14:40 | 30/04/2023

ພິທີໄຂ Festival ອາ​ຊີບ​ຫັດ​ຖະ​ກຳ ເຫ້ວ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ແຂວງເທື່ອທຽນເຫ້ວ ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ແຂວງເທື່ອທຽນເຫ້ວ
ລາວ​ພວ​ມ​ສຸມ​ໃສ່​ຍົກ​ສູງ​ລະ​ດັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ແຂວງ​ລຽບ​ຕາມ​ເສັ້ນ​ຊາຍ​ແດນຕິດກັບ​ເທື່ອ​ທຽວ​ເຫ້ວ ລາວ​ພວ​ມ​ສຸມ​ໃສ່​ຍົກ​ສູງ​ລະ​ດັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ແຂວງ​ລຽບ​ຕາມ​ເສັ້ນ​ຊາຍ​ແດນຕິດກັບ​ເທື່ອ​ທຽວ​ເຫ້ວ
ພິທີໄຂ Festival ອາ​ຊີບ​ຫັດ​ຖະ​ກຳ ເຫ້ວ

ຕອນຄ່ຳວັນທີ 28 ເມສາ, Festival ອາຊີບຫັດຖະກຳ ເຫ້ວ ໄດ້ໄຂຂຶ້ນຢູ່ນະຄອນເຫ້ວ. Festival ອາຊີບຫັດຖະກຳ ເຫ້ວ ປີນີ້ດຶງດູດການເຂົ້າຮ່ວມຂອງນັກສິລະປະການປະຊາຊົນ, ນັກສິລະປະການດີເດັ່ນ, ສີມືຄຳກ່າວ3 50 ຄົນທີ່ມາຈາກ ໝູ່ບ້ານອາຊີບ, ພື້ນຖານອາຊີທີ່ມີຊື່ສຽງ 69 ແຫ່ງໃນທົ່ວປະເທດ. Festival ຍັງມີການເຂົ້າຮ່ວມຂອງນັກສິລະປະການ 37 ຄົນ ມາຈາກ 6 ນະຄອນຂອງ ສ.ເກົາຫຼີ ແລະ ຍີ່ປຸ່ນ ເຊິ່ງມີການພົວພັນແຮກສ່ຽວ, ຮ່ວມມືກັບນະຄອນເຫ້ວ. ກ່າວຄຳເຫັນໄຂ Festival, ທ່ານ ຫວໍເລເຍິດ ປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ ໃຫ້ຮູ້ວ່າ:

ພິທີໄຂ Festival ອາ​ຊີບ​ຫັດ​ຖະ​ກຳ ເຫ້ວ

ທ່ານ ຫວໍເລເຍິດ ປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ ກ່າວຄຳເຫັນໄຂ Festival

Festival ຄັ້ງນີ້, ບັນດານັກສິລະປະການ, ນັກສິລະປິນ, ນັກຄົ້ນຄ້ວາ, ອົງການຈັດຕັ້ງ, ສ່ວນບຸກຄົນ ທັງຢູ່ພາຍໃນປະເທດ ແລະ ສາກົນໄດ້ເຂົ້າຮ່ວມການຮັກສາ, ເສີມຂະຫຍາຍຄຸນຄ່າອາຊີບຫັດຖະກຳ, ພ້ອມກັນນັ້ນແມ່ນບັນດາເຫດການ, ໂຄງການວັດທະນະທຳສະແດງສິລະປະທີ່ພົ້ນເດັ່ນ, ມີຫຼາກຫຼາຍສີສັນ ເຊິ່ງຈະປະກອບສ່ວນຍູ້ແຮງການເຄື່ອນໄຫວດ້ານການຄ້າ, ການທ່ອງທ່ຽວໃນບໍລິເວນແຂວງ, ສືບຕໍ່ຢັ້ງຢືນເຄື່ອງໝາຍເຫ້ວ, ນະຄອນ Festival ທີ່ເປັນເອກະລັກສະເພາະຂອງ ຫວຽດນາມ.

ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກົມ​ທ່ອງ​ທ່ຽວ, ​ໃນ​ໂອກາດ​ວັນ​ສະ​ເດັດ​ເຈົ້າ​ຊີວິດ​ຮຸ່ງ, ​ແຕ່​ວັນ​ທີ 30 ​ເມສາ​ຫາ​ວັນ​ທີ 1 ພຶດສະພາ ​ແລະ ອາທິດ​ບຸນ​ຫັດຖະກຳ​ພື້ນ​ເມືອງ​ເຫ້ວ 2023 (​ແຕ່​ວັນ​ທີ 28/4 ຫາ​ວັນ​ທີ 5 ພຶດສະພາ), ຈະ​ມີ​ນັກ​ທ່ອງ​ທ່ຽວ​ປະມານ 95.000 ຄົນ. ກັບທ້ອງຖິ່ນ

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16550.html

In bài biết