລະບຽບການນະໂຍບາຍ, ການຄຸ້ມຄອງ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16641.html

In bài biết