17:58 | 18/05/2023

ພິທີເປີດເສັ້ນທາງ ນ້ຳດິກ - ຫ້ວຍເຮ້ຍ ເຂດຊາຍແດນ ຫວຽດນາມ-ລາວ

ລາດຕະເວນຮ່ວມຢູ່ເຂດຊາຍແດນ ຫວຽດນາມ-ລາວ ລາດຕະເວນຮ່ວມຢູ່ເຂດຊາຍແດນ ຫວຽດນາມ-ລາວ
ວຽກງານທີ່ມີຄວາມໝາຍຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ ວຽກງານທີ່ມີຄວາມໝາຍຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ

ເຂົ້າ​ຮ່ວມ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ເປີດ ​ມີບັນດາສະຫາຍຜູ້ຕາງໜ້າຄະນະກໍາມະການ​ຊາຍ​ແດນ​ແຫ່ງ​ຊາດ ກະຊວງ​ການ​ຕ່າງປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ຫ້ອງການຄະນະກໍາມະການ​ຊາຍ​ແດນກະຊວງການຕ່າງປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເເລະ ພ້ອມກັບບັນດາຕາງໜ້າການນຳແຂວງດ້ຽນບຽນ, ປະຊາຊົນບັນດາເຜົ່າຢູ່ສອງຝັ່ງຊາຍແດນຫວຽດນາມ - ລາວ ທີ່ຢູ່ອ້ອມຂ້າງເຂດເສັ້ນທາງ ນ້ຳດິກ - ຫ້ວຍເຮ້ຍ.

ພິທີເປີດເສັ້ນທາງ ນ້ຳດິກ - ຫ້ວຍເຮ້ຍ ເຂດຊາຍແດນ ຫວຽດນາມ-ລາວ

ພິທີເປີດເສັ້ນທາງ ນ້ຳດິກ - ຫ້ວຍເຮ້ຍ ເຂດຊາຍແດນ ຫວຽດນາມ-ລາວ

ກ່າວປາໄສທີ່​ພິທີ​ເປີດເສັ້ນ​ທາງ​ ​ນ້ຳ​ດິກ-​ຫ້ວຍເຮ້ຍ, ສະຫາຍ ຝ້າມດຶກຕວ່ານ, ຮອງປະທານຄະນະກຳມະການປະຊາຊົນແຂວງດ້ຽນບຽນ, ຢືນຢັນ: ເຫດການນີ້ເປັນຂີດໝາຍການພັດທະນາອັນສຳຄັນໃນການພົວພັນລະຫວ່າງສອງພັກ, ສອງລັດ; ສອງແຂວງ ແລະ ປະຊາຊົນສອງຟາກຊາຍແດນ. ການ​ເປີດເສັ້ນ​ທາງເຂົ້າ​ນຳໃຊ້​ ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການປ້ອງກັນຊາດ ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຂອງສອງແຂວງດ້ຽນບຽນ, ຜົ້ງ​ສາລີ; ພ້ອມ​ກັນ​ນັ້ນ​ກໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຂົ້າ-​ອອກ​ຢູ່ເຂດ​ຊາຍ​ແດນ ​ແລະ ການ​ຊື້-ຂາຍ​ສິນຄ້າ​ຂອງ​ປະຊາຊົນ​ສອງ​ຟາກ​ຊາຍ​ແດນ.

ສະຫາຍ ຝ້າມດຶກຕວ່ານ ສະເໜີໃຫ້ບັນດາກຳລັງປະຕິບັດໜ້າທີ່ຂອງ 2 ປະເທດປະຕິບັດບັນດາການເຄື່ອນໄຫວທີ່ຈຳເປັນໂດຍໄວເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການເຂົ້າອອກເມືອງຂອງປະຊາຊົນ; ສະເໜີແຂວງ​ຜົ້ງ​ສາລີ ​ເອົາ​ໃຈ​ໃສ່​ຍົກ​ລະດັບ​ເສັ້ນທາງ​​ຄົມມະນາຄົມ ​ເພື່ອ​ໃຫ້​ການ​ເດີນທາງ​ຂອງ​ປະຊາຊົນ​ສະດວກກວ່າເກົ່າ.

ເນື່ອງໃນໂອກາດນີ້, ສະຫາຍ ຝ້າມດຶກຕວ່ານ, ຮອງປະທານຄະນະກຳມະການປະຊາຊົນແຂວງດ້ຽນບຽນ ມອບ​ຮູບພາບ ​ປະທານ​ ໂຮ່ຈິ​ມິນ ແລະ ປະທານ ໄກສອນ ພົມວິຫານ ໃຫ້​ຄະນະ​ພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຜົ້ງສາລີ ດ້ວຍຄວາມປາຖະໜາຢາກໃຫ້ສອງ​ແຂວງ ເພີ່ມ​ທະວີ​ການ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ ຫວຽດນາມ - ລາວ.

ວັນເລື້ອງ

Link: https://huunghivietlao.thoidai.com.vn/detail-article-16596.html

In bài biết